ເມືອງຜາອຸດົມ ຈັດພິທີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈຳປີ 2026.

ຕອນບາຍ ວັນທີ 1 ມິຖຸນາ 2026ນີ້ ເມືອງຜາອຸດົມ  ໄດ້ຈັດພິທີ ປູກຕົ້ນໄມ້ແຫ່ງຊາດຄົບຮອບ 46 ປີ          ( 1 ມິຖຸນາ 1980 – 1 ມິຖຸນາ 2026 ), ວັນເດັກນ້ອຍສາກົນ ຄົບຮອບ 101 ປີ, ວັນທີ 1 ມີຖຸນາ 1925 – 1 ມີຖຸນາ 2026, ຢູ່ທີ່ເດີນໂຮງຮຽນ ມສ ປາງທອງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ອາດີດຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ອາດີດຮອງປະທານ ປະເທດແຫ່ງ ສປປ ລາວ, ມີການນຳຂອງແຂວງ, ການນຳຂອງເມືອງ, ພໍ່ແມ່ປະຊາຊົນ, ຄູ-ອາຈານ, ນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ຄຳສອນ ທຸບິນຍາ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ກ່າວວ່າ: ໃນການປູກຕົ້ນໄມ້ປີນີ້ ເພື່ອປູກຈິດສໍານຶກ ແລະ ສ້າງສະຕິທຸກຄົນໃນຮັກຫອມປ່າໄມ້, ການອະນຸລັກ, ປົກປັກຮັກສາປ່າໄມ້ ຊັບພະຍາກອນປ່າໄມ້ ດັ່ງກ່າວນີ້ ໃຫ້ບັນລຸຕາມແຜນຄາດໝາຍ, ຈິ່ງເປັນປັດໃຈສໍາຄັນທີສຸດ, ການຈັດກິດຈະກຳສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ  ຄັ້ງນີ້:  ໂດຍແມ່ນປະຕິບັດຕາມຄຳຂວັນ “ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2026 ຄົບຮອບ 46 ປີ ຢ່າງສຸດໃຈ, ຮ່ວມແຮງຮ່ວມໃຈຊ່ວຍກັນປູກຕົ້ນໄມ້ ໃຫ້ໄດ້ຢ່າງໜ້ອຍ ໜຶ່ງຕົ້ນຕໍ່ຄົນຕໍ່ປີ, ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ກາຍເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການຮັກສາສິ່ງແວດລ້ອມ, ຫລຸດຜ່ອນມົນລະຜິດທາງອາກາດ”.  ສໍາລັບເບ້ຍໄມ້ທີ່ນໍາມາປູກປະກອບມີ ຕົ້ນໄມ້ອຸດສາຫະກໍາ,  ຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ ໃນນີ້ແມ່ນໄດ້ປູກໃນສະຖານທີ່ເດີນໂຮງຮຽນ ມສ ປາງທອງ, ຫຼັງຈາກນັ້ນ ທາງເມືອງຜາອຸດົມ ຍັງມີແຜນສຶບຕໍ່ ແບ່ງຕົ້ນໄມ້ໃຫ້ບັນດາຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ນຳໄປປູກຕາມເນື້ອຂອງໄຜລາວທີ່ໄດ້ກຳນົດໄວ້, ເພື່ອເປັນການທົດແທນປ່າໄມ້ໃຫ້ຄືນສູ່ທຳມະຊາດສີຂຽວ ເວົ້າລວມ ເວົ້າສະເພາະ ເປັນການສ້າງເສດຖະກິດ ປູກພືດເປັນສິນຄ້າ ໃນຕໍ່ໜ້າ.

ໂອກາດດັ່ງກ່າວນັ້ນ ທ່ານ ບຸນທອງ ຈິດມະນີ ອາດີດຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ອາດີດຮອງປະທານ ປະເທດ ເຮັດແນວໃດ ໄດ້ມີຄຳເຫັນໂອ້ລົມ ທາງຄະນະຮັບຜິດຊອບ ແຕ່ລະຂະແໜງການທີ່ກ່ຽວຂ້ອງ ທຸກພາກສ່ວນ, ມີມາດຕະການໃນການຄຸ້ມຄອງ, ການປົກປັກຮັກສາ ແລະ ມີລະບົບການຟື້ນຟູປ່າໄມ້ທີ່ຖືກຕ້ອງຕາມສະພາບເງື່ອນໄຂຕົວຈິງ, ຮຽກຮ້ອງມາຍັງປະຊາຊົນ, ອຳນາດປົກຄອງບ້ານ ຈົ່ງຊ່ວຍກັນຄຸ້ມຄອງ-ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຢູ່ເຂດດັ່ງກ່າວນີ້ ໃຫ້ມີຄວາມອຸດົມສົມບູນ ເປັນໂຮງຮຽນສີຂຽວ ແລະ ທັງເປັນແຫຼ່ງທ່ອງທ່ຽວທຳມະຊາດທີມີຊື່ສຽງເລື່ອງລື ທັງເປັນໃບໜ້າໃບຕາຂອງເມືອງຜາອຸດົມຂອງພວກເຮົາ. ພ້ອມດຽວກັນນີ້ ທ່ານ ອາດີດຮອງປະທານ ປະເທດ ພ້ອມຄະນະ ຍັງໄດ້ມອບຄອມພີວເຕີ ຈຳນວນ 2 ຊຸດ, ອຸປະກອນການຮຽນຈຳນວນໜຶ່ງໃຫ້ກັບໂຮງຮຽ ມສ ປາງທອງ ເພື່ອໝູນໃຊ້ເຂົ້າໃນການຮຽນ-ການສອນຂອງໂຮງຮຽນ, ຈາກນັ້ນ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ ແລະ ແຈກຍາຍເຂົ້າໜົມ ໃຫ້ກັບນ້ອງນ້ອຍນັກຮຽນ ຢ່າງເປັນຂະບວນຟົດຟື້ນ.

 

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 3. 6. 2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa