ແຂວງບໍ່ແກ້ວ ສືບຕໍ່ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢ່າງແຂງແຮງ ໃນປີ 2026.

ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ,ຕິດພັນກັບວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງແຂວງບໍ່ແກ້ວ, ແມ່ນໄດ້ເອົາໃຈໃສ່ກໍານົດທິດທາງແຜນການຈຸດສຸມ ສໍາລັບປີ 2026 ໂດຍເນັ້ນໃສ່ການຫັນພະນັກງານລົງກໍ່ສ້າງຮາກຖານຢ່າງທົ່ວເຖິງ ເພື່ອປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ.

ສໍາລັບແຜນການ ແລະ ມາດຕະການຈຸດສຸມທີ່ຈະສືບຕໍ່ຈັດຕັ້ງປະຕິບັດນິ້ ປະກອບມີ 4 ດ້ານຕົ້ນຕໍ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ຄວາມສົມບູນແບບຂອງລະບົບການຈັດຕັ້ງຫັນພະນັກງານລົງຮາກຖານ: ສືບຕໍ່ຈັດສົ່ງພະນັກງານຫຼັກແຫຼ່ງ, ພະນັກງານວິຊາການຈາກຂັ້ນແຂວງ ແລະ ຂັ້ນເມືອງ ລົງໄປປະຈໍາການຢູ່ບ້ານຈຸດສຸມ ຢ່າງມີກໍານົດເວລາ ເພື່ອຮ່ວມຊີວິດ, ຮ່ວມເຮັດ ເວນຍາມ ແລະ ນໍາພາປະຊາຊົນຢ່າງໃກ້ຊິດ, ປັບປຸງກົນໄກການປົກຄອງບ້ານ:ສຸມໃສ່ການປັບປຸງຮາກຖານພັກ, ອົງການປົກຄອງບ້ານ ແລະ ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ແນວໂຮມ, ນັກຮົບເກົ່າ ) ໃຫ້ມີຄວາມເຂັ້ມແຂງ, ສາມາດເປັນຄັນທຸງໃນການນໍາພາປະຊາຊົນຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ກົດໝາຍຂອງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ເພີ່ມທະວີການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ,ສ້າງບ້ານປ້ອງກັນຊາດເຂັ້ມແຂວງ,ສ້າງບ້ານປ້ອງກັນຄວາມສະຫງົບດີ,ສະກັດກັ້ນແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ບັນຫາຍາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ ແລະ ການລັກລອບເຂົ້າເມືອງຜິດກົດໝາຍ ຕາມບໍລິເວນຊາຍແດນ.

ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຍູ້ແຮງການຜະລິດເປັນສິນຄ້າ: ສົ່ງເສີມໃຫ້ປະຊາຊົນຫັນມາເຮັດການຜະລິດກະສິກໍາສະອາດ, ກະສິກໍາອິນຊີ ທີ່ເປັນທ່າແຮງຂອງທ້ອງຖິ່ນ ເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ເຂດເສດຖະກິດພິເສດ, ພ້ອມທັງຊຸກຍູ້ການນໍາໃຊ້ປຸຍອິນຊີພາຍໃນປະເທດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ພັດທະນາໂຄງລ່າງພື້ນຖານຂະໜາດນ້ອຍ: ສືບຕໍ່ກໍ່ສ້າງ ແລະ ສ້ອມແປງເສັ້ນທາງທ່ຽວໄດ້ສອງລະດູເຂົ້າຫາບ້ານ, ລະບົບນ້ຳລິນ,ໄຟຟ້າຊຸມຊົນ,ໂຮງຮຽນ ແລະ ສຸກສາລາ ໂດຍສະເພາະແມ່ນການຕິດຕາມບັນດາໂຄງການພັດທະນາສູນພັດທະນາສີມືແຮງງານ ແລະ ໂຄງການປ້ອງກັນຕາຝັ່ງເຈື່ອນ ໃຫ້ສໍາເລັດຕາມແຜນການ, ການສ້າງຄອບຄົວ ແລະ ບ້ານພັດທະນາ: ປະເມີນ ແລະ ປະກາດບ້ານພັດທະນາ, ບ້ານວັດທະນະທຳ ໃຫ້ເພີ່ມຂຶ້ນ ໂດຍອີງຕາມມາດຕະຖານພັດທະນາໃໝ່, ເນັ້ນໃສ່ການສ້າງຄວາມເຂັ້ມແຂງດ້ານເສດຖະກິດຄອບຄົວ ເພື່ອບໍ່ໃຫ້ກັບຄືນມາທຸກຍາກອີກ.

ວຽກງານ 3 ສ້າງ (ຫັນທິດສູ່ຄວາມເຂັ້ມແຂງຂອງທ້ອງຖິ່ນ )ສ້າງແຂວງເປັນໜ່ວຍຍຸດທະສາດ: ເພີ່ມທະວີຄວາມສາມາດໃນການຄຸ້ມຄອງມະຫາພາກ,ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນແລການທ່ອງທ່ຽວ, ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ: ມອບໂອນສິດອໍານາດ ແລະ ຄວາມຮັບຜິດຊອບ ໃຫ້ຂັ້ນເມືອງ (ເຊັ່ນ: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແລະ ເມືອງອື່ນໆ) ໃນການຄຸ້ມຄອງເສດຖະກິດ-ສັງຄົມ, ການເກັບລາຍຮັບ ແລະ ການອະນຸມັດໂຄງການລົງທຶນຂະໜາດນ້ອຍ ໃຫ້ມີຄວາມຄ່ອງຕົວ, ສ້າງບ້ານເປັນຫົວໜ່ວຍພັດທະນາ: ເນັ້ນໃສ່ການສ້າງ “ບ້ານ 3 ສ້າງ” ຕົວແບບ, ໂດຍສະເພາະແມ່ນການປະກາດສ້າງຕັ້ງກົນໄກການປົກຄອງໃໝ່ໃນເຂດທີ່ມີການຂະຫຍາຍຕົວຂອງພົນລະເມືອງ ( ເຊັ່ນ: ການຕິດຕາມ ແລະ ຈັດຕັ້ງກົນໄກບໍລິຫານເຂດຈຸດສຸມ ຫຼື ຕາແສງໃໝ່ ໃຫ້ເປັນລະບົບ ) ເພື່ອເຮັດໃຫ້ການບໍລິຫານລັດເຂົ້າເຖິງປະຊາຊົນຢ່າງມີປະສິດທິພາບ.

ມາດຕະການຈັດຕັ້ງປະຕິບັດ ແລະ ການແກ້ໄຂຄວາມຫຍຸ້ງຍາກ:ວຽກງານກໍ່ສ້າງຮາກຖານການເມືອງ ແລະ 3 ສ້າງ ຍິ່ງຕ້ອງໄດ້ເຮັດຢ່າງຈິງຈັງ, ຕ້ອງປຸກລະດົມໃຫ້ປະຊາຊົນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ນຳໃຊ້ຜະລິດຕະພັນພາຍໃນ ບວກກັບການຊ່ວຍເຫຼືອ ແລະ ຊຸກຍູ້ຈາກພາກລັດຢ່າງຖືກເປົ້າໝາຍ.”ການສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢູ່ແຂວງບໍ່ແກ້ວ ໃນປີ 2026 ນີ້ ແມ່ນບາດກ້າວອັນສໍາຄັນທີ່ຈະຊ່ວຍຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງພັກ-ລັດກັບປະຊາຊົນ,ທັງເປັນການສ້າງປະຖົມປັດໄຈອັນໜັກແໜ້ນໃຫ້ແກ່ການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ,ຂອງຊາດແລະກ້າວໄປສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຄາດໝາຍທີ່ວາງໄວ້ຢ່າງສົມບູນ.

ໂດຍ: ເງິນຫຼົົງ ຈິດພູວົງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa