




ຕອນບ່າຍ ວັນທີ 12 ມີນາ 2026 ນີ້ ເມືອງປາກທາ ໄດ້ເປີດກອງປະຊຸມ ສະຫຼຸບການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ຂື້ນທີ່ ສະໂມສອນຂອງເມືອງປາກທາ ໂດຍການເປັນປະທານຂອງທ່ານ ສາລີ ວັນນະສານ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປາກທາ, ມີບັນດານທ່ານ ຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ບັນດາອະນຸກໍາມະການ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງແຕ່ລະໜ່ວຍເຂົ້າຮ່ວມ.
ທ່ານ ສົມຈິດ ແກ້ວອໍາພອນ ຄະນະປະຈໍາພັກເມືອງ, ປະທານກວດກາພັກ-ລັດເມືອງ,ຫົວໜ້າອະນຸກໍາມະການເລຂານຸການ ໄດ້ຜ່ານບົດສະຫຼຸບ ການກະກຽມ ແລະ ການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງບໍ່ແກ້ວຊຸດທີ V ເຊິ່ງການຈັດຕັ້ງປະຕິບັດ ຄະນະພັກເມືອງໄດ້ຄົ້ນຄ້ວາປຶກສາຫາລືພ້ອມທັງອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ ເຊິ່ງໄດ້ແບ່ງຄວາມຮັບຜິດຊອບອອກເປັນ 5 ກຸ່ມວຽກຄື: ອະນຸກໍາມະການເລຂານຸການ, ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາ,ປຸກລະດົມຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອະນຸກໍາມະການບໍລິຫານແລະງົບປະມານ: ແຕ່ລະອະນຸກໍາມະການໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນເອງໄດ້ເປັນຢ່າງດີ, ທົ່ວເມືອງປາກທາ ມີ 34 ບ້ານ, ມີພົນລະເມືອງທັງໝົດ 23,692 ຄົນ, ຍິງ 11,335 ຄົນ, ຜູ້ມີອາຍຸ 18 ປີ ຂື້ນໄປ 14,648 ຄົນ, ຍິງ 7,051 ຄົນ, ໄປຮຽນຕໍ່ ແລະ ໄປອອກແຮງງານຢູ່ຕ່າງປະເທດ 567 ຄົນ, ຍິງ331 ຄົນ, ຜູ້ອອກແຮງງານຢູ່ພາຍໃນປະເທດ 1,408 ຄົນ, ຍິງ 554 ຄົນ, ນັກບວດ, ເປັນບ້ານ, ເສຍຈິດ, ຖືກຕັດອິດສະຫຼະພາບ 177 ຄົນ, ຍິງ 37 ຄົນ, ພົນລະເມືອງທີ່ມີສິດປ່ອນບັດເລືອກຕັ້ງ 12,443 ຄົນ, ຍິງ 6,110 ຄົນ, ກໍານົດໜ່ວຍປ່ອນບັດເລືອກຕັ້ງອອກເປັນ 29 ໜ່ວຍ, ຜ່ານການດໍາເນີນການປ່ອນັດຕົວຈິງເຫັນວ່າ ປະຊາຊົນບັນດາເຜົ່າພາຍໃນເມືອງປາກທາແມ່ນໄດ້ເປັນເຈົ້າການແລະມີຄວາມຮັບຜິດຊອບສູງໃນການນໍາໃຊ້ສິດຂອງຕົນເອງມາປ່ອນບັດຢູ່ບັນດາໜ່ວຍປ່ອນບັດຕ່າງໆ ດ້ວຍຄວາມຮັບຜິດຊອບແລະເປັນຂະບວນ ເຊິ່ງສະແດງອອກມີຜູ້ມາໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງທັງໝົດ 12,630 ຄົນ, ຍິງ 6,162 ຄົນ,ການດໍາເນີນການກວດກາບັດ,ການນັບຄະແນນ ແມ່ນມີຄວາມໂປ່ງໃສ, ຮັບປະກັນ ແລະ ສໍາເລັດຕາມເວລາທີ່ກໍານົດໄວ້.
ຜ່ານການດໍາເນີນການປ່ອນບັດເລືອກຕັ້ງສະແດງໃຫ້ເຫັນວ່າ: ຄະນະຮັບຜິດຊອບແຕ່ລະອະນຸກໍາມະການແມ່ນໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນເອງ, ມີການແບ່ງວຽກ, ສ້າງແຜນການເຄື່ອນໄຫວເປັນແຕ່ລະໄລຍະແຖດເໝາະກັບສະພາບຄວາມເປັນຈິງພ້ອມກັນນັ້ນກໍ່ໄດ້ຮັບການລົງຕິດຕາມຊຸກຍູ້ຈາກຄະນະຮັບຜິດຊອບຂັ້ນສູນກາງແລະຂັ້ນແຂວງເປັນປົກກະຕິ, ໂອກາດນີ້ ທ່ານ ສາລີ ວັນນະສານ ເລຂາຄະນະບໍລິຫານງານພັກເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບັນດາອະນຸກໍາມະການທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ, ເຊິ່ງເຮັດໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງບໍ່ແກ້ວຊຸດທີ V ຢູ່ພາຍໃນເມືອງຂອງພວກເຮົາສໍາເລັດຕາມລະດັບຄາດໝາຍ, ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ຈົ່ງສືບຕໍ່ຄົ້ນຄວ້າ ຄັດເລືອກຜົນງານ ສະເໜີການຍ້ອງຍໍໃຫ້ບຸກຄົນ,ນິຕິບຸກຄົນທີ່ໄດ້ປະກອບສວ່ນເຂົ້າໃນບັ້ນເລືອກຕັ້ງໃນຄັ້ງນີ້ໃຫ້ເໝາະສົມຕາມລະບຽບການທີ່ກໍານົດໄວ້.
ຂ່າວ: ບຸນເພັງ ທຸມມະວົງ.



