🕚⏳ວັນທີ 29 ເມສາ 2026ນີ້ ສະຫາຍ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງ ແຂວງບໍ່ແກ້ວ ພ້ອມຄະນະຮັບຜິດ ຊອບຂອງແຂວງ ລົງເຄື່ອນໄຫວເຜີຍແຜ່ເນື້ອໃນເອກະ ສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ VII ຂອງອົງຄະນະພັກ ແຂວງບໍ່ແກ້ວ ທີ່ສະໂມສອນເມືອງຕົ້ນເຜິ້ງ, ມີບັນດາຄະນະບໍລິຫານງານພັກເມືອງ, ພະ ນັກງານສະມາຊິກພັກຫຼັກແຫຼ່ງ ແລະ ພະນັກງານ -ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
✨ໃນນີ້, ສະຫາຍ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ບໍ່ແກ້ວ ໄດ້ເຜີຍແຜ່ເອກກະສານມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພະນັກງານສະມາຊິກພັກ-ລັດຖະກອນທົ່ວເມືອງຕົ້ນເຜິ້ງ ກໍາໄດ້ຢ່າງເລິກເຊິ່ງເຖິງເນື້ອໃນຈິດໃຈ, ທິດທາງ ແລະ ຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໄດ້ກໍານົດໄວ້. ການຜັນຂະຫຍາຍມະຕິນີ້ ເພື່ອເປັນບ່ອນອີງໃນການນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກ ສ່ວນໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງທ້ອງຖິ່ນ. ເສີມສ້າງຄວາມເປັນເອກະພາບ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນປຶກແຜ່ນແໜ້ນໜາພາຍໃນພັກ ແລະ ລັດ ພາຍໃຕ້ການນໍາພາຂອງສູນກາງພັກ ບົນເສັ້ນທາງແຫ່ງການພັດທະນາປະເທດຊາດ. ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ບັນດາການນຳ ແລະ ພະນັກງານສະມາຊິກພັກຫຼັກແຫຼ່ງຕະຫຼອດຮອດພະນັກງານລັດຖະ ກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຢ່າງຕັ້ງໜ້າ, ເອົາໃຈໃສ່ຄົ້ນຄວ້າ ແລະ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສໍາເລັດໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.
🌸✨ນອກຈາກນີ້, ສະຫາຍ ນາງ ສີອຳໄພ ໂສລະຖີ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນ ການ 5 ປີ ຄັ້ງທີ X (2026-2030) ຂອງແຂວງບໍ່ແກ້ວ. ສະຫາຍໄດ້ຍົກໃຫ້ເຫັນເຖິ່ງຜົນສຳເລັດໃນການ ຈັດຕັ້ງປະຕິບັດບັນດາຄາດໝາຍຕົວເລກຄາດຄະເນໃນໄລຍະ 5 ປີຜ່ານມາ, ໂດຍສະເພາະແມ່ນການເຕີບໂຕຂອງເສດຖະກິດພາຍໃນແຂວງ (GDP) ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການຊຸກຍູ້ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ທີ່ມີການຫັນປ່ຽນດີຂຶ້ນ. ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ແກ້ໄຂຕາມທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ແມ່ນຈະໄດ້ສຸມໃສ່ການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສີຂຽວ ແລະ ຍືນຍົງ. ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສົ່ງເສີມການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ການຜະລິດກະສິກຳທີ່ເປັນທ່າແຮງຂອງແຂວງບໍ່ແກ້ວ, ຍົກລະດັບຊີວິດການເປັນຢູ່ໃຫ້ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອຮອງຮັບກັບການຂະຫຍາຍຕົວຂອງເສດຖະກິດໃນຍຸກໃໝ່. ສະຫາຍ ນາງ ສີອຳໄພ ໂສລະຖີ ຍັງໄດ້ເນັ້ນໜັກໃຫ້ບັນ ດາຂະແໜງການ ຈົ່ງກຳແໜ້ນເນື້ອໃນຈິດໃຈຂອງແຜນການດັ່ງກ່າວ ຫັນເປັນແຜນວຽກລະອຽດ ເພື່ອພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ຄາດໝາຍຂອງແຜນການ 5 ປີ ຄັ້ງທີ X ບັນລຸຜົນ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
✨✨ສະຫາຍ ອຸ່ນຄຳ ທຳມະເລີດ ກຳມະການພັກແຂວງ ເລຂາພັກເມືອງຕົ້ນເຜິ້ງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII, ໄດ້ຍົກໃຫ້ເຫັນເຖິ່ງເນື້ອໃນຈິດໃຈຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ ເຮັດໃຫ້ການດຳເນີນວຽກງານຂອງແຂວງຢ່າງມີຈຸດສຸມ ແລະ ສາ ມາດເສີມຂະຫຍາຍບັນດາທ່າແຮງ ກໍ່ຄືຄວາມອາດສາມາດໃນດ້ານຕ່າງໆຂອງຂະແໜງການ ແລະ ບັນດາເມືອງ, ທ້ອງຖິ່ນຢ່າງມີປະສິດ ທິພາບ. ການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາແຜນວຽກຈຸດສຸມ, ແຜນງານບຸລິມະສິດ ກໍ່ຄືແຜນການຄາດ ໝາຍທີ່ໄດ້ກໍານົດໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຍຸດທະສາດຊຸກຍູ້ໃຫ້ແກ່ການພັດທະນາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເຮັດໃຫ້ແຂວງບໍ່ແກ້ວໄດ້ຮັບການພັດທະນາ ແລະ ກ້າວຂຶ້ນເລື້ອຍໆ.
🌸✨ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຜີຍ ແຜ່ເນື້ອໃນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກແຂວງບໍ່ແກ້ວ ສະໄໝທີVII ສະບັບ ເລກທີ 03/ຄປ ພຂ, ເຊິ່ງເປັນເອກະສານຍຸດທະສາດທີ່ສຳຄັນໃນການຊີ້ນໍາ -ນໍາພາການພັດທະນາແຂວງໃນຕໍ່ໜ້າໃນການກຳນົດທິດ ທາງເນັ້ນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີVII ຂອງອົງຄະ ນະພັກແຂວງ ໃຫ້ກາຍເປັນແຜນງານ ແລະ ໂຄງການລະ ອຽດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ສູ້ຊົນບັນດາຕົວເລກຄາດໝາຍທາງດ້ານເສດຖະກິດ, ວັດທະນະທຳ ສັງຄົມ, ການຮັກສາຄວາມສະຫງົບ ແລະ ການປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມະຕິດັ່ງກ່າວມີປະສິດທິພາບ ແລະ ບັນລຸຜົນເປັນຈິງ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນ ເນື້ອໃນຈິດໃຈຂອງແຜນຜັນຂະຫຍາຍສະບັບນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂະແໜງການຂອງຕົນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ສ້າງຜົນງານໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາແຂວງບໍ່ແກ້ວໃຫ້ຈະເລີນຮຸ່ງເຮືອງ.
✨✨ໂອກາດດຽວກັນນີ້ ສະຫາຍ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກ ຄອງ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ເຖິງຄວາມສຳຄັນຂອງການກຳແໜ້ນເນື້ອໃນພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາໃນທົ່ວແຂວງໂດຍສຸມໃສ່ການສ້າງຄວາມໝັ້ນຄົງຂອງຊາດ ເຮັດໃຫ້ພະນັກງານສະມາຊິກພັກ-ລັດຖະກອນມີແນວຄິດທີ່ໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ເພື່ອເຮັດໃຫ້ແຜນການຈັດຕັ້ງຜັນຂະຫຍາຍ ມະຕິ VII ຂອງອົງຄະນະພັກແຂວງ ໄປຕາມທິດທາງທີ່ໄດ້ກຳນົດໄວ້ ໂດຍສະເພາະແມ່ນການສືບຕໍ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ, ສົ່ງເສີມການລົງທຶນ ແລະການບໍລິການທາງຜ່ານ ເພື່ອສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ, ການພັດທະນາຊັບພະ ຍາກອນມະນຸດ, ການປັບປຸງລະບົບສາທາລະນະສຸກ ແລະ ການສຶກສາຢູ່ເຂດຫ່າງໄກສອກຫຼີກ, ຮັກສາໄດ້ສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງໃນທົ່ວສັງຄົມ ໂດຍສະເພາະແມ່ນການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ແລະ ຕິດຕາມປະເມີນຜົນໄດ້ຢ່າງເປັນຮູບປະທຳ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງເຊີດຊູສະຕິປັນຍາ ແລະ ມີຄວາມຮັບຜິດຊອບຮ່ວມກັນໃນການສ້າງສາ ແລະ ພັດທະ ນາແຂວງບໍ່ແກ້ວໃຫ້ມີການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວາງໄວ້.









#ຂ່າວ: ບຸນຈັນ ມະນີໄຊ
ວັນທີ 30 ເມສາ 2026.
ແອດມິນ: ທອງຈັນ ວົງປັນຍາ



