ວັນທີ 1 ມິຖຸນາ 2026, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ , ຢູ່ທີ ໂຮງຮຽນປະຖົມສົມບູນ ບ້ານຫ້ວຍຊົວະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນພັດ ສີສົມບັດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຮອງຫ້ອງການອ້ອມຂ້າງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ແລະ ພະນັກງານລັດຖະກອນ, ພໍ່ແມ່ປະຊາຊົນ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມ,
ພິທີໄດ້ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິນລະປະວັນນະຄະດີຂອງນ້ອງນ້ອຍນັກຮຽນ ໂຮງຮຽນປະຖົມສົມບູນຫ້ວຍຊົວະ ແລະ ສະຫະພັນແມ່ຍິງບ້ານ ຫ້ວຍຊົວະ
ຈາກນັ້ນ ທ່ານ ຄຳເຄື່ອງ ພົມວິສັກ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງປາກທາ ໄດ້ກ່າວເປີດພິທີໃນຄັ້ງນີ້ວ່າ: ຄຳວ່າປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າ ແລະ ມີຄວາມໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳມະຊາດມີຄວາມສົມດູນເຮັດໃຫ້ສະພາບດິນ, ຟ້າອາກາດ ຖືກຕ້ອງຕາມລະດູການ ແລະ ແນ່ໃສ່ປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ ແລະ ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ທັງເປັນການປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານ, ທັງເປັນການຫັນປ່ຽນແນວຄິດໃນການຊົມໃຊ້ໄມ້, ເຄື່ອງປ່າຂອງດົງ, ປ່າທຳມະຊາດ ໄປສູ່ການນຳໃຊ້ດ້ວຍການປູກ, ການລ້ຽງ, ການຄຸ້ມຄອງ ແລະ ເປັນການປະຕິດປະບັດແຜນຍຸທະສາດຂອງລັດຖະບານໃນການພັດທະນາປ່າໄມ້ ໃນຂອບເຂດທົ່ວປະເທດ ແລະ ຍັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ ພັກ-ລັດຖະບານຈື່ງໄດ້ກຳນົດເອົາວັນທີ 1 ເດືອນ ມິຖຸນາຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອປຸກຈິດສຳນືກ ແລະ ສ້າງສະຕິແນວຄວາມຄິດທີ່ດີ, ທີ່ສ້າງສັນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນອານຸຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ທັງນີ້ ກໍເພື່ອເປັນການກະຕຸກຊຸກຍູ້ພາກລັດ, ພາກເອກະຊົນ ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ບັນດາໂຄງການຊ່ວຍເຫຼື່ອຈາກສາກົນ ໃຫ້ສຸມໃສ່ໃນການຟື້ນຟູປ່າໄມ້ໃນຂອບເຂດປ່າເຊືອມໂຊມ, ປອກໂລ້ນ ແລະ ມີມາດຕະການປົກປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນທາງທຳມະຊາດ ແລະ ມີຄວາມຍືນຍົງຕະຫຼອດໄປ. ດັ່ງຄຳຂວັນທີວ່າ: ປູກໄມ້ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ ສຳລັບເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ມີຕົ້ນໄມ້ອຸດສາຫະກຳ ແລະ ຕົ້ນໄມ້ກິນໝາກ ຈໍານວນ 124 ຕົ້ນ.ປູກໃນສະຖານທີ່ເດີນໂຮງຮຽນປະຖົມ.
ພາຍຫຼັງຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ແລ້ວ ເມືອງປາກທາຍັງມີແຜນສຶບຕໍ່ປູກຕົ້ນໄມ້ອຸດສາຫະກຳ ແລະ ຕົ້ນໄມ້ອື່ນໆ ໃນທົ່ວເມືອງໃຫ້ໄດ້ 5 ໜືນກວ່າຕົ້ນ ໃນປີ 20226 ເພື່ອເປັນການທົດແທນປ່າໄມ້ ໃຫ້ຄືນສູ່ທຳມະຊາດສີຂຽວ ເວົ້າລວມ-ເວົ້າສະເພາະເປັນການສ້າງເສດຖະກິດ ປູກພຶດເປັນສິນຄ້າໃນອານາຄົດ.










ພາບ-ຂ່າວ: ວັນະເດດ
ກວດແກ້: ບຸນເພັງ ທຸມມະວົງ



