ເມືອງປາກທາ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ.

ວັນທີ 30 ເມສາ 2026 ນີ້, ທີ່ສະໂມສອນເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາເພື່ອຫວນຄືນມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງທ່ານ ນາງ ຈັກສຸກ ວັນນະວົງ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນ, ຕະຫຼອດຮອດສະມາຊິກກຳມະບານອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາງ ຈັກສຸກ ວັນນະວົງ  ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫລງການ, ກອງປະຊຸມຕ່າງໆກ່ຽວກັບກຳມະກອນ, ຜູ້ອອກແຮງງານໃນພາກພື້ນ ແລະສາກົນ, ຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກໍາມະກອນສາກົນ, ກຳມະກອນລາວໃນຍຸກປັດຈຸບັນ ແລະ ການປະກອບສ່ວນໃນພາລະກິດປະຕິວັດຂອງກຳມະກອນລາວ; ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກຳມະກອນສາກົນ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນເຖິງຊົນຊັ້ນກໍາມະກອນແມ່ນພື້ນຖານແຫ່ງການກໍາເນີດເກີດຂຶ້ນ, ແມ່ນການຄົງຕົວ ແລະຂະຫຍາຍຕົວຂອງສັງຄົມມະນຸດ, ທັງແມ່ນປັດໄຈພື້ນຖານເພື່ອຍົກໃຫ້ເຫັນບົດບາດ ຂອງການຈັດຕັ້ງກໍາມະບານ ກັບ ບັນດາການຈັດຕັ້ງອື່ນໆໃນລະບົບການເມືອງ, ເຊິ່ງສະແດງໃຫ້ເຫັນຄຸນລັກສະນະອັນດີເລີດຄື: ຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີນ້ຳໃຈຮັກຊາດຢ່າງແທ້ຈິງ, ມີນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ ແລະມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ; ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີປອງ ດອງຊ່ວຍເຫລືອເຊິ່ງກັນ ແລະກັນ, ມີຫົວຄິດປະດິດສ້າງ, ເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ, ພັດທະນາຕົນເອງ ທາງດ້ານເຕັກນິກວິທະຍາສາດທີ່ມີການຂະຫຍາຍຕົວ ໃນແຕ່ລະໄລຍະ ຕິດພັນກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພາບ-ຂ່າວ: ວັນນະເດດ

ກວດແກ້:ບຸນເພັງ ທຸມມະວົງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa