ວັນທີ 5 ມິຖຸນາ 2026 ນີ້ ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ V ປະຈໍາເຂດເລືອກຕັ້ງ ເມືອງຜາອຸດົມ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ໂຄງການທະລຸ ແລະ ກໍ່ສ້າງທາງປູແຮ່ ແຕ່ເຂດບ້ານໃໝ່ ຫາ ບ້ນໂພນວິໄລໃຕ້ ( ຈຸດສຸມລ້ອງນ້ຳໂຄງ ) ຂອງເມືອງຜາອຸດົມ ໂດຍມີ ທ່ານ ໄພທູນ ຄຳສີວໍລະວົງ ປະທານບໍລິສັດ ຄູນເມືອງໄຊ ພັດທະນາກໍ່ສ້າງ ຈຳກັບຜູ້ດຽວ ມີຕ່າງໜ້າວິຊາການ ພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ຂອງເມືອງ ພ້ອມດ້ວຍການຈັດຕັ້ງບ້ານ ເຂົ້າຮ່ວມ.
ໂຄງການທະລຸ ແລະ ກໍ່ສ້າງເສັ້ນທາງປູແຮ່ ແຕ່ບ້ານໃໝ່ ຫາ ຈຸດສຸມລ້ອງນໍ້າໂຄ້ງ ແມ່ນຕັ້ງຢູ່ພາຍໃນຂອບເຂດເມືອງຜາອຸດົມ ແຂວງບໍ່ແກ້ວ, ຈຸດເລີ່ມຕົ້ນຂອງໂຄງການແມ່ນເລີ່ມແຕ່ຂອບເຂດ ຂອງບ້ານ ໃໝ່ ຫາ ຈຸດສຸດທ້າຍ ບ້ານ ໂພນວິໄລໃຕ້ (ຈຸດສຸມລ້ອງນໍ້າໂຄງ), ມີຄວາມຍາວ 20 ກວ່າກິໂລແມັດ, ໜ້າທາງກວ້າງ 6 ແມັດ, ໄລຍະການກໍ່ສ້າງ 36 ເດືອນ, ໂດຍໄດ້ເລີມລົງມືຈັດຕັ້ງປະຕິບັດ ມາຕັ້ງແຕ່ວັນທີ 1 ສິງຫາ, ປີ 2023 ຈົນຮອດປະຈຸບັນ ແມ່ນສາມາດຈັດຕັ້ງປະຕິບັດວຽກໄດ້ 100% ຕາມສັນຍາ, ເຊິງແມ່ນ ບໍລິສັດ ຄູນເມືອງໄຊ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ທີ່ປຶກສາໂຄງການ ໂດຍແມ່ນ ບໍລິສັດ ແກ້ວນະຄອນວົງ ສໍາຫຼວດອອກແບບ ແລະ ທີ່ປຶກສາ ຈຳກັດຜູ້ດຽວ, ລວມມູນຄ່າການກໍ່ສ້າງທັງໝົດ 97 ຕື້ ,373 ລ້ານກວ່າກີບ, ໃນນີ້ ໜ້າວຽກປະກອບມີວຽກບຸກເບີກອະນາໄມໜ້າທາງ, ຕັດຕົ້ນໄມ້, ວຽກຂຸດດິນທຳມະດາ, ຂຸດຫີນ ແລະ ຂຸດດິນໂຄງສ້າງ, ວຽກດິນຖົມຊັ້ນຍົກລະດັບ, ຖົມຫີນ, ວຽກກໍ່ສ້າງດິນຄັນທາງ ແລະ ວຽກຊັ້ນຮອງພື້ນທາງວັດສະດຸດີຈາກບໍ່, ວຽກລະບົບລະບາຍນໍ້າ: ວາງທໍ່ 60, 80, ທໍ່ 100 ແລະ ວຽກເບຕົງເສີມເຫຼັກໄດ້ເຮັດບາງສ່ວນ, ພ້ອມນີ້ ຍັງມີໜ້າວຽກເພີ້ມໃໝ່ ເຊິງໄດ້ກໍ່ສ້າງຂົວຈົມຢູ່ບ້ານຖິ່ນ 1 ແຫ່ງ ແລະ ສ້າງຊຸມຕັກນໍ້າ ຢູ່ຈຸດນໍ້າໄຫຼເຂົ້າປາກທໍ່ແຕ່ລະຈຸດ. ຜ່ານການຈັເຕັ້ງປະຕິບັດຜ່ານມາ ແມ່ນມີຄວາມຫຍຸ້ງຍາກຫຼາຍດ້ານ, ເປັນຕົ້ນ: ສະພາບດິນຟ້າອາກາດ ບໍ່ເອື້ອຍອຳນວຍຄວາມສະດວກ ເຮັດໃຫ້ຝົນຕົກໜັກ ແລະ ຕໍ່ເນື່ອງເປັນເວລາຫຼາຍວັນ ອັນພາສົ່ງຜົນໃຫ້ມີການກໍ່ສ້າງລ່າຊ້າ, ສະພາບການເໜັງຕີງຂອງອັດຕາແລກປ່ຽນ, ນໍ້າມັນ ແລະ ວັດສະດຸການກໍ່ສ້າງ ມີມູນຄ່າເພີ່ມຂຶ້ນ. ແຕ່ບໍລິສັດ ກໍ່ໄດ້ຕັ້ງໜ້າປະຕິບັດ ໜ້າວຽກດ້ວຍຄວາມຮັບຜິດຊອບສູງ ຈົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້.
ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍ ມາຍັງບໍລິສັດ ວິຊາການພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ຂອງເມືອງ ທີ່ໄດ້ອຸທິດເຫືອແຮງ, ສະຕິປັນຍາ ເຂົ້າໃນການຄຸ້ມຄອງກໍ່ສ້າງເສັ້ນທາງ ໃຫ້ໄດ້ຮັບຕາມແຜນ ຖືກຕ້ອງຕາມເຕັກນິກ ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທີ່ຊົມໃຊ້ເສັ້ນທາງແຫ່ງນີ້ ຕ້ອງເປັນເຈົ້າການປົກປັກຮັກສາ ເບີງແຍງໃຫ້ມີຄວາມໝັ້ນຄົງ ແລະຍືນຍົງຍາວນານຕະຫຼອດໄປ. ຈາກນັ້ນ ກໍ່ໄດ້ພ້ອມກັນເຊັນບົດບັນທຶກມອບເສັ້ນທາງດັ່ງກາວ ໃຫ້ກັບພະແນກການທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງ, ບ້ານ, ເປັນຜູ້ປົກປັກຮັກສາ, ນຳໃຊ້ຢ່າງເປັນທາງການ. ໂອກາດດຽວກັນນີ້ ທ່ານ ກາງ ມະນີຫວ່າງ ພ້ອມຄະນະນຳຂອງເມືອງ ຍັງໄດ້ນຳເອົາແຜງໂຊລະເຊວ ຈຳນວນ 1 ຊຸດ ໄປມອບໃຫ້ແກ່ບ້ານ ໂພນວິໄລໃຕ້ ເພື່ອນຳໃຊ້ເຂົ້າໃນວຽກງານລວມຂອງບ້ານ.







ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 7. 6. 2026.



