ເມືອງເມິງ ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.

ວັນທີ 3 ມິຖຸນາ 2026 ຜ່ານມານີ້, ເມືອງເມິງ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 1980 – 1 ມີຖຸນາ 2026 ຄົບຮອບ 46 ປີ, ຢູ່ທີ່ຕາດຫ້ວຍກາງ ບ້ານຜາດໍາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະທີມງານຈາກຫ້ອງການກະສີກໍາ ແລະ ສິງແວດລ້ອມເມືອງ, ມີຄະນະກໍາມະການປົກຄອງຕາແສງ, ປກຊ-ປກສ ປະຈໍາກຸ່ມບ້ານ, ອົງການປົກຄອງບ້ານ ແລະ ຜູ້ປະກອບການແຫຼງທ່ອງທ່ຽວເຂົ້າຮ່ວມ.

ໃນພິທີທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຍັງໃຫ້ຮູ້ວ່າ: ປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ ແລະ ມີຄວາມໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳມະຊາດມີຄວາມສົມບູນເຮັດໃຫ້ສະພາບດິນ, ຟ້າອາກາດ ຕົກຖືກຕ້ອງຕາມລະດູການ ແລະ ແນ່ໃສ່ປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ ແລະ ຫຼຸດຜ່ອນຄວາມຮ້ອນຂອງໂລກ ຕະຫຼອດໄລຍະທີ່ຜ່ານມາ ພັກ-ລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄຸ້ມຄອງປົກປັກຮັກສາ ແລະ ຟື້ນຟູປ່າໄມ້ເປັນບູລິມະສິດໜຶ່ງຂອງລັດຖະບານ ແລະ ແຂວງບໍ່ແກ້ວ ກໍ່ຄືເມືອງເມິງຂອງເຮົາ ກໍ່ໄດ້ກໍານົດເປັນແຜນງານໜຶ່ງຂອງເມືອງ,  ດັ່ງນັ້ນ ຕະຫຼອດໄລຍະທີ່ຜ່ານມາລັດຖະບານກໍ່ໄດ້ອ່ອກຄໍາສັງ, ອອກນິຕິກໍາ, ລະບຽບການ ແລະ ກົດໝາຍ ທີ່ກ່ຽວຂ້ອງເພຶ່ອອານຸລັກຮັກສາປ່າໄມ້, ເພີ່ມທະວີການຄຸ້ມຄອງປ່າໄມ້ ແລະ ສິງແວດລ້ອມ, ພ້ອມດຽວກັນນັ້ນກໍ່ໄດ້ສົ່ງເສີ່ມການປູກໄມ້ອຸດສາຫະກໍາແບບຍາວນານ ສະນັ້ນ ພັກ-ລັດຖະບານຈື່ງໄດ້ກຳນົດເອົາວັນທີ 1 ເດືອນ ມິຖຸນາຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອປຸກຈິດສຳນືກ ແລະ ສ້າງສະຕິແນວຄວາມຄິດທີ່ດີ, ທີ່ສ້າງສັນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນອານຸຊົນ, ເຍົາວະຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ແລະ ຕົ້ນທີ່ນໍາມາປູກໃນຄັ້ງນີ້ປະກອບມີຄື: ຕົ້ນຟາງແດງ 50 ຕົ້ນ, ຕົ້ນສໍາສາ 50 ຕົ້ນ ແລະ ຕົ້ນໄມ້ແຕ່ຄາ 50 ຕົ້ນ ເຊິ່ງໄດ້ນໍາມາປູກຢູ່ໃນບໍລີເວນຕາດຫ້ວຍກາງ ທັງນີ້ ກໍ່ເພຶ່ອເຮັດໃຫ້ບໍລິເວນດັ່ງກ່າວໃຫ້ມີຄວາມຫົມເຍັນຂຶ້ນຕື່ມອີ່ກ.

ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa