ເລຂາພັກແຂວງບໍ່ແກ້ວ,ພ້ອມຄະນະສໍາເລັດການລົງເຜີຍແຜ່ເນື້ອໃນເອກະສານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ,ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວ,ຢູ່ເມືອງປາກທາ

ທ່ານ ພົ.ຈວ ແປ້ນຄໍາ ບຸນຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ.ພ້ອມຄະນະຮັບຜິດຊອບຂອງແຂວງໄດ້ລົງເຄື່ອນໄຫວ ເຜີຍແຜ່ເນື້ອໃນເອກກະສານເອກະສານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວຢູ່ເມືອງປາກທາ ໃນວັນທີ 27 ເມສາ 2026 ນີ້, ຢູ່ທີ່ສະໂມສອນເມືອງປາກທາ, ແຂວງບໍ່ແກ້ວ,ມີບັນດາຄະນະບໍລິຫານງານພັກເມືອງ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງປາກທາເຂົ້າຮ່ວມ.

ສະຫາຍ ພົ.ຈວ ແປ້ນຄໍາ ບຸດຈັນແພງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ.ໄດ້ໃຫ້ກຽດເຜີຍແຜ່ເອກກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ: ເພື່ອໃຫ້ພະນັກງານ ແລະ ສະມາຊິກພັກທົ່ວເມືອງປາກທາ ກໍາໄດ້ຢ່າງເລິກເຊິ່ງເຖິງເນື້ອໃນຈິດໃຈ, ທິດທາງ ແລະ ຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໄດ້ກໍານົດໄວ້.ໃນການຜັນຂະຫຍາຍມະຕິ: ເພື່ອເປັນບ່ອນອີງໃນການນໍາໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງທ້ອງຖິ່ນ.ເສີມສ້າງຄວາມເປັນເອກະພາບ ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ພາຍໃນພັກ ແລະ ລັດ ພາຍໃຕ້ການນໍາພາຂອງສູນກາງພັກ ບົນເສັ້ນທາງແຫ່ງການພັດທະນາປະເທດຊາດ. ສະຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ຄົ້ນຄວ້າ ແລະ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.

ສະຫາຍ ວັນນະສອນ ໂພທີປັນຍາ ກໍາມະການພັກແຂວງ ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ເຜີຍແຜ່ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງແຂວງບໍ່ແກ້ວ.ສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕົວເລກຄາດຄະເນໃນໄລຍະ 5 ປີຜ່ານມາ, ໂດຍສະເພາະແມ່ນການເຕີບໂຕຂອງເສດຖະກິດພາຍໃນແຂວງ (GDP).ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການຊຸກຍູ້ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ທີ່ມີການຫັນປ່ຽນດີຂຶ້ນ.ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ແກ້ໄຂ. ທິດທາງແຜນການ 5 ປີ ຄັ້ງທີ X (2026-2030):ແມ່ນຈະໄດ້ສຸມໃສ່ການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສີຂຽວ ແລະ ຍືນຍົງ.ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສົ່ງເສີມການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ການຜະລິດກະສິກຳທີ່ເປັນທ່າແຮງຂອງແຂວງບໍ່ແກ້ວ.ການຍົກລະດັບຊີວິດການເປັນຢູ່: ສືບຕໍ່ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອຮອງຮັບກັບການຂະຫຍາຍຕົວຂອງເສດຖະກິດໃນຍຸກໃໝ່.ສະຫາຍ ວັນນະສອນ ໂພທີປັນຍາ ໄດ້ເນັ້ນໜັກໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ຈົ່ງກຳແໜ້ນເນື້ອໃນຈິດໃຈຂອງແຜນການດັ່ງກ່າວ ເພື່ອຫັນເປັນແຜນວຽກລະອຽດຂອງຕົນເອງ, ພ້ອມທັງເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ຄາດໝາຍຂອງແຜນການ 5 ປີ ຄັ້ງທີ X ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາພັກເມືອງປາກທາ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII, ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ ເຮັດໃຫ້ການດຳເນີນວຽກງານຂອງແຂວງມີຈຸດສຸມ ແລະ ສາມາດເສີມຂະຫຍາຍບັນດາທ່າແຮງ ກໍ່ຄືຄວາມອາດສາມາດໃນດ້ານຕ່າງໆ ຂອງຂະແໜງການ ແລະ ບັນດາເມືອງ, ທ້ອງຖິ່ນ ຢ່າງມີປະສິດທິພາບ. ການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາແຜນວຽກຈຸດສຸມ, ແຜນງານບຸລິມະສິດ ກໍ່ຄືແຜນການຄາດໝາຍທີ່ໄດ້ກໍານົດໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຍຸດທະສາດຊຸກຍູ້ໃຫ້ແກ່ການພັດທະນາ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເຮັດໃຫ້ແຂວງບໍ່ແກ້ວໄດ້ຮັບການພັດທະນາ ແລະ ກ້າວຂຶ້ນເລື້ອຍໆ.

ສະຫາຍ ປອ ສົມຄິດ ວົງປັນຍາ ຄະນະປະຈໍາພັກແຂວງ ປະທານກວດກາພັກລັດແຂວງ,ໄດ້

ເຜີຍແຜ່ເນື້ອໃນ ແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ສະບັບເລກທີ 03/ຄບພຂ, ເຊິ່ງເປັນເອກະສານຍຸດທະສາດທີ່ສຳຄັນໃນການຊີ້ນໍາ-ນໍາພາການພັດທະນາແຂວງໃນຕໍ່ໜ້າ ໃນການກຳນົດທິດທາງ  ເນັ້ນການຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ໃຫ້ກາຍເປັນແຜນງານ ແລະ ໂຄງການລະອຽດ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ.ຄາດໝາຍສູ້ຊົນ ບັນດາຕົວເລກຄາດໝາຍທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການຮັກສາຄວາມສະຫງົບ ແລະ ການປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ.ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມະຕິດັ່ງກ່າວມີປະສິດທິພາບ ແລະ ບັນລຸຜົນເປັນຈິງ. ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຈິດໃຈຂອງແຜນຜັນຂະຫຍາຍສະບັບນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂະແໜງການຂອງຕົນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ສ້າງຜົນງານໃຫ້ປາກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາແຂວງບໍ່ແກ້ວ ໃຫ້ຈະເລີນຮຸ່ງເຮືອງ.

ໂອກາດນິ້.ສະຫາຍ ພົ.ຈວ ແປ້ນຄໍາ ບຸດຈັນແພງ, ກໍາມະການສູນກາງພັກ,ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ,ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ຄືນເຖິງຄວາມສຳຄັນຂອງການກຳແໜ້ນເນື້ອໃນພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາໃນທົ່ວແຂວງ.ສຸມໃສ່ການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ.ແຜນການຈັດຕັ້ງຜັນຂະຫຍາຍ ມະຕິ VII ຂອງອົງຄະນະພັກແຂວງ:ໃນການ ສືບຕໍ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ, ສົ່ງເສີມການລົງທຶນ ແລະການບໍລິການທາງຜ່ານ ເພື່ອສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ.ການພັດທະນາຊັບພະຍາກອນມະນຸດ, ການປັບປຸງລະບົບສາທາລະນະສຸກ ແລະ ການສຶກສາ ຢູ່ເຂດຫ່າງໄກສອກຫຼີກ.ການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮຽບຮ້ອຍໃນສັງຄົມ ໂດຍສະເພາະແມ່ນການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ.ສະຫາຍເລຂາພັກແຂວງ ໄດ້ເນັ້ນໜັກໃຫ້ຄະນະພັກເມືອງປາກທາ ແລະ ບັນດາຫ້ອງການກ່ຽວຂ້ອງ ຈົ່ງນໍາເອົາແຜນຜັນຂະຫຍາຍ ສະບັບເລກທີ 03/ຄບພຂ (ລົງວັນທີ 9 ມັງກອນ 2026) ໄປກຳນົດເປັນແຜນງານ ແລະ ໂຄງການລະອຽດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ແລະ ຕິດຕາມປະເມີນຜົນໄດ້ຢ່າງເປັນຮູບປະທຳ.ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບ ເພື່ອຮ່ວມກັນສ້າງສາແຂວງບໍ່ແກ້ວ ໃຫ້ມີການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງທີ່ວາງໄວ້.

ຂ່າວ: ເງິນຫຼົງ ຈິດພູວົງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa