




ວັນທີ 11 ມີນາ 2026ນີ້ ທ່ານ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ເມືອງຜາອຸດົມ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ໄດ້ລົງໂອ້ລົມ ພະນັກງານລັດຖະກອນ ຫ້ອງການທີ່ຖືກຍຸບໂຮມເຂົ້າກັນ, ກອງປະຊຸມ ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຫ້ອງການຄະນະໂຄສະນາອົບຮົມເມືອງ ໂດຍມີ ຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານລັດຖະກອນ ຈາກ 5 ຫ້ອງການທີ່ຖືກຍຸບໂຮມເຂົ້າກັນຄື: ຫ້ອງການຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການແນວລາວສ້າງຊາດເມືອງ, ຫ້ອງການວັດທະນະທຳ ແລະການທ່ອງທ່ຽວເມືອງ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ.
ທ່ານນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ໄດ້ກ່າວວ່າ: ການລົງມາໂອ້ລົມຄັ້ງນີ້ ກໍ່ເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວ ສະມາຊິກພັກ ພະນັກງານລັດຖະກອນ ຂອງຫ້ອງການທີ່ຖືກຍຸບໂຮມເຂົ້າກັນ ພ້ອມທັງມີຄຳເຫັນແນະນຳເຊັນວ່າ: ໃຫ້ບັນດາສະຫາຍເຂົ້າໃຈວ່າ ການຍຸບໂຮມໂອນວຽກງານໃຫ້ຫ້ອງການຕ່າງໆ ມັນບໍ່ແມ່ນແຕ່ບ້ານເມືອງ, ແຂວງຂອງພວກເຮົາ ແຕ່ເພິນໄດ້ເລີມຈັດຕັ້ງປະຕິບັດ ມາແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ໃນນີ້ບັນດາສະຫາຍທີ່ໄດ້ຮັບຜິດ ຊອບວຽກງານເກົ່າຢູ່ບັນດາຫ້ອງການທີ່ຖືກຍຸບໂຮມເຂົ້າກັນນັ້ນ ຕ້ອງເຮັດວຽກເປັນໝູ່ຄະນະ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ປຶກສາຫາລືນຳຄະນະພັກ ຄະນະຫ້ອງການ ສຽງສ່ວນນ້ອຍຂື້ນກັບສຽງສ່ວນຫຼາຍ ບຸກຄົນຂື້ນກັບການຈັດຕັ້ງ, ຂັ້ນລຸ່ມຂື້ນກັບຂັ້ນເທິງ ຕົກລົງວຽກກັນແລ້ວຕ້ອງຮັບຮອງເປັນມະຕິໃຫ້ບັບດາສະ ຫາຍຫຼີກລ່ຽງແນວຄິດອັກຄະຕິຕໍ່ຜູ້ອື່ນບໍ່ຍາກບອກສອນວຽກໃຫ້ຜູ້ອື່ນ ຫຼີກລຽງທັດ ສະນະເອົາແຕ່ໃຈຕົນເອງ ຂົ່ມຂູ່ຜູ້ອື່ນ, ເຮັດວຽກແບບໃຊ້ອຳນາດ ມີແຕ່ໃຊ້ຄົນອື່ນ ແຕ່ຕົນເອງຊ້ຳພັດບໍ່ເຮັດ ລໍຖ້າແຕ່ຫົວໜ້າສັ່ງວຽກ ວຽກມັກຈຶ່ງເຮັດວຽກໃດທີ່ຕົນ ເອງບໍ່ມັກແລ້ວບໍ່ເຮັດ ບໍ່ໃຫ້ມີເດັດຂາດໃນຖັນແຖວພະນັກງານສະມາຊິກພັກຂອງພວກເຮົາ ນອກນີ້ ແຕ່ລະສະຫາຍຕ້ອງໄດ້ປັບປຸງຕົນເອງໃຫ້ເຂົ້າກັບໝູ່ຄະນະ ບໍ່ອວດອົງທະນົງຕົວ ບໍ່ຖືຕົນເອງສູງກວ່າຄົນອື່ນ, ເອົາໃຈໃສ່ເຮັດວຽກທີ່ຕົນເອງຮັບຜິດ ຊອບໃຫ້ບັນລຸຕາມການມອບໝາຍ ເຮັດວຽກຕາມພາລະບົດບາດໜ້າທີຂອງໜ່ວຍງານຕົນເອງ ຕ້ອງມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິງກັນ ແລະກັນ, ພ້ອມກັນປະຕິບັດໜ້າທີວຽກງານໃຫ້ປະສົບຜົນສຳເລັດ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 12. 3. 2026.



