ນິ້ແມ່ນບາດກ້າວທີ່ສຳຄັນຂອງລັດຖະບານໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.ການສັ່ງຢຸດການຂຸດຄົ້ນແຮ່ທາດ (ໂດຍສະເພາະແມ່ນຊາຍ ແລະ ຂີ້ຫີນ) ຕາມລຳແມ່ນ້ຳຂອງ ແລະສາຍນ້ຳຕ່າງໆ ທົ່ວປະເທດ ເພື່ອແກ້ໄຂບັນຫາທີ່ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ໂຄງລ່າງພື້ນຖານ.ການສັ່ງຢຸດ, ການຂຸດຄົ້ນຊາຍໃນປະລິມານທີ່ຫຼາຍເກີນໄປ ເຮັດໃຫ້ທິດທາງການໄຫຼຂອງນ້ຳປ່ຽນແປງ ແລະ ສົ່ງຜົນໃຫ້ຕັ່ງຝັ່ງເຈື່ອນ, ເຊິ່ງກະທົບຕໍ່ເຮືອນຊານ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນ.ການປ້ອງກັນຄວາມເສຍຫາຍຕໍ່ຂົວ, ເສັ້ນທາງຕາມແຄມນ້ຳ ແລະ ໂຄງການປ້ອງກັນຕັ່ງຝັ່ງເຈື່ອນ ທີ່ລັດຖະບານໄດ້ລົງທຶນໄປຢ່າງມະຫາສານຜ່ານມາ.
ນອກນິ້.ໄດ້ກະທົບຕໍ່ສິ່ງແວດລ້ອມ ການຂຸດຄົ້ນແຮ່ທາດເຮັດໃຫ້ນ້ຳຂຸ່ນ, ທຳລາຍແຫຼ່ງທີ່ຢູ່ວາງໄຂ່ຂອງປາ ແລະ ສັດນ້ຳ, ເຊິ່ງກະທົບຕໍ່ຄວາມໝັ້ນຄົງທາງອາຫານຂອງຊຸມຊົນ.ການຈັດລະບຽບໃໝ່: ເພື່ອໃຫ້ພາກສ່ວນກ່ຽວຂ້ອງໄດ້ກັບຄືນມາປະເມີນຄືນໃໝ່ ກ່ຽວກັບເຕັກນິກການຂຸດຄົ້ນ, ການກຳນົດເຂດ ແລະ ການເສຍພັນທະໃຫ້ລັດ ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ.ຜົນປະໂຫຍດໃນໄລຍະຍາວຄວາມຍືນຍົງ:ຊ່ວຍໃຫ້ທຳມະຊາດໄດ້ຟື້ນຟູຕົວເອງ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດທາງນ້ຳ.ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ການພັງທະລາຍຂອງດິນບໍລິເວນແຄມນ້ຳ. ສຳລັບແຂວງບໍ່ແກ້ວ ທີ່ມີການກໍ່ສ້າງໂຄງການປ້ອງກັນຕັ່ງຝັ່ງເຈື່ອນ ແລະ ທາງລຽບແມ່ນ້ຳຂອງຢູ່ຫຼາຍຈຸດ, ຄຳສັ່ງນີ້ຖືວ່າເປັນການຊ່ວຍປົກປ້ອງງົບປະມານການພັດທະນາໃຫ້ມີຄວາມຍືນຍົງຄົງຕົວໄປໄດ້ດົນນານ.
ໃນປັດຈຸບັນ, ທາງອຳນາດການປົກຄອງແຂວງບໍ່ແກ້ວ ຮ່ວມກັບ ພາກສ່ວນກ່ຽວຂ້ອງ, ແມ່ນໄດ້ເອົາໃຈໃສ່ສືບຕໍ່ລົງຕິດຕາມກວດກາຕົວຈິງ ຕາມລຳນ້ຳຂອງ ແລະ ສາຂາແມ່ນ້ຳຕ່າງໆ ເພື່ອຊອກຫາຜູ້ທີ່ຍັງລັກລອບດຳເນີນການ.ຫາກພົບເຫັນການລະເມີດ, ເຈົ້າໜ້າທີ່ມີສິດຢຶດເຄື່ອງຈັກ, ເຮືອຂຸດຄົ້ນ ແລະ ປັບໄໝຕາມລະບຽບກົດໝາຍ.ແຕ່ການລົງກາຕິດຕາມ ຂອງເຈົ້າໜ້າທີ່ແມ່ນພົບຄວາມຫຍຸ້ງຍາກຫຼາຍ,ເນື່ອງຈາກມີສ່ວນຮ່ວມຂອງກຸ່ມຄົນຜົນປະໂຫຍດທີ່ບໍ່ຫວັງດີ.ການຮ່ວມມືຈາກພໍ່ແມ່ປະຊາຊົນໃນການເປັນ “ຫູເປັນຕາ” ແລະ ແຈ້ງເບາະແສໃຫ້ທາງການ ແມ່ນມີຄວາມສຳຄັນຫຼາຍ ເພື່ອຢຸດຕິຂະບວນການທີ່ທຳລາຍຊັບພະຍາກອນຂອງຊາດນິ້ໄວ໊.







ໂດຍ: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



