4ເດືອນຕົ້ນ 2026,ມີນັກທ່ອງທ່ຽວ ເດີນທາງເຂົ້າ-ອອກ ແຂວງບໍ່ແກ້ວ ເກືອບ 90,000 ເທື່ອຄົນ, ສ້າງລາຍຮັບໄດ້ກວ່າ 4.2 ລ້ານໂດລາ.

ຂະແໜງທ່ອງທ່ຽວທີ່ຂຶ້ນກັບ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ,ໄດ້ສະຫຼຸບລາຍງານຕົວເລກສະຖິຕິນັກທ່ອງທ່ຽວທີ່ເດີນທາງເຂົ້າ-ອອກ ໂດຍຜ່ານດ່ານສາກົນ ແລະ ດ່ານຈຸດຕ່າງໆ ພາຍໃນແຂວງບໍ່ແກ້ວ ປະຈໍາ 4 ເດືອນຕົ້ນປີ (ມັງກອນ – ເມສາ) 2026 ນິ້.ເຫັນໄດ້ວ່າມີ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕັ້ງໜ້າ ເຊິ່ງສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມ ເຂົ້າສູ່ລະບົບເສດຖະກິດຂອງແຂວງໄດ້ຢ່າງຫຼວງຫຼາຍ.ໃນໄລຍະ 4 ເດືອນຜ່ານມາມີຈໍານວນນັກທ່ອງທ່ຽວເດີນທາງເຂົ້າແຂວງບໍ່ແກ້ວ ມີທັງໝົດ 85,862 ເທື່ອຄົນ. ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 3,670 ເທື່ອຄົນ (ເທົ່າກັບ 4.46%).ທຽບໃສ່ແຜນການຄາດຄະເນໝົດປີ ປະຕິບັດໄດ້ແລ້ວ 40.89% ຂອງແຜນການ.ໃນນິ້ດ່ານສາກົນຂົວມິດຕະພາບ 4 (ຫ້ວຍຊາຍ-ຊຽງຂອງ)ມີນັກທ່ອງທ່ຽວເຂົ້າຜ່ານດ່ານຫຼາຍທີ່ສຸດເຖິງ 54,290 ເທື່ອຄົນ. ດ່ານເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຈໍານວນ 18,367 ເທື່ອຄົນ.ນັກທ່ອງທ່ຽວເຂົ້າແຂວງ (ຜ່ານຊ່ອງທາງອື່ນໆ): ມີຈໍານວນ 3,778 ເທື່ອຄົນ.ນັກທ່ອງທ່ຽວພາຍໃນ (ທ່ຽວທ້ອງຖິ່ນ)ມີຈໍານວນ 9,427 ເທື່ອຄົນ.ນັກທ່ອງທ່ຽວສາກົນເດີນທາງອອກຈາກແຂວງບໍ່ແກ້ວ ມີຈໍານວນ 34,231 ເທື່ອຄົນ.ນັກທ່ອງທ່ຽວຊາຍແດນມີຈໍານວນ 16,275 ເທື່ອຄົນ. ຜ່ານການເຄື່ອນໄຫວທ່ຽວຊົມ, ພັກເຊົາ ແລະ ຊົມໃຊ້ບໍລິການຕ່າງໆ ພາຍໃນແຂວງບໍ່ແກ້ວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະ 4 ເດືອນຜ່ານມາ,ສາມາດສ້າງລາຍຮັບສໍາຜັດ (ລາຍຮັບທາງກົງຈາກການທ່ອງທ່ຽວ) ໄດ້ທັງໝົດເປັນມູນຄ່າສູງເຖິງ 4,293,100 ໂດລາສະຫະລັດ (ສີ່ລ້ານສອງແສນເກົ້າສິບສາມພັນໜຶ່ງຮ້ອຍ ໂດລາສະຫະລັດ).ຈາກຕົວເລກດັ່ງກ່າວ ສະແດງໃຫ້ເຫັນວ່າ ດ່ານສາກົນຂົວມິດຕະພາບ 4 ຍັງຄົງເປັນປະຕູດ່ານຫຼັກ ທີ່ມີຄວາມສໍາຄັນທີ່ສຸດໃນການຕ້ອນຮັບນັກທ່ອງທ່ຽວ.ຂະນະທີ່ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ກໍເປັນອີກໜຶ່ງຈຸດໝາຍປາຍທາງ ທີ່ສາມາດດຶງດູດການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ທ້ອງຖິ່ນໄດ້ຢ່າງຕໍ່ເນື່ອງ. ຄາດວ່າໃນທ້າຍປີ ຕົວເລກຈະບັນລຸຕາມແຜນການທີ່ວາງໄວ້ ຍ້ອນການປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ພາຍໃນແຂວງທີ່ມີຄວາມຄືບໜ້າເປັນຢ່າງດີ.

ໂດຍ: ເງິນຫຼົງ ຈິດພູວົງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa