ການແຂ່ງຂັນແບ່ງອອກເປັນ 2 ປະເພດຄື: ທີມຊາຍ ແລະ ທີມຍິງ ເຊິ່ງທີມຊຸດເປຕັງຊາຍ ມີທີມເຂົ້າຮ່ວມທັງໝົດ 25 ທີມ ແລະ ທີມຊຸດເປຕັງຍິງ 14 ທີມ, ການແຂ່ງຂັນ ຫາກທີມໃດແຂ່ງ ເສຍ 2 ຄັ້ງແມ່ນຕົກຮອບ; ເຊິ່ງຜົນຂອງການແຂ່ງຂັນທີມຊຸດຍິງ
- ອັນດັບທີ1: ທີມຄະນະຈັດຕັ້ງເມືອງ ໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 000 ກີບ
- ອັນດັບທີ່2: ທິມຫ້ອງການສຶກສາທິການ ແລະກິລາ ໄດ້ຮັບເງິນສົດ 000 ກີບ
- ອັນດັບທີ3: ທີມກໍາມະບານປະຖົມນໍ້າເມິງ ໄດ້ຮັບເງິນສົດ 000 ກີບ.
#ແລະການແຂ່ງຂັນເປຕັງທີມຊຸດຊາຍ
- ອັນດັບທີ1: ທີມ ຫ້ອງການສຶກສາທິການ ແລະ ກິລາ ໄດ້ຮັບຂັນ 1 ໜ່ວຍ ແລະ ໄດ້ຮັບເງິນສົດ 000 ກີບ.
- ອັນດັບທີ2: ທີມຄະນະຈັດຕັ້ງເມືອງ ໄດ້ຮັບເງິນສົດ 000 ກີບ
- ອັນດັບທີ3 ທີມຫ້ອງການໄຟຟ້າປະຈໍາເມືອງ ໄດ້ຮັບເງິນສົດ 000 ກີບ.
ທ່ານ ຕູຸ້ຍ ເພັດສົງຄາມ ກໍາມະການພັກເມືອງ ໃນນາມປະທານສະຫະພັນກໍາມະບານເມືອງ ໄດ້ກ່າວວ່າ: ການແຂ່ງຂັນກິລາເປຕັງຄັ້ງນີ້ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນກໍາມະກອນສາກົນ ຄົບຮອບ 140 ປີ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການຝຶກແອບນັກກິລາເປຕັງຂອງເມືອງ ໃຫ້ໄດ້ຮັບການພັດທະນາທັກສະໃນການຫຼິ້ນກິລາ ແລະ ເປັນການສ້າງຄວາມສາມັກຄີ ລະຫວ່າງ ນັກກິລາອ້ອມຂ້າງເມືອງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.







ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



