ເມືອງປາກທາ ປະກາດບ້ານ ຫ້ວຍພະລາມ ແລະ ບ້ານ ຫ້ວຍແອ່ນ ເປັນບ້ານປ້ອງກັນຄວາມສະຫງົບດີ.

ວັນທີ 7 ພຶດສະພາ 2026 ນີ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດ ບ້ານ ຫ້ວຍພະລາມ ແລະ ບ້ານ ຫ້ວຍແອ່ນ ເປັນບ້ານປ້ອງກັນຄວາມສະຫງົບດີ ບ້ານທີ 15,16 ຂອງເມືອງ ແລະ ບ້ານທີ 74,75 ຂອງແຂວງ ເປັນກຽດເຂົ້າຮ່ວມມີທ່ານ ພັທ ສັງທອງ ບຸດສາ  ຄະນະປະຈຳພັກເມືອງ, ຫົວໜ້າການເມືອງກອງບັນຊາການທະຫານເມືອງ, ທ່ານ ພັທ ສຸພະຈອນ ພອນສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກທາ, ມີບັນດາທ່ານແຂກຖືກເຊີນ, ອົງການການປົກຄອງບ້ານ, ການຈັດຕັ້ງບ້ານທຸກພາກສ່ວນ, ຕະຫຼອດຮອດພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມ.

ພິທີ ໄດ້ຕາງໜ້າໃຫ້ 2 ບ້ານ ຂື້ນຜ່ານບົດສະຫຼຸບການສ້າງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ ເຊິງໃຫ້ຮູ້ວ່າ: ບ້ານຫ້ວຍພະລາມ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງປາກທາ ແຂວງບໍ່ແກ້ວ ຢູ່ຫ່າງຈາກເຫດສະບານເມືອງປາກທາໄປທາງທິດໃຕ້ ປະມານ 25 ກິໂລແມັດ, ທິດເໜືອຕິດກັບບ້ານຫ້ວຍລຳແພນ, ທິດໃຕ້ຕິດກັບບ້ານຫາດສະ, ທິດຕາເວັນອອກຕິດກັບບ້ານຜາ ຄອຍ, ທິດຕາເວັນຕົກຕິດກັບບ້ານຫ້ວຍສະງົກ ມີ 07 ໜ່ວຍ, 105 ຄົວເຮືອນ, ພົນລະເມືອງ 560 ຄົນ, ຍິງ 261 ຄົນ, ອາຍຸ 15 ປີຂື້ນໄນ 382 ຄົນ, ຍິງ 197 ຄົນ. ມີ 1 ຊົນເຜົ່າຄື: ເຜົ່າກຶມ ສຳລັບບ້ານ ຫ້ວຍແອ່ນ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງປາກທາ ແຂວງບໍ່ແກ້ວ ເຊັ່ນດຽວກັນ ຢູ່ຫ່າງຈາກເທດສະບານເມືອງປາກທາໄປຫາງ ທິດໃຕ້ ປະມານ 40 ກິໂລແມັດ, ທິດເໜືອຕິດກັບບ້ານຫາດສາກ, ທິດໃຕ້ຕິດກັບບ້ານຫ້ວຍຮາວ, ທິດຕາເວັນອອກຕິດກັບ ບ້ານພູສະແຖນ, ທິດຕາເວັນຕົກຕິດກັບນໍ້າຂອງ  ຫຼືບ້ານກ້ອນຕົ້ນ ມີ 05 ໜ່ວຍ, 87 ຫຼັງຄາເຮືອນ, 18 ຄອບຄົວ, ພົນລະເມືອງ 509 ຄົນ, ຍິງ 259 ຄົນ, ອາຍຸ 15 ປີຂື້ນໄປ 323 ຄົນ, ຍິງ 154 ຄົນ. ມີ 1 ຊົນເຜົ່າຄື: ເຜົ່າກຶມມຸ  ການດຳລົງຊີວິດຂອງປະຊາຊົນສ່ວນຫຼາຍແມ່ນດໍາເນີນການ ປູກຝັງ, ລ້ຽງສັດເປັນອາຊີບຕົ້ນຕໍ: ຜ່ານມາກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ ສົມທົບກັບ ຄະນະພັກຮາກຖານ, ອົງການປົກຄອງບ້ານ ຈັດຕັ້ງເຜີຍແຜ່ບັນດາເນື້ອໃນມາດຖານການສ້າງຄອບຄົວແລະ ບ້ານຕົວແບບປ້ອງກັນຄວາມສະຫງົບດີ ຕິດພັນກັບການສຶກສາອົບຮົມປຸກລະດົມ ແລະ ສ້າງບົດບັນທຶກສ້າງຄວາມເຂົ້າໃຈໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຄົາລົບຕໍ່ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ເຮັດໃຫ້ອົງການປົກຄອງ, ການຈັດຕັ້ງບ້ານ, ປະຊາຊົນບັນດາເຜົ່າ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ຕື່ນຕົວປະກອບສ່ວນເຂົ້າໃສ່ວຽກງານພັດທະນາເສດຖະກິດຄອບຄົວ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານເປັນຢ່າງດີ. ຜ່ານການລົງເຄື່ອນໄຫວຊຸກຍູ້ຕິດຕາມ ແລະ ປະເມີນຜົນແບ່ງອອກເປັນ 3 ໄລຍະ ແລະ ອີງຕາມ 04 ມາດຖານຂອງຄອບຄົວ, 08 ມາດຖານຂອງບ້ານປ້ອງກັນຄວາມສະຫງົບດີ ເຫັນວ່າ 2 ບ້ານມີຄົບຕາມມາດຖານເງື່ອນໄຂ.

ຈາກນັ້ນ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງປາກທາ ແລະ ຂໍ້ຕົກລົງ ຂອງປະທານຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ ວ່າດ້ວຍການຮັບຮອງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຄືບ້ານ ຫ້ວຍພະລາມ ແລະ ບ້ານ ຫ້ວຍແອ່ນ. ເປັນບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ.

ຂໍ້ມູນພາບ-ຂ່າວ: ຮອ ເອກະລັກ ແກ້ວກັນຍາ ປກສ ເມືອງ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa