ວັນທີ 3 ມິຖຸນາ 2026 ນີ້, ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງເມືອງປາກທາ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມຢ່າງຟົດຟື້ນ ແລະ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການສ້າງຕັ້ງຕາແສງ ທີ່ຈະມາເຖິງໃນມໍ່ໆນີ້.
ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້, ໄດ້ສຸມໃສ່ການອະນາໄມສິ່ງແວດລ້ອມ, ຖາກຖາງປ່າຮົກເຮື້ອຕາມແຄມທາງຫຼັກ, ປັບປຸງສ້ອມແປງຖະໜົນຫົນທາງທີ່ເປ່ເພ, ປະດັບປະດາສະຖານທີ່ ແລະ ເຂດຊຸມຊົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ. ທັງນີ້ ກໍເພື່ອແນໃສ່ສ້າງບັນຍາກາດອັນຟົດຟື້ນ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນ ວັນປະຫວັດສາດອັນສໍາຄັນຂອງທ້ອງຖິ່ນ ຜ່ານການສ້າງຂະບວນການໃນວັນດັ່ງກ່າວ, ເຫັນໄດ້ວ່າໄດ້ຮັບການຮ່ວມມື ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຈາກທຸກພາກສ່ວນ ບໍ່ວ່າຈະເປັນພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີອັນປຶກແຜ່ນ ແລະ ຄວາມພ້ອມຊ່ວຍຊູຍູ້ໜູນກັນ ໃນການສ້າງສາພັດທະນາບ້ານຊ່ອງ ເພື່ອກ້າວໄປສູ່ໂສມໜ້າໃໝ່ອັນສົດໃສຂອງຕາແສງເມືອງປາກທາ.
ພາບ-ຂ່າວ:ວັນະເດດ





ກວດແກ້: ລັດສະໝີ ສິດທິສັກ ຫ/ໜ ຄະນະໂຄສະນາອົບຮົມ



