ໃນວັນທີ 3-4 ມິຖຸນາ 2026 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງການອູດສາຫະກໍາ ແລະ ການຄ້າ ເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມ ຝຶກອົບຮົມການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ຂອງຊຸມຊົນແບບມີສ່ວນຮ່ວມ ໃຫ້ແກ່ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໂດຍການເປັນປະທານ ຂອງທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທຳ-ສັງຄົມ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນຈັນ ພົມມະຫານ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ, ມີຄະນະທີມງານຄູຝຶກທີ່ມາຈາກ ພະແນກ ຮສສ ແຂວງ ແລະ ນັກສໍາມະນາກອນມາຈາກຄະນະກໍາມະການຄຸ້ມຄອງໄພພິບັດຂອງເມືອງເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນທີ່ເຂົ້າຮ່ວມ ຈະໄດ້ພ້ອມກັນຄົ້ນຄວ້າ, ຕິດຕາມບົດຮຽນຈາກຄູຝຶກເປັນຕົ້ນແມ່ນ: ຄວາມຮູ້ພື້ນຖານກ່ຽວກັບໄພພິບັດ, ການຄຸ້ມຄອງໄພພິບັດ ຢູ່ແຂວງບໍ່ແກ້ວ, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ ຢູ່ເມືອງເມິງໃນໄລຍະທີ່ຜ່ານມາ, ໄດ້ຮັບຟັງການແນະນໍາດຳລັດ ແລະ ຂໍ້ຕົກລົງ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ການຄຸ້ມຄອງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຢູ່ແຂວງບໍ່ແກ້ວ ເຊິ່ງປະກອບມີ 4 ເນື້ອໃນຄື: ທີ່ຕັ້ງ ແລະ ພູມສັນຖານ ຂອງແຂວງ, ລັກສະນະພູມອາກາດ ແລະ ການແບ່ງລະດູການ ຢູ່ສປປ ລາວ, ຄວາມຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ແນວທາງການຮັບມືໄພນ້ຳຖ້ວມກະທັນຫັນ; ກ່ຽວກັບການຄຸ້ມຄອງຂໍ້ມູນ-ຂ່າວສານໄພພິບັດ (ມີການເກັບກຳຂໍ້ມູນ, ການຄຸ້ມຄອງ, ການບັນທຶກຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນໄພພິບັດ), ການນຳໃຊ້ເຄື່ອງມື (ມີແບບຟອມເກັບກຳຂໍ້ມູນ, ການບັນທຶກ ແລະ ບົດລາຍງານ); ການສ້າງແຜນຫຼຸດຜ່ອນຄວາມສ່ຽງ ຂັ້ນບ້ານ 1 ແຜນວາດ/ແຜນທີຄວາມສ່ຽງ, ໄພອັນຕະລາຍ; 2 ປະຫວັດການເກີດເຫດການໄພພິບັດ (ນໍ້າຖ້ວມ, ລົມພາຍຸພັດ, ໄຟໄໝ້, ແຜ່ນດິນໄຫວ); 3 ປະຕິທິນລະດູການ; 4 ວິເຄາະເຫດການ; ການປະເມີນຄວາມສ່ຽງ ແລະ ການປະເມີນຄວາມຕ້ອງການເມື່ອເກີດໄພພິບັດ; ຍັງໄດ້ຈັດແບ່ງເປັນກຸ່ມເພຶ່ອສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ພ້ອມທັງປະເມີນຄວາມຮັບຮູ້ຂອງນັກສໍາມະນາກອນຕື່ມອີ່ກ ໃນພິທີທ່ານ ອ່ອນຈັນ ພົມມະຫານ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີຄຳເຫັນຕໍ່ການຝຶກອົບຮົມຄັ້ງນີ້ ທ່ານຍັງໃຫ້ຮູ້ວ່າ: ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເປັນວຽກງານທີ່ສຳຄັນຫຼາຍຕໍ່ຄົນເຮົາ ເຊິ່ງນັບແຕ່ມື້ເກີດຈົນຮອດມື້ຕາຍ ໂດຍສະເພາະພະນັກງານ-ລັດຖະກອນ ຂອງພວກເຮົາ ໄດ້ສັງກັດເຂົ້າລັດສົມບູນແລ້ວ ແມ່ນຈະໄດ້ຮັບນະໂຍບາຍດ້ານສະຫວັດດີການສັງຄົມ ເປັນຕົ້ນລູກ, ເມຍ ກໍຈະໄດ້ຮັບນະໂຍບາຍເງິນອຸດໜູນ; ການຝຶກອົບຮົມວຽກງານໄພພິບັດນີ້ ແມ່ນເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ທຸກຄົນແມ່ນມີສ່ວນຮ່ວມນຳກັນ ແລະ ວຽກງານໄພພິບັດນີ້ ກໍເປັນວຽກງານໜຶ່ງທີ່ສຳຄັນ, ໄພພິບັດນີ້ ເຊິ່ງມັນໄດ້ສົ່ງຜົນກະທົບກໍ່ໃຫ້ເກີດຄວາມເສຍຫາຍໃນຫຼາຍດ້ານ ໃນທາງກົງ ແລະ ທາງອ້ອມເຊັ່ນ: ທາງດ້ານທຳມະຊາດ, ອາຄານສະຖານທີ່, ເຮືອນຊານບ້ານຊອງ, ດ້ານຊີວິດ (ຄົນ ແລະ ສັດ), ດ້ານຊັບສິນ ແລະ ອື່ນໆ.
ໃນໂອກາດດ່ຽວກັນນີ້ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ກ່າວຄໍາຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຝຶກອົບຮົມໃນຄັ້ງນີ້ ທ່ານຍັງໄດ້ເໜັ້ນໜັກໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈົ່ງເປັນເຈົ້າການໃນຈັດຕັ້ງປະຕິບັດໃນການລົງເກັບກໍາຂໍ້ມູນໃຫ້ທວງທັນກັບສະພາບການ ແລະ ຕິດຕາມ ວຽກງານການຜະລິດກະສິກຳ ແລະ ການຟືນຟູ, ບັນດາທ່ານທີ່ໄດ້ຮັບການຝຶກອົບຮົມແລ້ວ ແມ່ນໃຫ້ກຳໄດ້ເນື້ອໃນ, ຈິດໃຈ ຂອງເອກະສານຕ່າງໆ ນໍາເອົາເອກະສານລົງໄປເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການຈັດຕັ້ງປະຕິບັດຢູ່ຂັ້ນບ້ານໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.




ພາບ-ຂ່າວ: ສ່ອງແກ້ວ ທຳມະວົງ



