ພະແນກແຮງານ ແລະ ສະຫວັດການສັງຄົມແຂວງ ໄດ້ລົງເຜີຍແຜ່ ວຽກງານສີມືແຮງງານ ເມືອງເມິງ.

ໃນວັນທີ 4 ມີຖຸນາ 2026 ຜ່ານມານີ້, ຢູ່ທີ່ສະໂມສອນ ເມືອງເມິງ ແຂວງບໍ່ແກ້ວ  ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານສີມືແຮງງານ, ວຽກງານໂຄສະນາຂໍ້ມູນຂ່າວສານ ວຽກງານຈັດຫາງານ ແລະ ວຽກງານນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ອາຍຸສູງ ໂດຍການເປັນປະທານຮ່ວມ ຂອງທ່ານ ວັນນະສອນ ໂພທິປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການແຂວງບໍ່ແກ້ວ, ມີທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ຕະຫຼອດພະນັກງານ-ລັດຖະກອນ ທີເຮັດວຽກກ່ຽວການເງິນແຕ່ລະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຂຶ້ນເຜີຍແຜ່ບັນດາເອກະສານຕ່າງໆທີ່ສໍາຄັນຄື: ວຽກງານແຮງງານ ການຊ່ວຍເຫຼືອ ແລະ ປົກປ້ອງຄຸ້ມຄອງແຮງງານລາວຢູ່ພາຍໃນແຂວງບໍ່ແກ້ວ; ການຈັດຕັ້ງປະຕິບັດວຽກງານພັດທະນາສີມືແຮງງານ ສົ່ງເສີມການຝຶກສີມືແຮງງານໃຫ້ກຸ່ມເປົ້າໝາຍຜູ້ເຂົ້າຝຶກສີມືແຮງງານ ສໍາລັບໂຄງການສົ່ງເສີມທັກສະທີ່ເປັນບູລິມະສິດສໍາລັບການເຕີບໂຕຂອງ ສປປລາວ; ດໍາລັດວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ສະບັບເລກທີ 57/ລບ, ລົງວັນທີ 27 / 1 / 2025; ກົດໝາຍວ່າດ້ວຍຄົນພິການ ສະບັບເລກທີ 57/ສພຊ, ລົງວັນທີ 10 ທັນວາ 2018; ແລະ ວຽກງານອື່ນໆຕື່ມອີ່ກ ທັງນີ້ກໍ່ເພຶ່ອເຮັດໃຫ້ ພະນັກງານງານຫຼັກແຫຼງຂອງເມືອງ ກໍ່ຄືພະນັກງານທີ່ເຮັດວຽກກ່ຽວກັບການເງິນແຕ່ລະຫ້ອງການອ້ອມຂ້າງເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈແນວທາງປ່ຽນແປງໃໝ່ຂອງພັກ-ຂອງລັດຖະບານທີ່ໄດ້ວາງອອກໃຫ້ເຂັ້ມງວດ ເພຶ່ອເປັນການປັບປຸງໃຫ້ຖືກຕ້ອງສອດຄອງກັບສະພາບຕົວຈິງ ແລະ ເຮັດໃຫ້ວຽກງານດັ່ງໄດ້ຮັບການພັດທະນາ, ວອງໄວຂຶ້ນກ່ວາເກົ່າ ຮັບປະກັນໄດ້ທັງປະລິມານ ແລະຄຸນນະພາບ

ໂອກາດດຽວກັນນີ້ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ປະທານອົງການປົກຄອງເມືອງ ໄດ້ມີຄໍາເຫັນເນັ້ນໜັກ ໃຫ້ທຸກພາກສວນຂອງເມືອງ ໂດຍສະເພາະຫ້ອງການພາຍໃນເມືອງ ຈົ່ງເປັນເຈົ້າການໃນການຈັດຕັ້ງປະຕິບັດ ຄົ້ນຄວ້າກໍາແໜ້ນບັນດາເນື້ອໃນ, ຈິດໃຈ ຂອງບັນດາເອກະສານຕ່າງໆ ທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ນໍາໃນໄປໄໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງແຕ່ລະຫ້ອງການອ້ອມຂ້າງເມືອງ ໃນການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໃວ້.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa