ໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຮຽນວິຊາຊີບ ແລະ ວຽກເຮັດງານທຳ ໃຫ້ຊາວໜຸ່ມໂຮງຮຽນ ມ.ສ ນ້ຳເມິງ

ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2026 ຜ່ານມານີ້, ຢູ່ທີ່ໂຮງຮຽນ ມສ ນໍ້າເມິງ ເມືອງເມິງ ແຂວງບໍ່ແກ້ວ ຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງບໍ່ແກ້ວ ໄດ້ລົງໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຮຽນວິຊາຊີບ ແລະ ວຽກເຮັດງານທໍາ ໂດຍການເປັນປະທານ ຂອງທ່ານ ຟອງໄຊ ຈຸລະພັນ ຫົວໜ້າອຳນວຍການໂຮງຮຽນ ມສ ນ້ຳເມິງ ແລະ ໃຫ້ກຽດເຂົ້າເຂົ້າຮ່ວມໂດຍທ່ານ ຈັນສະຫວ່າງ ເຍົາວະພາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະຊາວໜຸ່ມເມືອງ, ມີນ້ອງນັກຮຽນຊັ້ນ ມໍ 4 ແລະ ມໍ 7 ເຂົ້າຮ່ວມຮັບຟັງທັງໝົດ 51 ຄົນ, ຍິງ 28 ຄົນ.

ໃນພິທີທ່ານ ຄຳສຸກ ໄຊຍະພອນ ຮອງຫົວໜ້າຂະແໜງພັດທະນາວິຊາຊີບຊາວໜຸ່ມແຂວງ ໄດ້ຂຶ້ນເຜີຍແຜ່ຂໍ້ມູນການຮຽນວິຊາຊີບ ແລະ ວຽກເຮັດງານທຳ, ຊຸກຍູ້ຊາວໜຸ່ມເຂົ້າຝຶກອົບຮົມວິຊາຊີບ ເປັນ 3 ແບບຄື: 1 ແບບລະບົບຈ່າຍຄ່າຮຽນ: ມີ 2 ສາຂາຮຽນຄື: ສາຂາຕັດຫຍິບ ຮຽນ 4 ເດືອນ ຮັບໄດ້ (15-20 ຄົນ) 900.000 ກີບ/ຄົນ/ເທີມ, ສາຂາເສີມສວຍ (ເສີມຄວາມງາມ) ຮຽນ 4 ເດືອນ ຮັບໄດ້ (10-20 ຄົນ) 1.500.000 ກີບ/ຄົນ/ເທີມ, ນອກນີ້ຍັງຝຶກອົບຮົມພາສາຕ່າງປະເທດຄື: ພາສາອັງກິດ ແລະ ພາສາຈີນ 230.000 ກີບ/ຄົນ/ເທີມ; 2 ແບບລະບົບຮຽນຟຣີ: ມີ 2 ສູນຝຶກຄື: ສູນຝຶກວິຊາຊີບຊາວໜຸ່ມດອນບອສໂກ-ວຽງຈັນ ແລະ ສູນຝຶກວິຊາຊີບຊາວໜຸ່ມດອນບອສໂກ-ມາອິນ ສູນຝຶກວິຊາຊີບຊາວໜຸ່ມ-ດອນບອສໂກ ເປັນສູນໜຶ່ງທີ່ຊ່ວຍເຫຼືອຊາວໜຸ່ມທຸກຍາກ, ດ້ອຍໂອກາດ ແລະ ຜູ້ທີ່ມີຄວາມສົນໃຈມີວິຊາຊີບ ໂດຍສະເພາະແມ່ນຜູ້ທີ່ທຸກຍາກຂາດເຂີນ, ເປັນລູກກຳພ້າ, ດ້ອຍໂອກາດທາງດ້ານການສຶກສາ ແລະ ຜູ້ທີ່ບໍ່ມີວຽກເຮັດງານທໍາທີ່ຕ້ອງການຢາກພັດທະນາຕົນເອງ ສູນຝຶກວິຊາຊີບຊາວໜຸ່ມດອນບອສໂກ-ວຽງຈັນ ປະກອບມີ: ຊ່າງລົດຈັກ, ຊ່າງເຊື່ອມໂລຫະ, ຊ່າງໄຟຟ້າ ແລະຊ່າງລົດໃຫຍ່; ສູນຝຶກວິຊາຊີບຊາວໜຸ່ມດອນບອສໂກ-ມາອິນ ປະກອບມີ: ຊ່າງຕັດຫຍິບ, ປຸງແຕ່ງອາຫານ, ເສີມຄວາມງາມ; 3 ແບບລະບົບຮຽນຟຣີ ແລະ ມີເງິນເດືອນໃຫ້ : ຝຶກອົບຮົມຊ່າງຕັດຫຍິບອຸດສາຫພກໍາ, ມີສະຖານທີ່ຝຶກອົບຮົມ ແລະ ມີຫໍພັກຝຶກອົບຮົມ. ມາດຖານເງື່ອນໄຂ: ເພດຍິງ-ຊາຍ ມີອາຍຸ 18-35 ປີ, ມີສຸຂະພາບແຂງແຮງ, ຮ່າງກາຍ ແລະ ສະຕິປັນຍາສົມບູນແບບ, ມີຄວາມຮັບຜິດຊອບ ແລະ ຄວາມອົດທົນສູງ, ບໍ່ພົວພັນກັບຢາເສບຕິດ ນອກນີ້ຍັງມີສະຫວັດດີການສັງຄົມໃຫ້ອີກຕື່ມ ຈາກນັ້ນທ່ານ ອິນວົງ ໄຊວົງ ຫົວໜ້າຂະແໜງພັດທະນາວິຊາຊີບຊາວໜຸ່ມແຂວງ ໄດ້ຂຶ້ນບັນຍາຍອະທິບາຍ ໃນຫົວຂໍ້ທີ່ວ່າ:  ການສ້າງເປົ້າໝາຍໃນຊີວິດ,  ເຊິ່ງປະກອບມີ ຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງການສ້າງເປົ້າໝາຍໃນຊີວິດ, ຕົວຢ່າງ ຂັ້ນຕອນຂອງການສ້າງເປົ້າໝາຍໃນຊີວິດລວມມີ 06 ຂັ້ນຕອນ,ໃຫ້ແຕ່ລະຄົນເຂົ້າໃຈວ່າ ຄົນເຮົາມີຄວາມຮັກ, ຄວາມມັກ ແລະ ຄວາມປາຖະໜາ ໃນການດໍາລົງຊີວິດທີ່ແຕກຕ່າງກັນ, ສັງລວມແລ້ວ, ການສ້າງເປົ້າໝາຍໃນຊີວິດ ແມ່ນການວາງແຜນກຳນົດສິ່ງທີ່ຕົນເອງຕ້ອງການ, ເປັນໂຄງການທີ່ຕົນເອງວາງໄວ້, ເປັນກິດຈະກໍາທີ່ຕ້ອງໄດ້ປະຕິບັດຕົວຈິງດ້ວຍຕົນເອງ, ໃນ 6 ຂັ້ນຕອນ ແມ່ນເສັ້ນທາງໜຶ່ງຂອງການສ້າງເປົ້າໝາຍຂອງຊີວິດ, ບົດຮຽນ ແລະ ປະສົບການ ໄດ້ມາຈາກການລົງມືປະຕິບັດດ້ວຍຕົນເອງ.

ໂອກາດດຽວກັນນີ້ ທ່ານ ຟອງໄຊ ຈຸລະພັນ ຫົວໜ້າອຳນວຍການໂຮງຮຽນ ມສ ນ້ຳເມິງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ຊາວໜຸ່ມນັກຮຽນທີ່ໄດ້ເຂົ້າຮ່ວມໃນທີ່ນີ້ ຈົ່ງຕັ້ງໃຈສຶກສາ, ຄົ້ນຄວ້າ, ຮ່ຳຮຽນໃຫ້ຫຼາຍ, ໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນຜູ້ສືບທອດພາລະກິດ ຂອງຊາດໃນອະນາຄົດເວົ້າລວມ, ເວົ້າສະເພາະ ແມ່ນຕ້ອງໄດ້ຕັ້ງໃຈ, ສຸມໃສ່ໃນການຮຽນຂອງຕົນ ເພື່ອໃຫ້ຮຽນຈົບຫຼັກສູດ ແລະ ໄດ້ຮັບໃບປະກາສະນິຍະບັດ ຈົບຊັ້ນ ມໍ 4 ແລະ ມໍ 7 ທີ່ແນ່ນອນ ແລະທ່ານຍັງໄດ້ຍ້ອງຍໍ ຊົມເຊີຍ ແລະ ສະແດງຄວາມຂອບໃຈມາຍັງ ຄະນະທີມງານຊາວໜຸ່ມແຂວງ ທີ່ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຮຽນວິຊາຊີບ ແລະ ວຽກເຮັດງານທຳ ໃຫ້ຊາວໜຸ່ມໂຮງຮຽນ ມ.ສ ນ້ຳເມິງໃນຄັ້ງນີ້, ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ຊາວໜຸ່ມ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຫຼຸດພົ້ນອອກ ຈາກຄວາມທຸກຍາກໄປເທື່ອລະກ້າວ.

ພາບ-ຂ່າວ: ສ່ອງແກ້ວ ທຳມະວົງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa