











0




ພິທີປະກາດສ້າງຕັ້ງ 5 ຕາແສງຢູ່ເມືອງຕົ້ນເຜີ້ງໄດ້ຈັດຂື້ນໃນວັນທີ 22 ພຶດສະພາ 2026 ຢູ່ທີ່ສະໂມສອນເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົ.ວ ສຸກພະຈັນ ສີລາເພັດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ພ້ອມດວຍຄະນະ, ມີທ່ານ ອຸ່ນຄຳ ທຳມະເລີດ ກຳມະການພັກແຂວງ ເລຂາພັກເມືອງໆ ຕົ້ນເຜິ້ງ, ມີຄະນະການນຳຂັ້ນແຂວງ-ເມືອງ, ຫົວໜ້າຫ້ອງການ ຮອງຫ້ອງການອ້ອມຂ້າງເມືອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເລຂາຄະນະພັກບ້ານ ນາຍບ້ານທັງ 38 ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ປະສິດ ທິບພະວັນ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ເມືອງຕົ້ນເຜິ້ງປະກອບມີ 38 ບ້ານ ແລະ 4 ບ້ານໃຫຍ່ ມີ 10 ຊົນເຜົ່າ, ມີປະຊາກອນ 35.893 ຄົນ, ຍິງ 17.855 ຄົນ, ມີ 6.654 ຄົວເຮືອນ ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສູນກາງພັກ ເລກທີ 04/ຫສພ, ແຈ້ງການ ຂອງກະຊວງພາຍໃນ ເລກທີ 08/ພນ, ແຈ້ງການຂອງຫ້ອງວ່າການແຂວງບໍ່ແກ້ວກ່ຽວກັບການກຳນົດຈຳນວນຕາແສງຢູ່ບັນດາເມືອງ, ຄະນະປະຈຳພັກເມືອງໄດ້ຈັດກອງປະຊຸມຄົ້ນຄວ້າກຳນົດຈຳນວນຕາແສງ, ຊື່ເອີ້ນຕາແສງ ໄດ້ກຳນົດຕາແສງຢູ່ເມືອງຕົ້ນເຜິ້ງ ຈຳນວນ 5 ຕາແສງຄື: ຕາແສງຕົ້ນເຜິ້ງ ມີ 8 ບ້ານຂຶ້ນກັບ; ຕາແສງສີເມືອງງາມ ມີ 8 ບ້ານຂຶ້ນກັບ; ຕາແສງນ້ຳເກິ່ງ ມີ 4 ບ້ານຂຶ້ນກັບ; ຕາແສງເມືອງມອມ ມີ 10 ບ້ານຂຶ້ນກັບ ແລະ ຕາແສງນາຄຳ ມີ 8 ບ້ານຂຶ້ນກັບ ແລະ ໄດ້ນຳເອົາຜົນການຄົ້ນຄວ້າລາຍງານຂັ້ນແຂວງ, ຂັ້ນສູນກາງ, ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ເລກທີ 147/ນຍ, ລົງວັນທີ 17 ພະຈິກ 2025 ວ່າດ້ວຍການຮັບຮອງເອົາຈຳນວນຕາແສງ. ເພື່ອປະຕິບັດຕາມຄຳແນະນຳກ່ຽວກັບການສ້າງຕັ້ງຕາແສງ ຂອງຄະນະຈັດຕັ້ງສູນກາງພັກ ສະນັ້ນ ຄະນະປະຈຳພັກເມືອງກໍ່ໄດ້ກະກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນ: ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບສ້າງຕັ້ງຕາແສງຂັ້ນເມືອງ, ຂຽນບົດວິພາກການສ້າງຕາແສງ, ຂຽນແຜນພັດທະນາເສດຖະກິດ-ສັງຄົມຂອງຕາແສງ, ຂຽນຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາແສງ, ຄົ້ນຄວ້າສະຖານທີ່ຕັ້ງສຳນັກງານຕາແສງ ແລະ ບຸກຄະລາກອນທີ່ຈະປະກອບເຂົ້າໃນແຕ່ລະຕາແສງ ຈາກນັ້ນ ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 5 ຕາແສງຂອງເມືອງຕົ້ນເຜິ້ງ, ມະຕິຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ 5 ຕາແສງ
ພ້ອມທັງ ມອບຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຕາແສງ 5 ຕາແສງຂອງເມືອງຕົ້ນເຜິ້ງ ໃຫ້ກຽດມອບໂດຍ ທ່ານ ພົວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງ ຮັບໂດຍ ທ່ານ ອຸ່ນຄຳ ທຳມະເລີດ ເລຂາພັກເມືອງໆ ຕົ້ນເຜິ້ງ,
ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະທານ, ຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຂອງ 5 ຕາແສງ, ມະຕິບົງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກຮາກຖານຂອງ 5 ຕາແສງ, ຜ່ານມະຕິສ້າງຕັ້ງໜ່ວຍພັກຫ້ອງການຕາແສງ, ຜ່ານມະຕິປົ່ງຕົວແຕ່ງຕັ້ງເລຂາຄະນະໜ່ວຍພັກຫ້ອງການ ຕາແສງ ທັງມອບຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປະທານ-ຮອງປະ ທານຄະນະກຳມະການປົກຄອງຕາແສງ ແລະ ຫົວໜ້າໜ່ວຍງານຕາແສງ ມອບໂດຍທ່ານ ອຸ່ນຄຳ ທຳມະເລີດ ຮັບໂດຍປະທານຄະນະກຳມະການປົກຄອງຕາແສງທັງ 5 ຕາແສງ.
ໂອກາດນີ້ ທ່ານ ພົວ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍແລະຕີລາຄາສູງມາຍັງຄະນະພັກຂັ້ນເມືຶອງ ເຊິ່ງເຫັນໄດ້ວ່າ ບັນດາທ່ານ ໄດ້ມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມຄຳແນະນຳຂອງສູນກາງພັກ ກ່ຽວກັບ ການສ້າງຕັ້ງຕາແສງ ແລະ ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ ພາຍຫຼັງ ສໍາເລັດພິທີປະກາດສ້າງຕັ້ງຕາແສງແລ້ວ ມອບໃຫ້ຄະນະພັກ, ຄະນະກຳມະການປົກຄອງແຂວງ, ເມືອງ ແລະ ທຸກຂະແໜງການ ສຸ່ມໃສ່ ເຜີຍແຜ່, ເຊື່ອມຊຶ່ມ ແລະ ນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ຂັ້ນຕາແສງ, ພ້ອມກັນເອົາໃຈໃສ່ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ-ໜ້າທີ່ ຂອງຕາແສງ ເຊິ່ງໄດ້ກໍານົດໃນ ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ, ສືບຕໍ່ ຫັນພະນັກງານນຳພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ, ເຖິງຖອງກວ່າເກົ່າ, ເອົາໃຈໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດນຳພາ-ຄຸ້ມຄອງ ແລະ ບໍລິຫານລັດຢູ່ຕາແສງ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ພັດທະນາພື້ນຖານໂຄງລ່າງ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນ ເຂົ້າຫາການບໍລິການ ຂອງຕາແສງ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກທິດ. ພາຍຫຼັງສຳເລັດພິທີ ບັນດາຄະນະປະທານ ພ້ອມດ້ວຍຄະນະຮັບຜິດຊອບທຸກພາກສ່ວນພ້ອມກັນລັ່ນຄ້ອງ 9 ບາດ ແລະ ເປີດປ້າຍປະກາດສ້າງຕັ້ງ 5 ຕາແສງຢູ່ເມືອງຕົ້ນເຜິ້ງ ຢ່າງເປັນທາງການ.
ພາບ-ຂ່າວ: ສ ປັນຍາທອງ



