ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງບໍ່ແກ້ວ

‎ #ໃນວັນທີ 1 ພຶດສະພາ 2026 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຢູ່ກອງບັນ ຊາການທະຫານແຂວງບໍ່ແກ້ວ, ໂດຍມີສະຫາຍ ພັນ ເອກ ແສງເພັດ ແສງມະນີ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ກອງພົນທະຫານຮາບທີ 3, ຄະນະ ພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ໃນກອງບັນ ຊາການທະຫານແຂວງບໍ່ແກ້ວ ເຂົ້າຮ່ວມ.

#ການລົງເຄື່ອນໄຫວຄັ້ງນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ຄະນະພັກ ຄະນະບັນຊາກອງບັນຊາການ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່ ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເຮັດວຽກງານຮັບປະກັນສະຖຽນນະພາບທາງດ້ານການເມືອງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນ ນະບົດຮອບດ້ານ ເປັນເຈົ້າການຕອບຕ້ານທຸກກົນອຸ ບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ແກ້ໄຂໜໍ່ແໜງທີ່ອາດຈະກໍ່ໃຫ້ເກີດຄວາມບໍ່ສະ ຫງົບ ເພື່ອເຮັດໃຫ້ສະພາບ ພາຍໃນຂອບເຂດທີ່ຕົນຮັບຜິດ ຊອບມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໄປພ້ອມກັນນັ້ນກໍຕ້ອງເອົາ ໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກ ງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະນັກ ງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທະຫານທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຍູ້ແຮງການສ້າງພະລາທິການກັບທີ່ ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ພົວພັນສາມັກຄີ ສາກົນຕາມແນວທາງການຕ່າງປະເທດຂອງພັກ ເພີ່ມທະວີການພົວພັນຮ່ວມມືກັບເພື່ອນມິດຍຸດ ທະສາດ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງກອງທັບ ໃຫ້ມີໝາກຜົນດີຂຶ້ນກວ່າເກົ່າ, ເພື່ອນຳພາກົມກອງກ້າວຂຶ້ນສູ່ແບບ ແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.ໂອກາດດຽວກັນນີ້ທາງຂັ້ນເທິງຍັງມອບປື້ມກົດລະບຽບຂອງກອງທັບປະຊາຊົນລາວ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ກອງພົນທະຫານຮາບທີ 3 ອີກດ້ວຍ.

#ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa