ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ

 ຄະນະໂຄສະນາອົບຮົມແຂວງສົມທົບ​ກັບ​ຄະນະ​ກວດກາ​ພັກ​-ລັດ​ແຂວງ ບໍ່​ແກ້ວໄດ້ຈັດພິທີສະເຫຼີມສະຫຼອງ ວັນສະຖາປະນາ ຄົບຮອບ 48 ປີ, ວັນເກີດທ່ານ ໄກສອນ ພົມວິຫານ ຄົບຮອບ 103 ປີ  ​ແລະ ວັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສາກົນ ຄົບຮອບ 20 ປີ ໃນວັນທີ 5 ທັນວາ 2023 ຢູ່ທີຫໍວັດທະນະທຳແຂວງ ບໍ່ແກ້ວ ໃຫ້ກຽດຂຶ້ນເລົ່າມູນເຊື້ອໂດຍ ສະຫາຍ ຈອມ​ສີ ລັດຕະນະ​ປັນ  ຮອງ​ເລຂາ​ພັກ​ແຂວງ, ຮອງເຈົ້າແຂວງໆ ບໍ່ແກ້ວເປົ້າໝາຍເຂົ້າຮ່ວມມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ, ຫົວ​ໜ້າ-ຮອງ​ຫົວໜ້າ​ຂະ​ແໜງອ້ອມຂ້າງແຂວງ​ເຂົ້າຮ່ວມ​ທັງ​ໝົດ 333 ສະຫາຍ, ຍິງ 93 ສະຫາຍ. ສະຫາຍ ຈອມ​ສີ ລັດຕະນະ​ປັນ  ຮອງ​ເລຂາ​ພັກ​ແຂວງ, ຮອງເຈົ້າແຂວງໆ ບໍ່ແກ້ວ ກໍໄດ້ຂືຶ້ນເລົ່າມູນເຊື້ອຫວນຄືນເຖິງປະຫວັດສາດແຫ່ງການຕໍ່ສູ້ລຸກຮືຂຶ້ນຂອງປະຊາຊົນ ພາກໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ການນຳພາກໍ່ຕັ້ງຖະນຸບຳລຸງ, ກໍ່ສ້າງພັກ, ນຳພາພາລະກິດຕໍ່ສູ້ກູ້ຊາດ, ນຳພາສ້າງຕັ້ງລະບອບໃໝ່ ແລະ ການນຳພາສ້າງສາພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນສະຫຼາດສ່ອງໃສ ແລະ ບັນດາເຫດການສຳຄັນຕ່າງໆ ທີ່ເປັນເງື່ອນໄຂໃຫ້ແກ່ການຍຶດອຳນາດການປົກຄອງຢ່າງສົມບູນມາສູ່ກຳມືຂອງປະຊາຊົນລາວ ແລະ ພາຍໃຕ້ການນຳພາໂດຍກົງຂອງສູນກາງພັກເຊິ່ງມີປະທານ ໄກສອນ ພົມວິຫານເປັນ ຫົວໜ້າ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າ ຜາເຜີຍໃນວັນທີ 2 ທັນວາ ປີ 1975 ພ້ອມທັງປະກາດລົບລ້າງອຳນາດການປົກຄອງເກົ່າ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປີດສັງກາດໃໝ່ເປັນແຫຼ່ງເອກະລາດ ອິດສະຫຼະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງຂອງປະຊາຊົນບັນດາເຜົ່າ. ຖືສຳຄັນ ແລະ ເອົາໃຈໃສ່ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕາມທິດນຳທີ່ວ່າ: “ບໍ່ກ້າ, ບໍ່ສາມາດ, ບໍ່ຄິດ ແລະ ບໍ່ຢາກສໍ້ລາດບັງຫຼວງ” ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແຂງ ແຮງກວ່າເກົ່າ;

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa