ຕອນບາຍ ວັນທີ 5 ພຶດສະພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງການໆເງິນ ເມືອງຜາອຸດົມ ໄດ້ເປີດກອງປະຊຸມ ທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ກອງທືນພັດທະນາບ້ານ ຂອງແຜນງານ ລາວ/338 ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ມີທ່ານ ແສງຫຼ້າ ຕ່ອມອ່ອນແປງ ກຳມະການພັກເມືອງ ຫົວໜ້າຫ້ອງການ ການເງິນເມືອງ ມີຫົວໜ້າພ້ອມດ້ວຍວິຊາການ ຈາກຫ້ອງການຄູ່ຮ່ວມງານການຈັດຕັ້ງປະຕິບັດວຽກງານ ກອງທືນພັດທະນາບ້ານ ຂອງແຜນງານ ລາວ/338ຂອງເມືອງເຂົ້າຮ່ວມ.
ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ່ຮັບຟັງການນຳສະເໜີແຜນກິດຈຳກຳທີ່ຍັງເຫຼືອແຕ່ນີ້ຮອດປີ 2027 ເຊິງຜ່ານມາ ເມືອງຜາອຸດົມ ການຈັດຕັ້ງປະຕິບັດວຽກງານ ກອງທືນພັດທະນາບ້ານ ຂອງແຜນງານ ລາວ/338 ມີທັງໝົດ 278 ກິດຈະກຳ ໃນນີ້ໄດ້ຈັດຕັ້ງປະຕິບັດສຳເລັດພຽງແຕ່ 65 ກິດຈະກຳ, ຈາກນັ້ນ ກອງປະຊຸມ ຜູ້ເຂົ້າຮ່ວມກໍ່ໄດ້ພັດປຽນກັນແລກປ່ຽນຄຳຄິດ ຄຳເຫັນ, ສົນທະນາ ແລະ ນຳສະເໜີບັນຫາຂໍ້ຫຍຸ້ງຍາກ, ດ້ານດີ ດ້ານອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໜ້າວຽກງານຂອງແຕ່ລະກິດຈະກຳຜ່ານມາ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ.
ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະຫ້ອງການ ຜູ້ປະສານງານຂັ້ນເມືອງ ໃຫ້ເອົາໃຈໃສ່ ຕໍ່ຂອດການປະສານງານລະຫວ່າງຄູ່ຮ່ວມງານ ໃຫ້ມີຄວາມລະອຽດຈະແຈ້ງຂື້ນກວ່າເກົ່າ, ເພີ່ມທະວີຄວາມຮັບຜິດຊອບຂອງຕົນເອງໃຫ້ສູງຂື້ນ, ປັບປຸງແຜນງານ ວິທີເຮັດວຽກໃຫ້ສອດຄ່ອງ ແລະເໝາະສົມ, ຫັນເອົາແຜນການປະຈໍາປີທີ່ຍັງຄົງຄ້າງ ໄປຈັດຕັ້ງປະຕິບັດໃຫ້ສໍາເລັດຕາມລະດັບຄາດໝາຍ, ຮັບປະກັນໃຫ້ມີຄວາມຖືກຕ້ອງໂປ່ງໃສໃນການນໍາໃຊງົບປະມານ, ພາຍຫຼັງຈັດຕັ້ງປະຕິບັດກິດຈະກໍາສໍາເລັດແລ້ວ ຕ້ອງໄດ້ມີການສະຫຼຸບລາຍງານ ແລະປະສານງານບັນດາຫ້ອງການທີ່ກ່ຽວຂ້ອງ ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳ ສໍາເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.




ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 6 ພຶດສະພາ 2026



