ໃນທ້າຍອາທິດຜ່ານມານີ້, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 1980 – 1 ມີຖຸນາ 2026 ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ, ຢູ່ທີ່ເດີ່ນໂຮງຮຽນປະຸຖົມສົມບູນ ແລະ ປ່າປ້ອງກັນແຫຼ່ງນ້ໍາ ຂອງ ບ້ານ ນ້ຳທຸງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກໍາມະການສູນການພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ, ຄະນະພັກອໍານາດການປົກຄອງບ້ານ, ແຂກຖຶກເຊີນ ຕະຫຼອດຮອດປະຊາຊົນເຂົ້າຮ່ວມ.
ໃນພິທີທ່ານ ສຸກສະຫວັນ ແກ້ວປະເສີດ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງາຍແຜນການກະກຽມການປູກຕົ້ນໄມ້ ໃນຄັ້ງນີ້, ເບ້ຍໄມ້ປູກທົ່ວເມືອງ ມີທັງໝົດ 259,800 ເບ້ຍ, ເບ້ຍໄມ້ຄ່າແຕ່ 1,500 ເບ້ຍ, ເບ້ຍໝາກຕາວ 1,000 ເບ້ຍ, ເບ້ຍໄມ້ສັກ 200 ເບ້ຍ, ເບ້ຍໝາກຂາມປ້ອມ 50 ເບ້ຍ, ເບ້ຍໄມ້ໃຫ້ໝາກ250 ເບ້ຍ, ເບ້ຍຢາງພາລາ 256,000 ເບ້ຍ,
ພ້ອມດຽວກັນນີ້, ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ ໄດ້ຂຶ້ນກ່າວເປີດທ່ານຍັງໃຫ້ຮູ້ວ່າ: ປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ ແລະ ມີຄວາມໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳມະຊາດມີຄວາມສົມບູນເຮັດໃຫ້ສະພາບດິນ, ຟ້າອາກາດ ຕົກຖືກຕ້ອງຕາມລະດູການ ແລະ ແນ່ໃສ່ປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ ແລະ ຫຼຸດຜ່ອນຄວາມຮ້ອນຂອງໂລກ ຕະຫຼອດໄລຍະທີ່ຜ່ານມາ ພັກ-ລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງປົກປັກຮັກສາ ແລະ ຟື້ນຟູປ່າໄມ້ເປັນບູລິມະສິດໜຶ່ງຂອງລັດຖະບານ ແລະ ແຂວງບໍ່ແກ້ວ ກໍ່ຄືເມືອງເມິງຂອງເຮົາ ກໍ່ໄດ້ກໍານົດເປັນແຜນງານໜຶ່ງຂອງເມືອງ, ດັ່ງນັ້ນ ຕະຫຼອດໄລຍະທີ່ຜ່ານມາລັດຖະບານກໍ່ໄດ້ອ່ອກຄໍາສັງ, ອອກນິຕິກໍາ, ລະບຽບການ ແລະ ກົດໝາຍ ທີ່ກ່ຽວຂ້ອງເພຶ່ອອານຸລັກຮັກສາປ່າໄມ້, ເພີ່ມທະວີການຄຸ້ມຄອງປ່າໄມ້ ແລະ ສິງແວດລ້ອມ, ພ້ອມດຽວກັນນັ້ນກໍ່ໄດ້ສົ່ງເສີ່ມການປູກໄມ້ອຸດສາຫະກໍາແບບຍາວນານ ສະນັ້ນ ພັກ-ລັດຖະບານຈື່ງໄດ້ກຳນົດເອົາວັນທີ 1 ເດືອນ ມິຖຸນາຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອປຸກຈິດສຳນືກ ແລະ ສ້າງສະຕິແນວຄວາມຄິດທີ່ດີ, ທີ່ສ້າງສັນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນອານຸຊົນ, ເຍົາວະຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ທັງນີ້ ກໍ່ເພຶ່ອເຮັດໃຫ້ບໍລິເວນດັ່ງກ່າວໃຫ້ມີຄວາມອຸດົມສົມບູນ ແລະ ຫົ່ມເຍັນຂຶ້ນຕື່ມອີ່ກ.












ພາບ, ຂ່າວ: ບຸນຈັນ ບຸນປັນຍາ



