ອົງການໄອຍະການປະຊາຊົນແຂວງ ບໍ່້ແກ້ວ ປາຖະກະຖາເນື່ອງໃນວັນກໍາມະກອນ ຄົບຮອບ 140 ປີ.

ໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2026, ທີ່ ອົງການໄອຍະການປະຊາຊົນແຂວງ ບໍ່້ແກ້ວ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886 – 01 ພຶດສະພາ 2026), ມີບັນດາສະມາຊິກກໍາມະບານ, ສະຫະພັນແມ່ຍິງ, ສະມາຊິກຊາວໜຸ່ມ ແລະ ພະນັກງານພາຍໃນອົງການໄອຍະການແຂວງ ບໍ່ແກ້ວ ເຂົ້າຮ່ວມ.

ສະຫາຍ ຄໍານວນ ກ້ອນ ກໍາມະການພັກແຂວງ,  ຫົວໜ້າອົງການໄອຍະການປະຊາຊົນແຂວງ ບໍ່ແກ້ວ ໄດ້ໃຫ້ກຽດເລົ່າຄືນເຖິງປະຫວັດການຕໍ່ສູ້ ແລະ ກໍາເນີດເຕີບໃຫ່ຍຂະຫຍາຍຕົວຂອງຊົນຊັ້ນກໍາມະກອນສາກົນ ແລະ ພາລະກໍາປະຫວັດ ສາດຂອງຂະບວນການກໍາມະກອນສາກົນ, ສະພາບຈຸດພິເສດການຕໍ່ສູ້ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ, ພາລະກໍາປະຫວັດສາດ, ລັກສະນະດີເລີດ ຂອງຊົນຊັ້ນກໍາມະກອນສາກົນ ຄົບຮອບ 140 ປີ, ຕິດພັນຊົນຊັ້ນກໍາມະກອນລາວ ກັບການປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ. ໃນວັນທີ 01 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມລິການຢູ່ຕົວເມືອງຊິກາໂກຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໝີຂອງກໍາມະກອນ ວ່າ “ ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງຕ້ອງພັກ ຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ “ ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫ່ຍຂອງປະເທດອາເມລິການເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ. ໃນວັນທີ 14 ກໍລະ ກົດ 1889 ກອງປະຊຸມພັກກອມມູນນິດ ສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ ນະຄອນຫຼວງປາຮີ (ປະເທດຝຮັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມ ມາຈາກ 22 ປະເທດໃນທະວີບເອີຮົບ, ອາເມລິກາ ແລະ ອາກຊັງຕີນ, ກອງປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີຕໍ່ສູ້ ແມ່ນທວງສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ລັດເຊຍໂດຍໂຄດລົ້ມລະບອບນາຍທຶນເພື່ອປະຕິບັດຄໍາຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ “ ນັບແຕ່ນັ້ນມາ ວັນທີ 1 ພຶດສະພາຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫ່ຍຂອງຊົນຊັ້ນກໍາມະກອນໃນທົ່ວໂລກ. ສະເພາະຢູ່ ສປປ ລາວ ໃນທຸກໆປີ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວກໍ່ໄດ້ຈັດຕັ້ງການສະເຫຼີມສະຫຼອງ ເພື່ອລະນຶກເຖິງມູນເຊື້ອການຕໍ່ສູ້ຂອງຊົນຊັ້ນກໍາມະກອນ.

ຂ່າວ: ນັກຂ່າວອົງການໄອຍະການປະຊາຊົນແຂວງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa