



ໃນເວລາ 12 ໂມງ ຂອງວັນທີ 3 ພຶດສະພາ 2026 ນິ້ພຣະອາຈານໃຫຍ່ ທອງ ອິນທະພອນ ເຈົ້າອະທິການວັດໂພນສະຫວ່າງ ໄຊຍະມຸງຄຸນ, ສາມະເນນ ບ໋ອນ ຈັນສະໄໝ ຕາງໜ້າວັດທາດແກ້ວມະນີແສງ ແລະ ທ່ານ ກົງໄຊ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ທ້າວຄໍາອົກ ແລະ ນາງ ອຳພອນ ເພັດຈະເລີນ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ ໃນເວລາ 12 ໂມງ ຂອງວັນທີ 2 ພຶດສະພາ 2026, ເສຍຫາຍໝົດຫຼັງ, ເຊິ່ງສາເຫດເກີດຈາກໄຟຟ້າລັດວົງຈອນ ເຄື່ອງທີ່ນໍາໄປມອບເປັນເຄື່ອງອຸປະໂພກ ຜ້າຮົ່ມເຄື່ອງນອນ ແລະ ເຄື່ອງແຕ່ງຢູ່ຄົວກິນ ລວມເປັນມູນຄ່າ 5,500,000 ກີບ
ໃນນາມປະທານ ອພສ ເມືອງ ຂໍນິມົນເຊີນ ບັນດາເຈົ້າອະທິການວັດທີ່ມີເງື່ອນໄຂ ແລະ ພໍ່ອອກແມ່ອອກທັງຫຼາຍທີ່ມີນໍ້າໃຈໄປຊ່ວຍບໍລິຈາກເປັນ ເຂົ້າສານອາຫານແຫ້ງເຄື່ອງໃຊ້ປະຈໍາວັນ ຫຼື ຈະບໍລິຈາກເສົາສໍາເລັດຮູບ, ສັງກະສີ ແລະ ດິນບ໋ອກ ເພື່ອມາແກ້ໄຂພື້ນຖານຄອບຄົວ
ຂໍໃຫ້ທຸກພາກສ່ວນເອົາໃຈໃສ່ມີສະຕິໃນການໃຊ້ໄຟຕ້ອງໝັ່ນສໍາຫຼວດກວດກາສາຍໄຟເກົ່າທີ່ໃຊ້ມາດົນຄວນປ່ຽນໃໝ່ ກ່ອນອອກຈາກເຮືອນໃຫ້ປິດເຄື່ອງໃຊ້ໄຟຟ້າທຸກຄັ້ງ ເພື່ອປ້ອງກັນເຫດໄຟໄໝ້.
ຂໍ້ມູນຈາກ ອພສ ເມືອງຫ້ວຍຊາຍ



