👉ເມືອງຫ້ວຍຊາຍ ປະກາດສ້າງຕັ້ງຕາແສງນ້ຳຍອນ ເຊິ່ງເປັນຕາແສງທຳອິດຂອງແຂວງບໍ່ແກ້ວ ພິທີໄດ້ຈັດຂຶ້ນວັນທີ 24 ເມສາ 2026ນີ້ ທີ່ບ້ານນ້ຳຍອນໃໝ່ ໂດຍການເປັນປະທານຂອງທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີທ່ານ ຄຳແສງ ສຸລິຍະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຈອມແພງ ວິໄລສານ ຄະນະປະຈຳພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ມີບັນດາການນຳຂອງແຂວງ-ເມືອງ, ແຂກຮັບເຊີນ, ອຳນາດການປົກຄອງບ້ານ, ການຈັດຕັ້ງບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າເຂົ້າຮ່ວມ.
👉 ທ່ານ ຄຳຜາຍ ວົງປະເສີດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງຫ້ວຍຊາຍ ໄດ້ລາຍງານສະພາບການກຽມຄວາມພ້ອມຮອບດ້ານ ໃນການປະກາດສ້າງຕັ້ງຕາແສງນ້ຳຍອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຕາແສງນໍ້າຍອນ ກວມເອົາ 2 ກຸ່ມຄື: ກຸ່ມນ້ຳຍອນ ແລະ ກຸ່ມປາກງາວ, ມີພົນລະ ເມືອງທັງໝົດ 7.579 ຄົນ, ຍິງ 3.976 ຄົນ, ມີ 1.969 ຫຼັງຄາເຮືອນ, ມີ 1,765 ຄອບຄົວ, ມີ 91 ໜ່ວຍປະກອບມີ8 ບ້ານ: ບ້ານນ້ຳຍອນເກົ່າ, ບ້ານນ້ຳຍອນໃໝ່, ບ້ານລາວຫຼວງ, ບ້ານປະນະ, ບ້ານປາກງາວ, ບ້ານ ດອນຄູນ, ບ້ານນ້ຳແສນ ແລະ ບ້ານນ້ຳແລ, ໂຄງປະ ກອບການຈັດຕັ້ງຕາແສງນໍ້າຍອນປະກອບມີປະທານ-ຮອງ ປະທານ ແລະ 5 ໜ່ວຍງານ: ໜ່ວຍງານຮັບຜິດຊອບວຽກງານບໍລິຫານ-ປົກຄອງ, ໜ່ວຍງານຮັບຜິດຊອບ ວຽກງານພັກ-ອົງການຈັດຕັ້ງມະຫາຊົນ, ໜ່ວຍງານຮັບ ຜິດຊອບວຽກງານເສດຖະ ກິດ-ການເງິນ, ໜ່ວຍງານຮັບຜິດຊອບວຽກງານວັດທະ ນະທຳ-ສັງຄົມ, ໜ່ວຍງານຮັບຜິດຊອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ມາຮອດປະຈຸບັນແມ່ນມີຄວາມພ້ອມໃນການປະກາດສ້າງຕັ້ງເປັນຕາແສງໄດ້ 100%. ຈາກນັ້ນທ່ານ ຄຳວົງ ແສນຄຳມຸງຄຸນ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະ ຈຳພັກເມືອງຫ້ວຍຊາຍ ວ່າດ້ວຍການຍຸບຄະນະພັກຮາກຖານກຸ່ມບ້ານນ້ຳຍອນ ແລະ ກຸ່ມບ້ານປາກງາວ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດສ້າງຕັ້ງອົງຄະນະພັກຮາກຖານ ຕາແສງນ້ຳຍອນ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການບົງຕົວແຕ່ງຕັ້ງເລຂາຄະນະພັກ ອົງຄະນະພັກຮາກຖານນ້ຳຍອນ ຄະນະປະຈຳພັກເມືອງເຫັນດີແຕ່ງຕັ້ງບົງຕົວສະຫາຍ ບຸນທອງ ວິລະພັນ ກຳມະການພັກເມືອງ ເປັນເລຂາຄະນະພັກຕາແສງ ນ້ຳຍອນ, ແຕ່ງຕັ້ງສະຫາຍ ຊາຍພອນ ດາລາວັນ ເປັນຮອງເລຂາຄະນະພັກຕາແສງ ຮັບຜິດ ຊອບວຽກງານກວດກາພັກ ທັງເປັນເລຂາໜ່ວຍພັກຫ້ອງການຕາແສງນ້ຳຍອນ, ສະຫາຍ ຄຳສິດຕິສຸກ ບຸນຜາໄຊຊົນ, ສະ ຫາຍ ສົມມຸດ ໃຈຍາຮັກ ແລະ ສະຫາຍ ດວງດີ ທຳມະວົງ ເປັນກຳມະການຄະນະພັກຕາແສງ ແລະ ຜ່ານຂໍ້ຕົກລົງຂອງຄະນະກຳມະ ການປົກຄອງເມືອງຫ້ວຍຊາຍ ວ່າດ້ວຍການການແຕ່ງຕັ້ງ ປະທານ-ຮອງປະທານຄະ ນະກຳມະການປົກຄອງຕາແສງ ປະທານຄະນະກຳມະການປົກຄອງເມືອງຫ້ວຍຊາຍ ເຫັນດີຕົກລົງແຕ່ງຕັ້ງທ່ານ ບຸນທອງ ວິລະພັນ ກຳມະການພັກເມືອງ ເປັນປະທານຄະນະກຳມະການປົກຄອງຕາແສງນ້ຳຍອນ, ແຕ່ງ ຕັ້ງທ່ານ ຊາຍພອນ ດາລາວັນ ເປັນຮອງປະທານຄະນະກຳມະການປົກຄອງຕາແສງນ້ຳຍອນ ແລະ ທ່ານ ຄຳສິດຕິສຸກ ບຸນຜາໄຊຊົນ ເປັນຮອງປະທານຄະນະກຳມະການປົກຄອງຕາແສງນ້ຳຍອນ. ພ້ອມນັ້ນທ່ານ ສົມບູນ ໄຊສາມາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກ ລົງ ຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍ ການສ້າງຕັ້ງຕາແສງນ້ຳຍອນ ຄະນະກຳມະການປົກຄອງແຂວງ ຕົກລົງເຫັນດີສ້າງຕັ້ງຕາແສງນ້ຳຍອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງມີຂອບເຂດກວມເອົາ 8 ບ້ານ. ເປັນກຽດມອບຂໍ້ຕົກລົງໂດຍແມ່ນທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ຮັບໂດຍແມ່ນທ່ານ ທ່ານ ຈອມແພງ ວິໄລສານ ຄະນະປະຈຳພັກແຂວງ ເລຂາພັກເມືອງຫ້ວຍຊາຍຢ່າງເປັນທາງການ, ມອບມະຕິຕົກລົງແຕ່ງຕັ້ງເລຂາ-ຮອງເລຂາຄະນະພັກຕາແສງໂດຍແມ່ນທ່ານ ຈອມແພງ ວິໄລສານ ຄະ ປະຈຳພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ມອບຂໍ້ຕົກລົງແຕ່ງຕັ້ງປະທານ-ຮອງປະທານຄະນະກຳມະການ ປົກຄອງຕາແສງນ້ຳຍອນໂດຍແມ່ນທ່ານ ບຸນຄົງ ວົງຄຳຈັນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຫ້ວຍຊາຍ.
👉ໂອກາດນີ້ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ມີຄຳເຫັນຊີ້ນຳເນັ້ນໜັກບາງບັນຫາ ເພື່ອເປັນທິດຊີ້ນຳໃຫ້ຄະນະກຳມະການປົກ ຄອງຕາແສງໄດ້ເປັນທິດນຳທີ່ດີໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນຳຕາແສງທຸກຂັ້ນ ຈົ່ງພ້ອມກັນເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນ ເພື່ອພັດທະນາຊຸມຊົນ, ປຸກລະດົມ ແລະ ຊຸກຍູ້ພໍ່ແມ່ປະຊາຊົນສົ່ງເສີມລູກ ເຂົ້າເຖິງລະບົບການສຶກສາ, ການບໍລິການດ້ານສາທາລະນະສຸກ ໂດຍສະເພາະການຮັບວັກຊິນຕ້ານພະຍາດລະບາດ ແລະ ການຈົດທະບຽນການເກີດ ຢູ່ຕາແສງ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ພັດທະນາພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນ ເຂົ້າຫາການບໍລິການຂອງຕາແສງໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກທິດ ເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເປັນ ກ້າວໆ. ພ້ອມທັງຕັດລິບບິນ, ລັ່ນຄ້ອງ 9 ບາດ, ເປີດປ້າຍ ແລະ ປ່ອຍປູມເປົ້າປະກາດການສ້າງຕາແສງນ້ຳຍອນເປັນຕາແສງທຳອິດຂອງແຂວງບໍ່ແກ້ວຢ່າງເປັນທາງການ.



































ພາບ-ຂ່າວ: ບຸນຈັນ ມະນີໄຊ ວັນທີ 24 ເມສາ 2026.
ແອດມິນ: ທອງຈັນ ວົງປັນຍາ.



