ເມືອງປາກທາປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116 ປີ

ວັນທີ 5 ມີນາ 2026 ນີ້, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ ຂື້ນຢູ່ທີ່ສະໂມສອນຂອງເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ອິນທອງ ເລືອງສີຈັນທອງ  ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານ-ລັດຖະກອນ ແລະ ສະມາຊິກສະຫະພັນແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ.

ພິທີ ທ່ານ ນາງ ອິນທອງ ເລືອງສີຈັນທອງ  ໄດ້ຍົກໃຫ້ເຫັນປະຫວັດການກຳເນີດ ແລະ ຂະຫຍາຍຕົວຂອງ ວັນແມ່ຍິງສາກົນ, ຊຶ່ງວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດ ຂອງພວກສັກດິນາ ແລະ ນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ພວກນາຍທຶນ ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະ ກຳມະກອນເພດຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ທວງໃຫ້ພວກນາຍທຶນ ຕ້ອງແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ. ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ແລະ ໄດ້ຈັດກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງຂຶ້ນເປັນຄັ້ງທຳອິດ ຢູ່ໂກເປນຮາກ ນະຄອນຫລວງປະເທດເດນມາກ ມີຜູ້ແທນ 100 ກວ່າຄົນ, ຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ຕົກລົງຮັບຮອງເອົາ ວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ ຊຶ່ງແມ່ນເຫດການການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ທວງໃຫ້ມີສິດສະເໜີພາບ ປະຊາທິປະໄຕ ຄືກັບເພດຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ ພາຍໃຕ້ຄຳຂວັນ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ເພດຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ ,ແລະ ປົກປັກຮັກສາສັນຕິພາບຂອງໂລກ, ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນຈົນເຖິງປັດຈຸບັນ. ການປາຖະກະຖາໃນຄັ້ງນີ້, ກໍເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ກັບການຕໍ່ສູ້ຮຽກຮ້ອງເອົາສິດຜົນປະໂຫຍດອັນເປັນທຳ, ເທົ່າທຽມກັບເພດຊາຍ ແລະ ການເຄື່ອນໄຫວດ້ານຕ່າງໆ ຂອງແມ່ຍິງສາກົນ.ແລະ ຄອບຄົວ.

ພາບ-ຂ່າວ: ວັນະເດດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa