ກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ I ລະຫວ່າງ ອົງການໄອຍະການປະຊາຊົນແຂວງບໍ່ແກ້ວ, ກອງບັນຊາການ ປກສ ແຂວງ, ສານປະຊາຊົນແຂວງ ແລະ ພະແນກຍຸຕິທໍາແຂວງ ແມ່ນໄດ້ຈັດຂືຶ້ນໃນວັນທີ 23 ເມສາ 2026, ທີ່ພະແນກຍຸຕິທໍາແຂວງ ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາຄະນະພະແນກ, ຫົວໜ້າ, ຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງທັງ 4 ພາກສ່ວນເຂົ້າຮ່ວມ.
ກອງປະຊຸມໄດ້ລາຍງານການເຄື່ອນໄຫວວຽກງານຜ່ານມາ ທັງ 4 ພາກສ່ວນແມ່ນໄດ້ເອົາໃຈໃສ່ສູ່ຊົນໃນການຍົກສູງດ້ວຍຄວາມຮັບຜິດຊອບຂອງຕົນ ໃນການນໍາພາຂະແໜງການຂອງຕົນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງຕັ້ງໜ້າ, ເຮັດວຽກງານສືກສາອົບຮົມການເມືອງ – ແນວຄິດ, ເພື່ອຍົກລະດັບຄວາມຮັບຮູ້, ຄວາມສາມາດທາງດ້ານວິຊາສະເພາະໃຫ້ແກ່ພະນັກງານວິຊາການ ທີ່ເຮັດວຽກງານດັ່ງກ່າວ, ເຮັດໃຫ້ການດຳເນີນຄະດີຕາມຂະບວນການຍຸຕິທຳ ມີຜົນສຳເລັດຫຼາຍດ້ານ. ກອງປະຊຸມແຕ່ລະພາກສ່ວນກໍ່ໄດ້ປະກອບຄໍາຄິດເຫັນ ໃສ່ບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທໍາ ເພື່ອແນໃສ່ປັບປຸງແກ່ໄຂຈຸດອ່ອນ ແລະ ຂໍຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ການດຳເນີນຄະດີຕາມຂະບວນການຍຸຕິທຳ ໃນໄລຍະຜ່ານມາ ແລະ ສືບຕໍ່ວຽກງານການດຳເນີນຄະດີຕາມຂະບວນການຍຸຕິທຳໃນຕໍ່ໜ້າ ໃຫ້ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ທວງທັນກັບເວລາທີ່ກໍານົດໄວ, ພ້ອມກັນຊອກຫາວິທີແກ້ໄຂໃຫ້ທັນການ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ. ກອງປະຊຸມຄັ້ງນີ້ທັງ 4 ພາກສ່ວນ ກໍ່ໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ I ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ການດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ ນໍາເອົາເອກະສານດັ່ງກ່າວໄປເຊື່ອມຊຶມໃຫ້ແກ່ພະນັກງານໃນກົມກອງຂອງຕົນ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ມີປະສິດທິຜົນ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄຸນນະພາບສູງຂື້ນເທື່ອລະກ້າວ. ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ.
ໃນການຄຸ່ມຄອງລັດ ຄຸ່ມຄອງສັງຄົມ ດ້ວຍກົດໝາຍ ເປັນການສືບຕໍ່ ປະຕິບັດຕາມແນວທາງຂອງພັກ ໂອກາດນີ້ ທ່ານ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ມີຄໍາເຫັນຮຽກຮອງໃຫ້ອົງການປົກຄອງກົດໝາຍ ຕ້ອງປະຕິບັດໜ້າທີ່ ການເມືອງ ຕາມພາລະບົດບາດສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອໃຫ້ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບ ແລະ ທັງ 4 ພາກສ່ວນ ຈົ່ງພ້ອມກັນສືບຕໍ່ເຜີຍແຜ່ກົດໝາຍໃຫ້ລົງສູ່ຮາກຖານ, ທ້ອງຖິ້ນ ກໍ່ຄືປະຊາຊົນບັນດາເຜົ່າໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງ, ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ແມ່ນໃຫ້ຍຶດຖືກົດໝາຍເປັນຫຼັກ ດ້ວຍຈັນຍະບັນ ຈັນຍະທໍາ.





ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ
ແອດມິນ: ທອງຈັນ ວົງປັນຍາ



