ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ

ຕອນ​ເຊົ້າ​ວັນ​ທີ 1 ທັນວາ 2023  ຄະນະນຳຂອງແຂວງ ບໍ່ແກ້ວໄດ້ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ ​ເປັນ​ກຽດ​ວາງ​ພວງມາລາ ​ແລະ ກະຕ່າ​ດອກ​ໄມ້​ຄັ້ງ​ນີ້​ໂດຍ ທ່ານ ບົວຄົງ ນາມມະວົງ ເລຂາພັກແຂວງ, ເຈົ້າແຂວງໆ ບໍ່ແກ້ວ ພ້ອມ​ດ້ວຍຄະ​ນະ​ນຳ​ຂອງ​ແຂວງ, ສອງກອງບັນຊາການທະຫານ-ຕຳຫຼວດໄດ້ນຳເອົາພວງມາລາທີ່ງົດງາມມາວາງຢູ່ອານຸສາວະລີນັກຮົບນິລະນາມ( ຄ້າຍປ່າໄລ່ ) ເພື່ອເປັນການໄຫ້ວອາໄລ ແລະ ລະນຶກ​ເຖິ່ງມູນເຊື້ອ, ຄຸນງາມຄວາມດີອັນສະຫງ່າງາມ ແລະ ອົງອາດກ້າຫານຂອງບັນດານັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ເພື່ອປະຊາຊົນ ໃນຂະບວນການປະຕິວັດຊາດຕະຫຼອດໄລຍະຜ່ານມາ ແລະ ໄດ້ນໍາເອົາກະຕ່າດອກໄມ້ທີ່ງົດງາມ, ຫອມຫວນ ແລະ ສົດໃສ ເຊິ່ງເປັນສິ່ງແທນດວງໃຈຂອງພະນັກງານສະມາຊິກພັກ, ທະຫານ-ຕຳຫຼວດ ທົ່ວປວງຊົນລາວບັນດາເຜົ່າຊາວແຂວງບໍ່ແກ້ວ ເຂົ້າມານ້ອມເຄົາລົບຕໍ່ ອານຸສອນສະຖານປະ​ທານ ໄກ​ສອນ ພົມ​ວິ​ຫານ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ, ຄວາມກະຕັນຍູຮູ້ ບຸນຄຸນຕໍ່ທ່ານ ໄກສອນ ພົມວິຫານ ອາດີດການນໍາສູງສຸດຂອງພັກຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ສ້າງ ຕັ້ງກອງທັບປະຊາຊົນລາວ ແລະ ເປັນຜູ້ວາງແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກທີ່ສະຫຼາດສ່ອງໃສ, ຍ້ອນພາລະກິດ ແລະ ບຸນຄຸນຂອງທ່ານທີ່ໄດ້ສ້າງມານັ້ນຈື່ງເຮັດໃຫ້ປະເທດຊາດຂອງພວກເຮົາຫຼຸດພົ້ນອອກ ຈາກການກົດຂີ່ຂູດຮີດ, ຂອງພວກສັກດີນາ ແລະ ພວກລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະຢ່າງ ສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ ຝັງໄວ້ໃນດວງໃຈຂອງພະນັກງານ-ສະມາຊິກພັກ, ທະຫານ-ຕຳຫຼວດ ທົ່ວປວງຊົນລາວບັນດາເຜົ່າຊາວແຂວງບໍ່ແກ້ວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa