ໃນວັນທີ1 ມີຖຸນາ 2026 ນີ້, ຢູ່ທີ່ສະໂມສອນ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາວັນເດັກສາກົນວັນທີ 1 ມີຖູນາ ແລະະ ວັນສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການເປັນປະທານ ຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງນພັກເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານ-ລັດຖະກອນ, ທະຫານ-ຕໍ່າຫຼວດ, ຫົວໜ້າໜ່ວຍສະຫະພັນແມ່ຍິງອ້ອມຂ້າງ, ປະທານສະຫະພັນແມ່ຍິງບ້ານພາຍໃນເທດສະບານເມືອງ, ຄູອາຈານ, ນ້ອງນັກຮຽນ, ເຍົາວະຊົນ, ຜູ້ປົກຄອງເດັກ ແລະ ເດັກນ້ອຍເຂົ້າຮ່ວມ.
ໃນພິທີທ່ານ ສີວິໄລ ສີແສນດີ ເລຂາພັກເມືອງ ໄດ້ຂື້ນຫວນຄືນມຸນເຊື້ອປະຫັວດຄວາມເປັນມາການເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ 2026 ແລະ ສານພະນະທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວເນື່ອງໃນໂອກາດວັນເດັກສາກົນເຊິ່ງປີ 1924 ກອງປະຊຸມຂອງສະມັດຊາໃຫ່ຍຂອງສັນນິບາດນາໆຊາດໃນວັນທີ 16 ກັນຍາ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບສິດທິເດັກເປັນຄັ້ງທໍາອິດເຊິ່ງໄດ້ປະກາດວ່າເດັກມີຄວາມຕ້ອງການໃນການປົກປ້ອງ ແລະ ດູແລເບິ່ງແຍງເປັນພິເສດລວມທັງຊຸກຍູ້ສົ່ງເສີມພັດທະນາທາງດ້ານກົດໝາຍແກ່ເດັກກ່ອນເກີດ ແລະເດັກຫຼັງເກີດຍ້ອນວ່າເດັກຍັງບໍ່ມີວຸດທິພາວະທີ່ສົມບູນຄົບຖ້ວນທາງດ້ານຮ່າງກາຍ ແລະ ຈິດໃຈ ປີຕໍ່ມາກອງປະຊຸມໂລກຄັ້ງທໍາອິດເພື່ອຄວາມເປັນຢູ່ທີ່ດີຂອງເດັກໄດ້ຖືກຈັດຂື້ນຢູ່ທີ່ເຊື່ອແນວປະເທດສະວິກເຊີແລນໃນວັນທີ 1 ມີຖຸນາ ປີ 1925 ກໍ່ໄດ້ປະກາດເອົາວັນດັ່ງກ່າວເປັນວັນເດັກສາກົນ.
ສໍາລັບ ສປປລາວຂອງພວກເຮົາການສະເຫຼີມສະຫຼອງວັນເດັກນ້ອຍສາກົນຂອງທຸກໆປີແມ່ນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດໝາຍເຖິງການປູກຝັງບົ່ມເພາະພັນເປັນເດັກໃນວັນນີ້ກາຍເປັນຊັບພະຍາກອນທີ່ສໍາຄັນ ແລະ ກາຍເປັນໃຈກາງການພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ, ໃນພິທີຍັງໄດ້ມີການສະແດງສີນລະປະວັນນະຄະດີ, ຫຼີ້ນເກມ ແລະ ແຈກເຂົ້ານົມໃຫ້ແກ່ເດັກນ້ອຍຕື່ມອີ່ກ.






ຂ່າວ: ອຸ່ນຄໍາ ຂັນວາລິດ



