3. ໜ່ວຍພັກຫ້ອງການ ການເງິນ ເມືອງ ເມິງ ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ I

ວັນທີ 27 ມີນາ 2026 ຜ່ານມານິ້. ຢູ່ທີ່ຫ້ອງການ ການເງິນ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ I ໂດຍການເປັນປະທານຂອງ ສະຫາຍ ສິງໄຊ ແສງພະວົງ ກໍາມະການພັກເມືອງ, ເລຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ສະຫາຍ ຄໍາເງິນ ອິນທໍາພະວົງ ກໍາມະການພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ບັນດາສະຫາຍຄະນະຫນ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

ກອງປະຊຸມໃຫຍ່ ສະຫາຍ ຈາຍນວນ ດວງຄໍາ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໄດ້ຕີລາຄາດ້ານດີຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ໜ່ວຍພັກຫ້ອງການ ການເງິນ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກເມືອງ ມີຄະນະໜ່ວຍພັກ 2 ສະຫາຍ, ມີສະມາຊິກພັກທັງໝົດ 16 ສະຫາຍ, ຍິງ 4 ສະຫາຍ ຕະຫຼອດໄລຍະທີ່ຜ່ານມາໜ່ວຍພັກ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກໃນການເຄື່ອນໄຫວຊີ້ນຳ-ນໍາພາ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ ພາຍໃນໜ່ວຍພັກໃຫ້ຮັບຮູ້ເຊື່ອມຊືມ ກໍາແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍ ຂອງພັກ-ລັດ ເຮັດໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍມີທັດສະນະຫຼັກໝັ້ນຮູ້ຈຳແນກໄດ້ມິດ-ສັດຕູ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຈາກນັ້ນ ຄະນະໜ່ວຍພັກຊຸດເກົ່າ ໄດ້ຂຶ້ນລາໜ້າທີ່, ກອງປະຊຸມໄດ້ມີການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ ເຊິ່ງປະກອບມີຜູ້ສະມັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການດໍາເນີນການປ່ອນບັດຕົວຈິງ, ພ້ອມທັງດໍາເນີນກອງປະຊຸມຄັ້ງປະຖົມມະລືກ ເຊິ່ງໄດ້ເລືອກເອົາ ສະຫາຍ ສິງໄຊ ແສງພະວົງ ເປັນເລຂາໜ່ວຍພັກ, ສະຫາຍ ຈາຍນວນ ດວງຄໍາ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ດອນຄໍາ ແກ້ວສິງທອງ ເປັນກໍາມະການໜ່ວຍພັກ.

ໂອກາດນິ້. ສະຫາຍ ສີວິໄລ ສີຫາລາດ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກຊຸດເກົ່າ ທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຮຽກຮ້ອງ ໃຫ້ຄະນະໜ່ວຍພັກ ຊຸດໃໝ່ ຈົ່ງສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ສ່ວນສະມາຊິກພັກ, ພະນັກງານ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີການເມືອງຂອງຕົນ ເຮັດໃຫ້ວຽກງານ ວິຊາສະເພາະໄດ້ຮັບຜົນສໍາເລັດຕາມການມອບໝາຍຂອງຂັ້ນເທິງ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຕໍ່ໜ້າ.

ຂ່າວ: ອຸ່ນຄໍາ ຂັນວາລິດ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa