








ວັນທີ 13 ພຶດສະພາ 2026 ຜ່ານມານີ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດ ບ້ານ ຜາຂາວ ແລະ ບ້ານ ຜາດໍາ ເປັນບ້ານປ້ອງກັນຄວາມສະຫງົບດີ ເຊີ່ງເປັນບ້ານທີ 17-18 ຂອງເມືອງ ເປັນກຽດເຂົ້າຮ່ວມມີທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານ ພັທ ຄໍາດີ ເກດພິມດາ ຫົວໜ້າກອງບັນຊາການ ປກສ ເມືອງເມິງ, ມີບັນດາທ່ານ ເລຂາຄະນະພັກຮາກຖານ, ແຂກຖືກເຊີນ, ອົງການການປົກຄອງບ້ານ, ການຈັດຕັ້ງບ້ານທຸກພາກສ່ວນ, ຕະຫຼອດຮອດພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ພັຕ ນາງ ອຸດອນ ຈິດສະຫວັນ ໄດ້ຕາງໜ້າທັງ 2 ບ້ານ ຂື້ນຜ່ານບົດສະຫຼຸບການສ້າງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕະຫຼອດໄລຍະທີ່ຜ່ານມາຄະນະພັກຂັ້ນເທິງ ກໍ່ຄືຄະນະພັກຄະນະບັນຊາກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມ ແລະ ປະເມີນຜົນແບ່ງອອກເປັນ 3 ໄລຍະ ແລະ ອີງຕາມ 5 ມາດຕະຖານ ແລະ 6 ເງື່ອນໄຂຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເຫັນວ່າ 2 ບ້ານມີຄົບຕາມມາດຖານເງື່ອນໄຂ ບ້ານຜາດໍາ ປະກອບມີ 5 ໜ່ວຍ, ມີ 65 ຫຼັງຄາເຮືອນ, ມີ 76 ຄອບຄົວ, ມີພົນລະເມືອງທັງໝົດ 266 ຄົນ, ຍິງ 142 ຄົນ, ອາຍຸ 15 ປີຂື້ນໄນ 205 ຄົນ, ຍິງ 101 ຄົນ, ຈາກການປະເມີີນເຫັນວ່າມີຄອບຄົວປ້ອງກັນຄວາມສະຫງົບດີທັງໝົດ 62 ຄອບຄົວ, ເທົ່າກັບ 95,38% ຂອງຄອບຄົວທັງໝົດຢູ່ພາຍໃນບ້ານ ປະເມີນບໍ່ຜ່ານ 3 ຄອບຄົວ ແລະ ບ້ານຜາຂາວ ປະກອບມີ 4 ໜ່ວຍ, ມີ 55 ຫຼັງຄາເຮືອນ, ມີ 73 ຄອບຄົວ, ມີພົນລະເມືອງ 246 ຄົນ, ຍິງ 121 ຄົນ, ອາຍຸ 15 ປີຂື້ນໄປ 184 ຄົນ, ຍິງ 86 ຄົນ, ຈາກການປະເມີນເຫັນວ່າມີຄອບຄົວປ້ອງກັນຄວາມສະຫງົບດີທັງໝົດ 47 ຄອບຄົວ, ເທົ່າກັບ 85,45% ຂອງຄອບຄົວທັງໝົດພາຍໃນບ້ານ ແລະ ປະເມີນບໍ່ຜ່ານ 8 ຄອບຄົວ ທັງ 2 ບ້ານເປັນຊົນເຜົ່າລື້ ການດຳລົງຊີວິດຂອງປະຊາຊົນສ່ວນຫຼາຍແມ່ນ ປູກຝັງ, ລ້ຽງສັດເປັນອາຊີບຕົ້ນຕໍ ແລະ ຖືເອົາການບໍລິການເປັນອາຊີບສໍາຮອງ ຜ່ານມາກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ສົມທົບກັບ ຄະນະພັກຮາກຖານ, ອົງການປົກຄອງບ້ານ ຈັດຕັ້ງເຜີຍແຜ່ບັນດາເນື້ອໃນມາດຖານການສ້າງຄອບຄົວ ແລະ ບ້ານຕົວແບບປ້ອງກັນຄວາມສະຫງົບດີ ເພຶ່ອເຮັດໃຫ້ອົງການປົກຄອງບ້ານ, ການຈັດຕັ້ງບ້ານ, ປະຊາຊົນບັນດາເຜົ່າ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃສ່ວຽກງານພັດທະນາເສດຖະກິດຄອບຄົວ ກໍ່ຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານເປັນຢ່າງດີ.ຈາກນັ້ນຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງເມິງ ແລະ ຂໍ້ຕົກລົງ ຂອງປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ ວ່າດ້ວຍການຮັບຮອງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຄື: ບ້ານຜາຂາວ ແລະ ບ້ານຜາດໍາ ເປັນບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ.
ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກຄະນະບັນຊາ, ອົງການປົກຄອງບ້ານ ສຶບຕໍ່ຍົກສູງວຽກງານການເມືອງແນວຄິດເປັນກົກ, ສຶບຮັດແໜ້ນຄວາມສາມັກຄີພາຍໃນການຈັດຕັ້ງ ໃຫ້ຖືເອົາວຽກງານການສ້າງຄອບຄົວ ແລະ ບ້ານແບບຢ່າງປ້ອງກັນຄວາມສະຫງົບດີນີ້ ເປັນວຽກງານທີ່ສໍາຄັນ ມີການຕິດຕາມກວດກາ, ປະເມີນຄືນເປັນແຕ່ລະໄລຍະຕາມ 5 ມາດຕະຖານ ແລະ 6 ເງື່ອນໄຂຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເພຶ່ຮັບປະກັນວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ອົງການປົກຄອງບ້ານ, ອົງການຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນບັນດາເຜົ່າທັງ 2 ບ້ານ ຈົ່ງເປັນເຈົ້າການໃນການປົກປັກຮັກສານາມມະຍົດ ບ້ານຕົວແບບປ້ອງກັນຄວາມສະຫງົບດີນີ້ໄວ້ໃຫ້ຍືນຍົງຕະຫຼອດໄປ ໃນພິທີການນໍາຂອງເມືອງ, ຄະນະພັກຄະນະບັນຊາ, ອົງການປົກຄອງບ້ານ ແລະ ອົງການຈັດຕັ້ງບ້ານທຸກພາກສວນ ໄດ້ພ້ອມກັນເປີດປ້າຍບ້ານປ້ອງກັນຄວາມສະຫງົບດີ ຂຶ້ນຢ່າງເປັນທາງການ.
ຂ່າວ: ອຸ່ນຄໍາ ຂັນວາ



