ປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຜາອຸດົມ ໄດ້ຈັດຂື້ນວັນທີ 27 ເມສາ 2026 ຢູ່ທີ່ສະໂມສອນຂອງເມືອງ ເຂົ້າຮ່ວມ ຂອງທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ທ່ານ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ, ມີຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ກອງພັນໃຫ່ຍ 302, ພະນັກງານຫຼັກແຫຼງຂອງເມືອງເຂົ້າຮ່ວມ.
ພິທີ ໄດ້ຜ່ານມະຕິຕົກລົງ ຂອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຜາອຸດົມ ໃນນີ້ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ເຫັນດີແຕ່ງຕັ້ງ ສະຫາຍ ກາງ ມະນີຫວ່າງ ເປັນປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຜາອຸດົມ, ສະຫາຍ ບຸນສີ ທອງສະໄຫວເປັນຮອງປະທານ, ສະຫາຍ ພັທ ພອນສະຫວັນ ຈິດອຳໄພ ເປັນຮອງປະທານ-ຜູ້ປະຈຳການ, ສະຫາຍ ພັທ ສີ ຂັດຕິຍະ ເປັນກຳມະການ, ສະຫາຍ ນາງ ຄໍາຈັນ ແສງອາລຸນ ເປັນກຳມະການ, ໃຫ້ກຽດມອບຂໍ້ຕົງ ໂດຍແມ່ນ ທ່ານ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ, ຮັບໂດຍ ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ໂອກາດນີ້ ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ເຊິງທ່ານໄດ້ຮຽກຮ້ອງໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງເມືອງ ໃຫ້ກາຍເປັນຫນ້າທີ່ແຜນການອັນລະອຽດ ຕິດພັນກັບຈຸດພິເສດຕົວຈິງຂອງທ້ອງຖິ່ນ, ເພື່ອຮັບປະກັນໃຫ້ເມືອງຜາອຸດົມ ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕັ້ງຫນ້າປຸກລະດົມຊຸກຍູ້ຂະບວນການວຽກງານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃຫ້ກາຍເປັນສະຕິຄວາມຮັບຜິດຊອບຂອງທົ່ວປວງຊົນຮອບດ້ານຢ່າງແທ້ຈິງ, ຕັ້ງໜ້າປັບປຸງ, ກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ເປັນກຳລັງທີ່ຊື່ສັດ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຊີ້ນໍາປະຕິບັດລະບອບຄຸ້ມຄອງທັບ, ເບິງແຍງກອງທັບ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊອກຄົ້ນຫາແຮງບົ່ມຊ້ອນຂອງເມືອງ, ແກ້ໄຂຊີວິດການເປັນຢູ່ຂອງກົມກອງກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດີຂຶ້ນ, ຮັບປະກັນໃຫ້ເຮັດສຳເລັດທຸກຫນ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.




ຂ່
າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.
ແອດມິນ: ທອງຈັນ ວົງປັນຍາ.



