ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ຮ່ວມກັບ ບໍລິສັດ ເພັດອາລຸນ ກຣຸບ ແມ່ນໄດ້ເອົາໃຈໃສ່ກະກຽມຄວາມພ້ອມຈັດຕັ້ງປະຕິບັດ ໂຄງການລົດເມຮັບ-ສົ່ງນັກຮຽນ ພາຍໃນເທດສະບານເມືອງຫ້ວຍຊາຍ, ເພື່ອອຳນວຍຄວາມສະດວກ ແລະ ຍົກລະດັບຄວາມປອດໄພໃຫ້ແກ່ນັກຮຽນ.ໃນໄລຍະທຳອິດແມ່ນຈະເລີ່ມທົດລອງຈັດຕັ້ງປະຕິບັດຢູ່ 2 ແຫ່ງ ຄື:ໂຮງຮຽນ ມສ ສັນຕິພາບ ແລະ ໂຮງຮຽນ ມັດທະຍົມຕອນປາຍຫ້ວຍຊາຍ ເພື່ອຮັບປະກັນໃຫ້ນັກຮຽນໄປ-ມາໂຮງຮຽນໄດ້ທັນເວລາ, ເຂົ້າຮຽນຄົບຕາມຈຳນວນ ແລະ ຕາມຫຼັກສູດ.ຊ່ວຍຫຼຸດຜ່ອນພາລະຂອງຜູ້ປົກຄອງໃນການຮັບ-ສົ່ງ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການຊື້ພາຫະນະ ຫຼື ຄ່ານ້ຳມັນ. ຫຼຸດຜ່ອນຄວາມແອອັດຂອງການສັນຈອນໃນຕົວເມືອງ, ຈັດລະບຽບການຈໍລະຈອນໃນຊ່ວງໂມງເຂົ້າ ແລະ ເລີກຮຽນໃຫ້ດີຂຶ້ນ.ທັງເປັນການ ຫຼຸດຜ່ອນຄວາມສ່ຽງໃນການເກີດອຸປະຕິເຫດຕາມທ້ອງຖະໜົນ ຈາກການຂັບຂີ່ທີ່ບໍ່ຖືກກົດລະບຽບ.ການບໍລິການ ແລະ ຄ່າທຳນຽມຜູ້ລົງທຶນ: ບໍລິສັດ ເພັດອາລຸນ ກຣຸບ (ຈັດຫາພາຫະນະ ແລະ ບໍລິຫານການຂົນສົ່ງ).ຄ່າບໍລິການ: 20,000 ກີບ/ຄົນ/ມື້ (ຫຼື 400,000 ກີບ/ຄົນ/ເດືອນ).ຮູບແບບການຮັບ-ສົ່ງ: ແບ່ງເປັນ 2 ຕອນ (ຕອນເຊົ້າຮັບ ແລະ ຕອນແລງສົ່ງ).ກົດລະບຽບ ແລະ ເວລາໃຫ້ບໍລິການເພື່ອຄວາມເປັນລະບຽບຮຽບຮ້ອຍ, ນັກຮຽນ ແລະ ໂຊເຟີ ຕ້ອງປະຕິບັດຕາມກຳນົດເວລາດັ່ງນີ້:ໄລຍະເວລາ ເວລາລໍຖ້າ/ຂຶ້ນລົດ ເວລາເລີກຮຽນຕອນເຊົ້າ 06:30 ນາທີ 11:30 ນາທີ, ຕອນບ່າຍ 13:00 ນາທີ 16:00 ນາທີ, ການບໍລິການ: ໂຊເຟີຕ້ອງສົ່ງນັກຮຽນຮອດໂຮງຮຽນກ່ອນເວລາເຂົ້າຮຽນ 15-20 ນາທີ.ຕ້ອງມີການກວດກາ: ນັກຮຽນຕ້ອງລຽນແຖວເພື່ອສະແກນນິ້ວມື ຫຼື ແຈ້ງບັດຂຶ້ນລົດ ເພື່ອໃຫ້ໂຊເຟີກວດກາລາຍຊື່ຜູ້ມີໜ້າ ແລະ ຜູ້ຂາດຢ່າງລະອຽດ.ການຈັດຕັ້ງປະຕິບັດພາຍຫຼັງສຳເລັດການເຜີຍແຜ່ຂໍ້ມູນ ແລະ ກະກຽມຄວາມພ້ອມດ້ານພາຫະນະແລ້ວ, ໂຄງການດັ່ງກ່າວ ຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ ໃນເດືອນ ກັນຍາ (ເດືອນ 9) ປີ 2026 ເປັນຕົ້ນໄປ.










ໂດຍ: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



