ວັນທີ 29 ພຶດສະພາ 2026ນີ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດສ້າງຕັ້ງ 5 ຕາແສງ ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ມີຄະນະການນຳຂອງແຂວງ-ຂອງເມືອງ, ຫົວໜ້າ – ຮອງຫ້ອງການອ້ອມຂ້າງເມືອງ, ພະນັກງານອາວຸໂສບໍານານ, ເລຂາຄະນະພັກບ້ານ, ນາຍບ້ານ ແລະ ແຂກເຊີນເຂົ້າ ຮ່ວມຢ່າງຫຼວງຫຼາຍ.
ທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ກ່າວວ່າ: ເມືອງຜາອຸດົມ ຕັ້ງຮ່າງຈາກ ເທດສະບານແຂວງ ປະມານ 66 ກິໂລແມັດ, ມີເນື້ອທີ່ທັງໝົດ 1.889 ກິໂລຕາແມັດ, ປະກອບມີ 66 ບ້ານ, ມີທາງລົດເຂົ້າເຖິງ 62 ບ້ານ, ມີ 8.533 ຄົວເຮືອນ, ມີພົນລະເມືອງທັງໝົດ 49.287 ຄົນ, ຍິງ 24.718 ຄົນ; ມີ 6 ຊົນເຜົ່າຄື: ເຜົ່າກືມມຸ , ເຜົ່າລະເມດ, ເຜົ່າມົ້ງ, ເຜົ່າລາວລຸ່ມ, ເຜົ່າລື້ ແລະ ເຜົ່າໄທດໍາ, ເມືອງຜາອຸດົມ ໄດ້ກຳນົດສ້າງຕັ້ງຕາແສງທັງໝົດ 5 ຕາແສງຄື: ຕາແສງ ຜາອຸດົມ ຕັ້ງຢູ່ບ້ານຜາອຸດົມ ມີ 16 ບ້ານ, ມີພົນລະເມືອງ 13.676 ຄົນ, ມີ 3.067 ຄອບຄົວ, ມີ 2,354 ຫຼັງຄາເຮືອນ, ຕາແສງ ໂຮມສຸກ ຕັ້ງຢູ່ບ້ານມົກໂຊ ມີ 9 ບ້ານ, ມີ ພົນລະເມືອງ 10.717 ຄົນ, ມີ 2.365 ຄອບຄົວ, ມີ 1.801 ຫຼັງຄາດເຮືອນ, ຕາແສງ ຫາດໝວກ ຕັ້ງຢູ່ບ້ານເພັງ ມີ 19 ບ້ານ, ມີພົນລະເມືອງ 14.169 ຄົນ, ມີ 2.748 ຄອບຄົວ 1.370 ຫຼັງຄາເຮືອນ, ຕາແສງ ພູວຽງໄຊ ຕັ້ງຢູ່ ບ້ານ ມົກຄະກາງ ມີ 7 ບ້ານ ມີພົນລະເມືອງ 3.787 ຄົນ, ມີ 649 ຄອບຄົວ, ມີ 516 ຫຼັງຄາເຮືອນ, ຕາແສງ ກອນຊອດ ຕັ້ງຢູ່ ບ້ານກອນຊອດ ມີ 15 ບ້ານ, ມີພົນລະເມືອງ 6.938 ຄົນ, ມີ 1.388 ຄອບຄົວ, ມີ 1.098 ຫຼັງຄາເຮືອນ. ຈາກນັ້ນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 5 ຕາແສງຂອງເມືອງຜາອຸດົມ, ມະຕິຕົກລົງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ 5 ຕາແສງ ພ້ອມທັງ ມອບຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ ທັງ 5 ຕາແສງຂອງເມືອງ ໃຫ້ກຽດມອບໂດຍ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງປະທານຄະນະກຳມະການປົກຄອງແຂວງ ຮັບໂດຍ ທ່ານ ກາງ ມະນີຫວ່າງ ເລຂາພັກເມືອງ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານທັງ 5 ຕາແສງ, ມະຕິ ບົງຕົວແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກຮາກຖານທັງ 5 ຕາແສງ, ຜ່ານມະຕິສ້າງຕັ້ງໜ່ວຍພັກຫ້ອງການຕາແສງ, ຜ່ານມະຕິ ບົງຕົວແຕ່ງຕັ້ງ ເລຂາຄະນະໜ່ວຍພັກຫ້ອງການຕາແສງ ພ້ອມທັງມອບຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຕາແສງ ມອບໂດຍທ່ານ ກາງ ມະນີຫວ່າງ ເລຂາພັກເມືອງ ຮັບໂດຍປະທານຄະນະກຳມະການປົກຄອງຕາແສງທັງ 5 ຕາແສງ.
ທ່ານ ຄໍາແຍງ ຄອນໄຊຍະກິດ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ມີຄໍາເຫັນເໜັ້ນໜັກ ຫຼາຍດ້ານເປັນຕົ້ນ: ພາຍຫຼັງສຳເລັດພິທີປະກາດສ້າງຕັ້ງຕາແສງແລ້ວ ມອບໃຫ້ຄະນະພັກ, ຄະນະກຳມະການປົກຄອງແຂວງ, ເມືອງ ແລະ ທຸກຂະແໜງການ ສຸ່ມໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ຂັ້ນຕາແສງໃຫ້ເປັນປົກກະຕິ-ຕໍ່ເນື່ອງ, ສືບຕໍ່ຫັນພະນັກງານນໍາພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຊຸກຍູ້ຂະບວນການ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອອໍານວຍຄວາມສະດວກ ເຮັດໃຫ້ເມືອງຜາອຸດົມ ກໍ່ຄືແຂວງບໍ່ແກ້ວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສ້າງໃຫ້ໄດ້ພະນັກງານທີ່ເກັ່ງ, ເປັນມືອາຊີບ ແລະ ເປັນຜູ້ສຶບທອດປ່ຽນແທນ, ເພື່ອພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືປະຊາຊົນຊາວເມືອງຜາອຸດົມ ແຂວງບໍ່ແກ້ວ ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງ, ເຖິງຖອງກວ່າເກົ່າດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອໃຫ້ປະຊາຊົນກຳແໜ້ນຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄື ມະຕິ, ຄໍາສັ່ງ, ຂໍ້ກຳນົດ ຂອງຂັ້ນເທິງວາງອອກແຕ່ລະໄລຍະ, ໂດຍສະເພາະການໂຄສະນາເຜີຍແຜ່ ລະບຽບການ, ກົດໝາຍກ່ຽວຂ້ອງ ທີ່ຕິດພັນກັບການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ໃຫ້ຄວາມສະດວກໃນການບໍລິການ ການພົວພັນວຽກງານຕ່າງໆ, ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດນໍາພາ-ຄຸ້ມຄອງ ແລະ ບໍລິຫານລັດຢູ່ຕາແສງ ປະຕິບັດຕາມລະບຽບກົດໝາຍ ໃຫ້ມີຄວາມສັກສິດ, ໂປ່ງໃສ ແລະ ມີຄວາມຍຸຕິທຳ. ຕອນທ້າຍພິທີ ຍັງໄດ້ຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພຶ່ອເປັນສິລິມົງຄຸນ ໃນການປະກາດສ້າງຕັ້ງ 5 ຕາແສງຂອງເມືອງຜາອຸດົມ ຢ່າງເປັນທາງການ.









ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 31. 5. 2026.



