ເມືອງເມິງ ຈັດກອງປະຊຸມ ແລກປ່ຽນບົດຮຽນ ວຽກງານເສດຖະກິດປະຈໍາປີ 2026

ວັນທີ 8 ພຶດສາພາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ວຽກງານເສດຖະກິດປະຈໍາປີ 2026 ໂດຍການເປັນປະທານ ຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຂໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ຫົວໜ້າລັດວິສາຫະກິດ, ອໍານວນການໂຮງຮຽນ-ໂຮງໝໍ ແລະ ພະນັກງານວິຊາການພາຍໃນຂົງເຂດເສດຖະກິດເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສິງໄຊ ແສງພະວົງ ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ການເງິນເມືອງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານເສດຖະກິດ ຕະຫຼອດໄລຍະທີ່ຜ່ານມາມາຄະນະພັກຄະນະນຳໃນຂົງເຂດເສດຖະກິດພວກເຮົາແມ່ນໄດ້ເອົາໃຈໃສ່ໃນຄວາມຮັບຜິດຊອບໃນແຕ່ລະຂະແໜງ; ເຊິ່ງສະແດງອອກໃນການຈັດຕັງປະຕິບັດວຽກງານກະສິກໍາ ແລະ ສິງແວດລ້ອມເມືອງ ໄດ້ຕິດຕາມການເກັບກູ້ຜົນຜະລິດໝາກກ້ຽງ 5 ບ້ານ; ຈໍານວນ 68 ຄອບຄົວ; ເນື້ອທີ່ 43,36 ເຮັກຕາ ປະຈຸບັນເກັບກູ້ໄດ້ 72.510 ໂຕນ , ເກັບກູ້ຜົນຜະລິດໝາກທັນໄດ້ 2,78 ໂຕນ; ເກັບກູ້ຜົນຜະລິດມັນຕົ້ນໄດ້ທັງໜົດ 8.238,72 ໂຕນ ໃນເນື້ອທີ່ 196,16 ເຮັກຕາ; ການບໍລິໂພກພືດຜັກ ແລະ ໝາກໄມ້ນໍາເຂົ້າມາເມືອງມີຄື: ພືດຜັກ ຈໍານວນ 4.800 ກິໂລ, ໝາກໄມ້ພາຍໃນ ຈໍານວນ 42.700 ກິໂລ, ໝາກໄມ້ນໍາເຂົ້າ: 4.600 ກິໂລ; ການປູກພຶດລະດຸແລ້ງປີ 2026 ທົ່ວເມືອງ ມີພືດຜັກ, ສາລີຫວານ, ມັນດ້າງ, ໝາກເພັດ, ມາກແຕງ ແລະອື່ນໆ ມີເນື້ອທີ່ທັງໝົດ 31,99 ເຮັກຕາ, ມີ 307 ຄອບຄົວ ແລະຜົນຜະລິດໝາກແຕງໂມ ໃນເນື້ອທີ່ 10,03 ເຮັກຕາ ບໍລິສັດອາສຸຍ, ສໍາເລັດ ສົ່ງອອກຢາງພາລາ ຂອງລະດູການປີ 2025 ໄດ້ທັງໝົດ 289 ໂຕ່ນ, ສົ່ງອອກດອກແຂມ ໄດ້ຈໍານວນທັງໝົດ 15 ໂຕ່ນ; ວຽກງານ ຍທຂ ເອົາໃຈໃສ່ຕິດຕາມໂຄງການກໍ່ສ້າງ ເສັ້ນທາງ ( ສ້ອມແປງຫຼັງຝົນ ) ເສັ້ນທາງເລກທີ 2242 ( ບ້ານຜາດໍາ ຫາ ຫ້ວຍໄຄ້ ໄລຍະທາງ 40 ກມ )  ແມ່ນບໍລິສັດ ຢຸຍເສິນ ກໍ່ສ້າງ ຂົວ-ທາງ ຈໍາກັດ ເປັນຜູ້ຮັບຜິດຊອບໃນມູນຄ່າສັນຍາ 9 ຕື້ 533 ລ້ານກ່ວາກີບ ໄດ້ກໍ່ສ້າງໄດ້ສໍາເລັດ 100%,ໂຄງການກໍ່ສ້າງ ເສັ້ນທາງ ( ສ້ອມແປງຫຼັງຝົນ ) ເສັ້ນທາງເລກທີ 2203 ( ບ້ານ ປຸ່ງ ຫາ ນໍ້າຍູ້ ໄລຍະທາງ 38 ກມ ) ແມ່ນບໍລິສັດ ເຈຄັອບ ກໍ່ສ້າງຂົວ-ທາງ ຈໍາກັດ ເປັນຜູ້ຮັບຜິດຊອບໃນມູນຄ່າ 11 ຕື້ 730 ລ້ານກ່ວາກີບ ໄດ້ກໍ່ສ້າງສໍາເລັດ 100%, ໂຄງການເບຕົງທາງຊອຍ  ຂອງໂຄງການກໍ່ສ້າງ ເສັ້ນທາງ ເບຕົງ ຢູ່ໃນເທດສະບານເມືອງ  ແມ່ນບໍລິສັດ ແກ້ວຈະເລີນ ກໍ່ສ້າງຂົວ-ທາງ ຈໍາກັດ ເປັນຜູ້ຮັບຜິດຊອບ ມີ2ສັນຍາຄື: ສັນຍາ 1 ປະຕິບັດໄດ້ 31.51 % ໃນມູນຄ່າສັນຍາ 38 ຕື້ 140 ລ້ານກີບ, ປະຕິບັດໄດ້ 12 ຕື້ 017 ລ້ານກ່ວາກີບ ແລະ ຍັງຄ້າງ 68.49%, ສັນຍາ 2 ປະຕິບັດໄດ້ 49.28 % ໃນມູນຄ່າສັນຍາ 42 ຕື້ 127 ລ້ານກີບ, ປະຕິບັດໄດ້ 22 ຕື້ 209 ລ້ານກ່ວາກີບ ວຽກຍັງຄ້າງ 47.28%; ວຽກງານເຕັກໂນໂລຊີ ແລະ ການສືສານ: ປະຈຸບັນທົວເມື່ອງໃຊ້ສັນຍານໂທລະສັບຕັ້ງໂຕະຄວບຄຸ້ມພື້ນທີ່ 100% ແລະ ສັນຍານອິນເຕີເນັດຄວບຄຸ້ມພື້ນທີ 85 % ຈໍານວນບ້ານພາຍໃນເມືອງ; ວຽກງານການເງິນ ດ້ານລາຍຮັບ ຕົວເລກແຜນການປະຈຳປີ 2026, ທັງໝົດ 32 ຕື 714 ລ້ານກີບ ປະຕິບັດໄດ້ 11,097,623,000 ກີບ, ເທົ່າກັບ 34 % ຂອງ ແຜນການປີ, ແຜນລາຍຮັບຈາກການດຸ່ນດ່ຽງຈາກແຂວງປີ 2026 ເທົ່າກັບ 29 ຕື້ 644 ລ້ານກ່ວາກີບ ກີບ ປະຕິບັດໄດ້ 9 ຕື້ 887 ລ້ານກ່ວາກີບ, ເທົ່າກັບ 33,35 % ຂອງແຜນການປີ, ລາຍຮັບພາຍໃນເມືອງ ປະຕິບັດໄດ້ 658 ລ້ານກ່ວາກີບ, ເທົ່າກັບ 21,46 % ແຜນການ, ລາຍຮັບສ່ວຍສາອາກອນປົກກະຕິ ປະຕິບັດໄດ້ 418 ລ້ານກີບ, ເທົ່າກັບ 40 % ຂອງແຜນການປີ, ລາຍຮັບຈາກພາສີທີ່ດິນ ປະຕິບັດໄດ້ 123 ລ້ານກ່ວາກີບ, ເທົ່າກັບ 25,36 % ຂອງແຜນການປີ,ລາຍຮັບຄ່າທໍານຽມຕ່າງໆ ປະຕິບັດໄດ້ 78 ລ້ານກ່ວາກີບ, ເທົ່າກັບ 92,16 % ຂອງແຜນການປີ, ລາຍຮັບຊັບສີນຂອງລັດ ປະຕິບັດໄດ້ 37 ລ້ານກ່ວາກີບ, ເທົ່າກັບ 4,75% ຂອງແຜນການປີ, ລາຍຈ່າຍປົກກະຕິ ແຜນການປີ 2026 ເທົ່າກັບ 32 ຕື້ 731 ລ້ານກີບ ປະຕິບັດໄດ້ 9 ຕື້ 891 ລ້ານກີບ ເທົ່າກັບ 30,22% ຂອງແຜນການປີ; ວຽກງານອຸດສາຫະກໍາ ແລະການຄ້າ: ປະຈຸບັນທົ່ວເມືອງມີໂຮງງານອຸດສາຫະກຳປຸງແຕ່ງ ທັງໝົດ 22 ແຫ່ງ, ຂຶ້ນທະບຽນແລ້ວ 19 ແຫ່ງ, ມີມູນຄ່າການຜະລິດອຸດສາຫະກໍາ ປະຕິບັດໄດ້ 4 ຕື້ 115 ລ້ານກີບ ທຽບໃສ່ແຜນການແມ່ນ ເພີ່ມຂຶ້ນ 7,64%, ມູນຄ່າຈໍລະຈອນສິນຄ້າສົ່ງອອກ ປະຕິບັດໄດ້ 47 ຕື້ 312 ລ້ານກ່ວາກີບ ທຽບໃສ່ແຜນການແມ່ນ ເພີ່ມຂຶ້ນ 4,49% ແລະ ວຽກງານອື່ນໆ ແມ່ນໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງຂອງແຕ່ລະຂະແໜງການ ຈາກນັ້ນຜູ້ເຂົ້າຮ່ວມຍັງຮັບຟັງການເຜີຍແຜ່ບັນດາເອກະສານທີ່ສໍາຄັນຕ່າງໆຕື່ມອີ່ກ.

ໃນໂອກາດດ່ຽວກັນນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຄະນະນໍາໃນຂົລເຂດເສດຖະກິດທີ່ສາມາດຍາດໄດ້ຜົນງານທີ່ພົ້ນເດັນຫຼາຍດ້ານຕະຫຼອດໄລຍະທີ່ຜ່ານມາ ແລະທ່ານຍັງໄດ້ເນັ້ນໜັກ ແລະຮຽກຮ້ອງມາຍັງ ຄະນະພັກຄະນະນໍາໃນຂົງເຂດເສດຖະກິດ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດເສດຖະກິດ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ມີຄວາມອົດທົນເສຍສະຫຼະ ແລະ ປະຕິບັດລະບຽບວິໄນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ, ເປັນເຈົ້າການປະສານສົມທົບ ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳຈົ່ງເປັນເຈົ້າການໃນການຊີ້ນໍາ-ນໍາພາ ວຽກງານເສດຖະກິດ ໃຫ້ບັນລຸຕາມທິດທາງແຜນການທີ່ວາງໄວ້ ໂດຍສະເພາະຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງໃຫ້ປະກົດຜົນເປັນຈິ່ງ, ເອົາໃຈໃສ່ຊຸກຍູ້ສົ່ງເສີ່ມເສດຖະກິດເອກະລາດ ໃຫ້ຫຼາຍຂຶ້ນກ່ວາເກົ່າ ແລະໃຫ້ພາກສວນທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາ ຈັດສັນພື້ນທີ່ໃນການປູກ-ການລ້ຽງໃຫ້ແກ່ປະຊາຊົນ ເພຶ່ອພັດທະນາເສດຖະກິດຄອບຄົວ ກໍ່ຄືພັດທະນາເມືອງເມິງໃຫ້ຫຼູດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa