ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ເນື້ອໃນມະຕິກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ

ບກ.ວັນທີ 28 ເມສາ 2026 ນີ້ ທີ່ສະໂມສອນເມືອງຜາອຸດົມ ໄດ້ມີພິທີເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ເນື້ອໃນມະຕິກອງປະ ຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກ ແຂວງບໍ່ແກ້ວ. ເຊິ່ງມີຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.

ທ່ານ ຄຳແສງ ສຸລິຍະວົງ ຄະນະປະຈຳພັກແຂວງ ຮອງປະທານ ຄະນະກຳມະການປົກຄອງແຂວງ ໃນນາມປະ ທານພິທີ ໄດ້ເຜີຍແຜ່ ແລະຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນນັ້ນທ່ານໄດ້ຍົກໃຫ້ເຫັນ ບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ເນື້ອໃນຕົ້ນຕໍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ທິດທາງວຽກງານຈຸດສຸມແຕ່ລະຂົງເຂດ ເພື່ອສືບຕໍ່ ເຮັດໃຫ້ການນຳພາຂອງພັກ ນັບມື້ມີບົດບາດທີ່ເຂັ້ມແຂງ ຄຽງຄູ່ກັບການຊຸກຍູ້ການຄຸ້ມຄອງ-ບໍລິຫານລັດ ໃຫ້ໄປຕາມກົດໝາຍຢ່າງແຂງແຮງ ແລະ ເຂັ້ມງວດ ປົກປັກຮັກສາໝາກຜົນຂອງການປະຕິວັດ ຢ່າງແທ້ຈິງ ສະມາຊິກພັກເຂັ້ມແຂງ, ຮາກຖານພັກ ກໍເຂັ້ມແຂງ, ແຕ່ລະອົງຄະນະພັກເຂັ້ມແຂງ, ທົ່ວພັກ ກໍເຂັ້ມແຂງ, ອັນໃດກີດຂວາງ, ບໍ່ສອດຄ່ອງກັບຜົນປະໂຫຍດ ຂອງປະຊາຊົນ ຕ້ອງໄດ້ສະກັດກັ້ນ, ກຳຈັດປັດເປົ່າ ຢ່າງເດັດຂາດ; ພັກທີ່ມີການຈັດຕັ້ງເຂັ້ມແຂງ, ມີຄວາມສາມັກຄີເປັນເອກະພາບ, ໜັກແໜ້ນດ້ານມານະຈິດປະຕິວັດ ແລະ ການກະທໍາ, ຮັກສາທາດແທ້ປະຕິວັດ, ຄວາມໜັກແໜ້ນທາງດ້ານອຸດົມການ, ສະຕິຕໍ່ການຈັດຕັ້ງ ແລະ ມີການຄຸ້ມຄອງທີ່ເຂັ້ມງວດ ດ້ວຍລະ ບຽບວິໄນ ທີ່ເຄັ່ງຄັດ; ແນໃສ່ບັນລຸອຸດົມການ ກໍຄືຈຸດໝາຍສັງຄົມນິຍົມ ທີ່ພັກ ແລະ ປະຊາຊົນ ໄດ້ເລືອກເອົາໄວ້ແລ້ວ, ພັກ ມີພື້ນຖານອັນໜັກແໜ້ນດ້ານລະບົບແນວຄິດ, ທິດສະ ດີ-ພຶດຕິກຳ ໃນການນໍາພາ ພາລະກິດປະຕິວັດ, ບໍ່ລັ່ງເລ -ຄອນແຄນ, ບໍ່ຢຸດໆຢ່ອນໆ ໃນການສືບຕໍ່ນໍາພາ ພາລະກຳປະຫວັດສາດອັນໃຫຍ່ຫຼວງ ຮອບ ດ້ານ, ໜັກໜ່ວງ ແລະ ຍາວນານ ແນໃສ່ພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ…

ຈາກນັ້ນ, ທ່ານ ນາງ ສີອໍາໄພ ໂສລາຖີ ກໍາມະການພັກແຂວງ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ໄດ້ຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງແຂວງບໍ່ແກ້ວ ແລະແຜນຜັນຂະ ຫຍາຍມະຕິກອງປະຊຸມໃຫ່ຍ ອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ສະບັບເລກທີ 03/ຄປພຂ, ລົງວັັນທີ 9 ມັງ ກອນ 2026 ຈະສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ  GDP ໃນໄລຍະ 5 ປີ ຂະຫຍາຍຕົວສະເລ່ຍ 5.5% ຂຶ້ນໄປ; ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 4,995 ຕື້ກີບ ໃນນັ້ນ: ສູນກາງ 3,162 ຕື້ກີບ, ທ້ອງຖິ່ນ 1,832 ຕື້ກີບ. ຄາດຄະເນລາຍຈ່າຍງົບປະມານ ມູນຄ່າ 3,024 ຕືື້ກີບ; ລາຍຮັບສະເລັ່ຍຕໍ່ຫົວຄົນຜູ້ໜຶ່ງໃຫ້ໄດ້ 2,272 ໂດລາສະຫະລັດຕໍ່ຄົນຕໍ່ປີ…; ພັດທະນາເສດຖະ ກິດ ຕິດພັນກັບ ການພັດທະນາວັດທະນະທໍາ-ສັງ ຄົມ ສຸມໃສ່ຈັດຕັ້ງປະຕິບັດ 5 ຄາດໝາຍ ວຽກສຶກສາທິການ ແລະກິລາ ໃຫ້ບັນລຸຕາມແຜນທີ່ວາງໄວ້; ສຸມໃສ່ 4 ຕົວຊີ້ບອກເປັນຕົ້ນ: ອັດຕາການໃຫ້ວັກຊິນກັນພະຍາດ; ການຊົມໃຊ້ນໍ້າສະອາດ, ອັດຕາການຊົມໃຊ້ວິດຖ່າຍຄອບຄົວ; ການປະກາດຮັບຮອງເປັນບ້ານສາທາລະນະສຸກແບບຢ່າງ; ພັດທະນາສີມືແຮງງານໃນສາຂາອາຊີບຕ່າງໆ ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 3,717 ຄອບຄົວ; ສ້າງບ້ານພົ້ນທຸກໃຫ້ໄດ້ 34 ບ້ານ. ສ້າງຄອບຄົວພັດທະນາໃຫ້ໄດ້ 6,195 ຄອບຄົວ; ສ້າງບ້ານພັດທະນາໃຫ້ໄດ້ 64 ບ້ານ… ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຢືນຍົງ ເພື່ອເຮັດໃຫ້ລະບົບການເມືອງ ມີສະຖຽນລະພາບຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ນໍາໃຊ້ທ່າແຮງບົ່ມຊ້ອນ ແລະ ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ ການພັດທະນາເສດຖະກິດໄປຕາມທິດ ຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ; ສ້າງແຂວງບໍ່ແກ້ວ ເປັນໃຈກາງບໍລິການທາງຜ່ານ ສາມາດເຊື່ອມໂຍງ, ເຊື່ອມຈອດ ກັບບັນດາແຂວງພາກເໜືອ ແລະ ອະນຸພາກພື້ນ; ຄວາມແຕກໂຕນກັນ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ ຍັບເຂົ້າໃກ້ກັນ, ສິ່ງເເວດລ້ອມທຳມະຊາດ ໄດ້ຮັບການປົກປັກຮັກສາ ແລະ ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ພ້ອມດຽວກັນນີ້ ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານມະຕິກອງປະຊຸມໃຫ່ຍ ອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII ອີກດ້ວຍ.

ການເຜີຍແຜ່ເຊື່ອມຊຶມເອກະສານ ເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນຄັ້ງນີ້ມີຄວາມ ໝາຍຄວາມສໍາຄັນ ແລະ ເປັນຄວາມຮັບຜິດຊອບທາງການເມືອງອັນສູງສຸດ ຂອງບັນດາສະມາຊິກພັກ-ພະນັກງານ ໃນການຄົ້ນຄວ້າ ກຳແໜ້ນມະຕິດັ່ງກ່າວ ໃຫ້ມີຄວາມຮັບຮູ້, ຄວາມເຂົ້າໃຈ, ມີຄວາມເປັນເອກະພາບສູງ ແລະ ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ ເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ພະນັກງານ ແລະ ສະມາຊິກພັກທົ່ວເມືອງຜາອຸດົມ ກໍາໄດ້ຢ່າງເລິກເຊິ່ງ ເຖິງເນື້ອໃນຈິດໃຈ, ທິດທາງ ແລະ ຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ ໄດ້ກໍານົດໄວ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງຂອງທຸກຂົງເຂດວຽກງານໃຫ້ສອດຄ່ອງກັບສະພາບຈຸດພິເສດທ້ອງຖິ່ນ ເສີມສ້າງຄວາມເປັນເອກະພາບ ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ພາຍໃນພັກ ແລະ ລັດ ພາຍໃຕ້ການນໍາພາຂອງສູນກາງພັກ ບົນເສັ້ນທາງແຫ່ງການພັດທະນາປະເທດຊາດ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

ກວດແກ້: ຈ.ຈັນທະລິດ.

ແອດມິນ: ທອງຈັນ ວົງປັນຍາ.

28 ເມສາ 2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa