34. ໂຄງການຜັນຂະຫຍາຍຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໂດຍປັບປຸງການຄຸ້ມຄອງພູມີທັດປ່າໄມ້ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ມອບປ້າຍແຜນທີ່ການວາງແຜນຄຸ້ມຄອງນຳໃຊ້ທີດິນກະສິກຳ ແລະ ປ່າໄມ້ ຂອງບ້ານ ຢູ່ຫໍປະຊຸມບ້ານນາຫຼວງ.

ວັນທີ 20 ພຶດສະພານີ້ ຄະນະຊີ້ນຳໂຄງການຜັນຂະຫຍາຍຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໂດຍປັບປຸງການຄຸ້ມຄອງພູມີທັດປ່າໄມ້ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ມອບປ້າຍແຜນທີ່ການວາງແຜນຄຸ້ມຄອງນຳໃຊ້ທີດິນກະສິກຳ ແລະ ປ່າໄມ້ ຂອງບ້ານ ຢູ່ຫໍປະຊຸມບ້ານນາຫຼວງ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜາຍ ວົງປະເສີດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສຸກສະຫວັນ ແກ້ວປະເສີດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາຄະນະພັກອຳນາດການປົກຄອງບ້ານ, 7 ບ້ານຄື: ບ້ານນາຫຼວງ,ບ້ານນ້ຳແຊວງ,ບ້ານນາງາມ, ບ້ານຫ້ວຍທຸຍ, ບ້ານທ່າຟ້າ, ບ້ານຊອດ ແລະ ບ້ານນ້ຳແລ ຕະຫຼອດຮອດພະັກງານພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ຈາກນັ້ນຄະນະຮັບຜິດຊອບໄດ້ຜ່ານກົດລະບຽບການຄຸ້ມຄອງປ່າໄມ້ຂັ້ນບ້ານ ແລະ ແຜນພັດທະນາ 5ປີ ຂອງປ່າໄມ້ບ້ານ, ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງເປັນເອກະສັນ.

ໂອກາດນີ້ ທ່ານ ຄຳຜາຍ ວົງປະເສີດ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະພັກອຳນາດການປົກຄອງບ້ານຕ້ອງເປັນເຈົ້າການໃນການປະສານສົມທົບກັບພາກສ່ວທີ່ກ່ຽວຂ້ອງໃຫ້ທັນການ, ທ່ານໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງເປັນເຈົ້າການສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ, ພ້ອມກັນປຶກສາຫາລືເພື່ອສ້າງແຜນການຈັດສັນທີ່ດິນຂອງບ້ານໃຫ້ສຳເລັດ, ຄົບຖ້ວນສົມບູນ, ຮັບປະກັນໃຫ້ວຽກງານດັ່ງກ່າວນີ້ໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນການ ແລະ ເກີດຜົນປະໂຫຍດສູງສຸດ, ຮັບປະກັນໃຫ້ການນໍາໃຊ້ທີ່ດິນ ແລະ ປ່າໄມ້ຖືກຕ້ອງຕາມແຜນການຈັດສັນຂອງບ້ານຢ່າງເຂັ້ມງວດ. ພ້ອມທັງມອບປື້ມກົດລະບຽບແຜນພັດທະນາ 5 ປີຂອງ ແລະ ປັກປ້າຍແຜນທີ່ການວາງແຜນຄຸ້ມຄອງນຳໃຊ້ທີດິນກະສິກຳ ແລະ ປ່າໄມ້ຂອງບ້ານອີກດ້ວຍ

ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa