ກອງປະຊຸມ ປຶກສາຫາລືວຽກງານ ທີ່ດິນວັດທະນະທໍາ ຂອບເຂດເມືອງເກົ່າສຸວັນນະໂຄມຄໍາ ໄດ້ຈັດຂື້ນໃນຕອນແລງວັນທີ 19 ພຶດສະພາ 2026 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຕົ້ນເຜິ້ງ ໂດຍການເຂົ້າຮ່ວມເປັນປະທານມີ ທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການການປົກຄອງແຂວງບໍ່ແກ້ວ, ມີທ່ານ ດຣ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກ ວິຈິດສີນກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີການນຳແຂວງ, ເມືອງ, ຄະນະຮັບຜິດຊອບພະແນກວັດທະນະທຳແລະທ່ອງທ່ຽວແຂວງ, ຫ້ອງການວັດທະນະທຳແລະທ່ອງທ່ຽວເມືອງ, ຕາງໜ້າເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ອົງການປົກຄອງບ້ານຮົ່ມເຢັນ ແລະ ດອນທາດ ເຂົ້າຮ່ວມ.
ກອງປະຊຸມທາ່ນ ດຣ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກ ວິຈິດສີນ ກະຊວງວັດທະນະທຳແລະການທ່ອງທ່ຽວໄດ້ລາຍງານຫຍໍ້ການລົງສໍາຫຼວດ, ກຳນົດຂອບເຂດ, ວັດແທກທີ່ດິນວັດທະນະທໍາ (ເນື້ອທີ່ໃຈກາງມໍລະດົກ ສະຖານ) ເມືອງເກົ່າສຸວັນນະໂຄມຄໍາ ເມືອງຕົ້ນເຜິ້ງ ພື້ນທີ່ເມືອງເກົ່າສຸວັນນະໂຄມຄໍາຕັ້ງຢູ່ຫ່າງຈາກເມືອງຕົ້ນເຜິ້ງໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 5 ກິ ໂລແມັດ, ຫ່າງຈາກເທດສະບານແຂວງບໍ່ແກ້ວໄປ ທາງທິດຕາເວັນຕົກສ່ຽງເໜືອປະມານ 45 ກິໂລແມັດ, ເປັນພື້ນທີ່ ທົ່ງພຽງທີ່ຖືກອ້ອມຮອບດ້ວຍແມ່ນໍ້າຂອງທັງສາມດ້ານ; ທາງທິດໃຕ້, ທິດຕາເວັນອອກແລະທິດຕາເວັນຕົກ, ສ່ວນພື້ນ ທີ່ທາງດ້ານທິດເໜືອໄດ້ກວມໄປເຖິງເສັ້ນທາງໃຫຍ່ທີ່ມາຈາກບ້ານສີເມືອງງາມໄປຫາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີ ພື້ນທີ່ໂດຍລວມ ປະມານ 10,000 ເຮັກຕາ ແລະ ມີການຕັ້ງຖິ່ນຖານຂອງຊຸມຊົນໃນ 4 ບ້ານຄື : ບ້ານດອນທາດ, ບ້ານຮົ່ມເຢັນ, ບ້ານດອນສະຫວັນ ແລະ ບ້ານສີເມືອງງາມ ຊຸມປີ 1990 ຜ່ານມາ ລັດຖະບານ ກໍຄືກະຊວງຖະແຫຼງຂ່າວ ແລະ ວັດທະນະທຳກໍໄດ້ສຸມໃສ່ສົມທົບອົງການ ປົກຄອງແຂວງບໍ່ແກ້ວ ລົງສໍາຫຼວດພື້ນທີ່ເມືອງເກົ່າສຸວັນນະໂຄມຄຳຄໍາ, ແຕ້ມແຜນທີ່, ແຜນວາດ ຈຸດທີ່ຕັ້ງແຫຼ່ງບູຮານສະຖານຕ່າງໆ ຈໍານວນ 44 ແຫ່ງ; ປີ 1999 ຜູ້ຊ່ຽວຊານ, ນັກວິຊາການໄດ້ຮ່ວມກັນຄົ້ນຄ້ວາ ຂຽນປະຫວັດ ພ້ອມ ທັງຈັດພິມ ໂດຍທ່ານ ອາຈານ ຫຸມພັນ ຣັດຕະນະວົງ ສີລະປິນແຫ່ງຊາດ ສາຂາວັນນະກຳ, ຕໍ່ມາທາງແຂວງ ແລະ ເມືອງຕົ້ນເຜິ້ງກໍໄດ້ສືບຕໍ່ໃນການປົກປັກຮັກສາ, ກຳນົດຂອບເຂດເນື້ອທີ່ດິນໃຈກາງແຫຼ່ງມໍລະດົກສະຖານ ພ້ອມທັງ ລ້ອມຮົ້ວ ແລະ ອານາໄມ ໂດຍບ້ານມີສ່ວນຮ່ວມ; ໄລຍະໜຶ່ງກໍໄດ້ຮັບຄວາມສົນໃຈຈາກຜູ້ປະກອບການ ມາ ພັດທະນາເປັຍແຫຼ່ງທ່ອງທ່ຽວ ໂດຍໄດ້ກໍ່ສ້າງໂຄງລ່າງພື້ນຖານທີ່ຈໍາເປັນຈໍານວນໜຶ່ງ ເປັນຕົ້ນ: ສາລາ, ຫ້ອງນໍ້າ ໄວ້ ຄອຍບໍລິການຜູ້ຄົນທີ່ມາທ່ຽວຊົມ ກາບໄຫວ້ສັກກະລະບູຊາ. ປະຈຸບັນເພື່ອເຮັດໃຫ້ຍຸດທະສາດການພັດທະນາຂອງພັກ-ລັດຖະບານ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ກໍຄືແຂວງບໍ່ແກ້ວ ໃນການປົກປັກຮັກສາມໍລະດົກແຫ່ງຊາດ ແລະ ນໍາໃຊ້ທ່າແຮງທາງດ້ານມໍລະດົກ ວັດທະນະທໍາກາຍເປັນຜະລິດຕະພັນການທ່ອງທ່ຽວທີ່ມີຄວາມຍືນຍົງ ກົມມໍລະດົກ ແລະ ວິຈິດສິນ ກໍຄືພະແນກວັດ ທະນະທຳ ແລະ ການທ່ອງທ່ຽວແຂວງ ຈຶ່ງໄດ້ມີແຜນການຟື້ນຟູ ອານຸລັກປົກປັກຮັກສາ ຂອບເຂດບໍລິເວນດັ່ງກ່າວ ໃຫ້ຍືນຍົງ, ສາມາດພັດທະນາເປັນສະຖານທີ່ທ່ອງທ່ຽວຂອງແຂວງບໍ່ແກ້ວ, ລະດັບຊາດ ແລະ ລະດັບພາກພື້ນໃນອານາຄົດ. ຈາກນັ້ນຕາງໜ້າແຕ່ລະພາກສ່ວນໄດ້ປະກອບຄຳຄິດເຫັນ ເພື່ອເປັນການປຶກສາຫາລື, ການຕົກລົງເຫັນດີເປັນເອກະພາບກັນ ລະຫວ່າງພາກລັດ ກັບຜູ້ປະກອບການກໍ່ຄືທາງກຸ່ມບໍລິສັດດອກງິ້ວຄໍາໃນນາມຜູ້ສໍາປະທານເພື່ອພັດທະນາ ເປັນແຫຼ່ງທ່ອງທ່ຽວວັດທະນະທຳທາງປະຫວັດສາດ ແລະ ທັງເປັນການສໍາຫຼວດ ແລະ ກຳນົດຂອບເຂດເນື້ອທີ່ ດິນວັດທະນະທໍາ ເພື່ອອອກໃບຕາດິນໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ປ້ອງກັນບໍ່ໃຫ້ມີການບຸກລຸກ, ຈັບຈອງ ຫຼື ທໍາລາຍຮ່ອງຮອຍທາງປະຫວັດສາດຈາກການ ຂະຫຍາຍຕົວຂອງຕົວເມືອງ ແລະ ການຜະລິດ ແລະ ເພື່ອໃຫ້ມີຂໍ້ມູນທີ່ຊັດເຈນ, ມີແຜນທີ່ຂອບເຂດທີ່ແນ່ນອນ ໃນການວາງແຜນອະນຸລັກ ແລະ ບູລະນະປະຕິສັງຂອນໃນຕໍ່ໜ້າ.






ພາບ-ຂ່າວ: ສ ປັນຍາທອງ.



