












ໜ່ວຍພັກ ຄົ້ນຄວ້າ-ສັງລວມ,ໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ ໄດ້ເລື່ອນສະມາຊິກພັກສໍາຮອງຈໍານວນ 2 ສະຫາຍ.ຂຶ້ນເປັນສົມບູນ ແລະ ມອບບັດໃຫ້ອກ່ສະມາຊິກພັກສົມບູນ.ພິທີ ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 8 ພຶດສະພາ 2026 ນິ້;ໂດຍການເປັນປະທານຂອງ ສະຫາຍ ສີລັດ ແສງດາລາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ ມີບັນດາ ສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ,ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ ແລະ ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ສະຫາຍ ຈັນພູທອນ ພັນຫຼ້າ ກຳມະການໜ່ວຍພັກ ຄົ້ນຄວ້າ-ສັງລວມໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ຕາມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ I ມາດຕາ 2 ຂໍ້ ຄ ການພິຈາລະນາເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກສົມບູນ ຄະນະປະຈໍາພັກແຂວງຕົກລົງເຫັນດີຮັບເອົາ ສະຫາຍ ສຸພາສອນ ຄໍາພາວົງ ແລະ ສະຫາຍ ສີສຸວັນ ໄຊຍະເສນສຸກ ເຂົ້າເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ.ພ້ອມທັງມອບມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ມອບໂດຍ ສະຫາຍ ສີລັດ ແສງດາລາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ
ໃນວາລະດຽວກັນໄດ້ຈັດ ພິທີ ມອບບັດແດງ ໃຫ້ແກ່ສະມາຊິກພັກສົມບູນ ສະຫາຍ ນາງ ຈັນທະລີ ໄຊຍະວົງ ເລຂາໜ່ວຍພັກ ຄົ້ນຄວ້າ-ສັງລວມໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ່ວຍການຮັບຮອງອອກບັດໃຫ້ແກ່ສະມາຊິກພັກສົມບູນ ໂດຍອິງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ I ມາດຕາ 8, ຄະນະປະຈໍາພັກແຂວງບໍ່ແກ້ວ ໄດ້ຕົກລົງຮັບຮອງເອົາລາຍຊື່ສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນໄດ້ຮັບບັດຈໍານວນ 3 ສະຫາຍ,ຄື: ສ່ອງແກ້ວ ສີຜາວັນ,ສະຫາຍ ເຫຼັກສຸທອນ ແກ້ວວິໄລ ແລະ ສະຫາຍ ນາງ ຈັນຄໍາ ແກ້ວມະນີຈັນ ແລະໃຫ້ກຽດມອບບັດໂດຍແມ່ນ ສະຫາຍ ສີລັດ ແສງດາລາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ
ໂອກາດນິ້.ສະຫາຍ ເລຂາຄະນະພັກຮາກຖານ ຫ້ອງວ່າການແຂວງ ໄດ້ມີຄໍາເຫັນໃຫ້ຄຳໂອວາດຕັກເຕື່ອນ ແລະ ເຫັນເນັ້ນໜັກ ໃຫ້ສະມາຊິກພັກໃໝ່ທັງສອງ ສະຫາຍ,ຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດຕາມກົດລະບຽບ ແລະ ຫຼັກການຂອງພັກ ວ່າງອອກໃຫ້ໄດ້ຢ່າງເຂັ້ມງວດ.ໂດຍສະເພາະ ແມ່ນໃຫ້ປະຕິບັດຕາມ 5 ຫຼັກ 3 ທິດນໍາ, ສິດ, ໜ້າທີ່ ແລະ ບັນດາຂໍ້ຫ້າມຕ່າງໆຂອງກົດລະບຽບພັກ ເປັນເຈົ້າການໃນການປະຕິບັດ ແນວທາງ ແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ,ຍົກສູງລະດັບການສຶກສາ,ໃນການຄົ້ນຄວ້າ ຊອກຮູ້ຮໍ່າຮຽນ ໃຫ້ມີຄວາມຮູ້ ຄວາມສາມາດ, ດ້ານຄຸນທາດການເມືອງ ,ຄຸນສົມບັດສິນທຳປະຕິວັດ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ກາຍເປັນສະມາຊິກພັກທີ່ຫ້າວຫັນດີເດັ່ນຂອງພັກ.ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ເປັນກຳລັງແຮງໃນການສືບຕໍ່ສ້າງເປັນໜ່ວຍພັກ ປອດໄສ ເຂັ້ມແຂງ ແລະ ໜັກແໜ້ນ, ສ່ວນສະມາຊິດພັກທີ່ໄດ້ຮັບບັດ ແມ່ນໝາກຜົນ ແລະ ຜົນງານອັນຍິງໃຫຍ່ ເປັນເອກກະສານທີ່ສຳຄັນຂອງຊາດ ຂອງພັັກ ໃຫ້ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄ້ອງການນຳໃຊ້ບັດໃຫ້ຖືກຕ້ອງ, ຫຼີກເວັ້ນການຕົກເຮ່ຍເສຍຫາຍໂດຍບໍ່ສົມເຫດສົມຜົນ ແລະ ຫ້າມເອົາໃຫ້ຜູ້ອື່ນຍືມໄປນໍາໃຊ້ຢ່າງເດັດຂາດ ຕາມລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກ ແລະ ຈົ່ງສຶບຕໍ່ຮັກສາມູນເຊື້ອນິ້ໄວ້ໃຫ້ດີ.
ຈາກນັ້ນ,ຕ່າງໜ້າສະມາຊິກພັກໃໝ່ ແລະ ຜູ້ທີ່ໄດ້ຮັບບັດ ໄດ້ຂຶ້ນຮັບຄຳໂອວາດ ແລະ ປະຕິຍານຕົນເອງວ່າຈະເອົາໃຈໃສ່ເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ບັນລຸຜົນສໍາເລັດ ແລະ ເປັນເຈົ້າການ ປະຕິບັດລະບຽບຂອງພັກ-ລັດຖະກອນ,ຈະເອົາໃຈໃສ່ປົກປັກຮັກສາບັດແລະ ນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບພັກໃຫ້ໄດ້ຢ່າງເຂັ້ມງວດ.
ຂ່າວ:ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



