



ວັນທີ 28 ເມສາ 2026ນີ້ ຢູ່ທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໂດຍມີ ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປາກທາ, ສະຫາຍ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະ ການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວ ໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະກໍາມະການ ປກຊ-ປກສ ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໃນພິທີ ສະຫາຍ ພັ.ທ ຄໍາພັນ ດາລາສັກ ໄດ້ຜ່ານມະຕິຕົກລົງຂອງຄະນະກໍາມະການ ປກຊ-ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ, ຜູ້ປະຈໍາການ ແລະ ກໍາມະການຄະນະກໍາມະການ ປກຊ-ປກສ ເມືອງປາກທາ, ໃນນີ້ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ເຫັນດີແຕ່ງຕັ້ງ
- ສະຫາຍ ສາລີ ວັນນະສານ ເປັນປະທານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງປາກທາ
- ສະຫາຍ ບຸນພັດ ສີສົມບັດ ເປັນຮອງປະທານ
- ສະຫາຍ ພັ ທ ສັງທອງ ບຸດສາ ເປັນຮອງປະທານ-ຜູ້ປະຈຳການ
- ສະຫາຍ ພັທ ຄຳສອນ ຄັດຖະໜອມ ເປັນກຳມະການ 5. ສະຫາຍ ບຸນມີ ຈັນທະວົງ ເປັນກຳມະການ
ພ້ອມດຽວກັນນີ້ ສະຫາຍ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວກໍໄດ້ໃຫ້ກຽດມອບຂໍ້ຕົກລົງດັ່ງກ່າວໃກ້ກັບ ສະຫາຍ ສາລີ ວັນນະສານ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຕາງໜ້າຂຶ້ນຮັບ.
ໂອກາດນີ້ ສະຫາຍ ພັອ ອຳພັນ ໄຊຍາສຸບັດ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວໄດ້ສະແດງຄວາມຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ຄັ້ງນີ້ ເຊິ່ງເປັນການແຕ່ງຕັ້ງຂືຶ້ນໃໝ່ ແລະ ເປັນຊຸດທຳອິດ ຂອງເມືອງປາກທາ ແລະເປັນຕຳແໜ່ງໜຶ່ງທີ່ມີຄວາມສໍາຄັນທີ່ສຸດ ໃນການ ຊີ້ນໍາ-ນໍາພາຂົງ ເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂັ້ນເມືອງ ເພາະ ຄະນະກຳມະການ ປກຊ-ປກສ ເມືອງ ເປັນການຈັດຕັ້ງໜຶ່ງທີ່ມີບົດບາດສໍາຄັນ, ເປັນເສນາທິການໃຫ້ແກ່ຄະນະກຳມະການ ປກຊ-ປກສ ແຂວງ, ຄະນະພັກເມືອງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດທະສາດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງ ຖິ່ນ, ຂອງຊາດ; ຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ໂອກາດດັ່ງກ່າວ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງເມືອງ: ສືບຕໍ່ປະຕິບັດຍຸດທະສາດໃນການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ 4 ບຸກທະລຸຂອງພັກ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ, ປັບປຸງອົງການປົກຄອງຢູ່ຮາກຖານບ້ານໃຫ້ເຂັ້ມແຂງ, ຊີ້ນໍາ-ນໍາພາ ໃນການສ້າງສາພັດທະນາເສດຖະກິດ, ວັດທະນາທຳ-ສັງຄົມ ຕິດພັນກັບການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານ ສູ້ຮົບຕິດລຽນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພີ່ມທະວີເອົາໃຈໃສ່ຕໍ່ການຕິດຕາມກຳແໜ້ນສະພາບ, ຍົກລະດັບຄວາມ ສາມາດໃນການເກັບກຳ, ວິເຄາະ, ວິໄຈ, ຕີລາຄາສະພາບການຮອບດ້ານທີ່ພົວພັນເຖິງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສະພາບຊາຍແດນ, ສະພາບພາຍໃນ ແລະ ຕ່າງປະເທດ ເພື່ອທັບມ້າງກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ຄົ້ນຄວ້າແກ້ໄຂກໍລະນີຕ່າງໆທີ່ເກີດຂຶ້ນ ແລະ ບັນດາໜໍ່ແໜງທີ່ ຈະພາໃຫ້ເກີດຄວາມບໍ່ສະຫງົບ ຢູ່ໃນຂອບເຂດທ້ອງຖິ່ນຕົນ ພ້ອມທັງລາຍງານໃຫ້ຄະນະກຳມະການ ປກຊ-ປກສ ແຂວງ ຊາບທັນເວລາ ຮັບປະກັນບົດບາດການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ສ້າງ-ປັບ ປຸງກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ສຸມໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຮັບປະກັນໃຫ້ຖືກທິດ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ເຮັດວຽກງານພົວພັນຕ່າງປະເທດໃຫ້ດີ, ຍາດແຍ່ງເອົາການສະໜັບສະໜູນຮ່ວມມືຈາກ ປະເທດເພື່ອນມິດໃນວຽກ ງານ ປກຊ-ປກສ ໃຫ້ຫຼາຍຂຶ້ນ, ພົວພັນຮ່ວມມືກັບຕ່າງປະເທດຢ່າງມີປະ ສິດທິຜົນ, ກວ້າງຂວາງ. ພ້ອມທັງມີການສົມທົບແໜ້ນລະຫວ່າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບວຽກງານການຕ່າງປະເທດ ແລະ ກັບຂົງເຂດວຽກງານອື່ນໆ.
ພາບ-ຂ່າວ: ບຸນເພັງ ທຸມມະວົງ
ກວດແກ້: ຈ.ຈັນທະລິດ
ແອດມິນ: ທອງຈັນ ວົງປັນຍາ



