ວັນທີ 1 ມິຖຸນາ 2026 ນີ້ ສະຫາຍ ບຸນທອງ ຈິດມະນີ ອະ ດີດຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ອະດີດຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ລົງເຄື່ອນໄຫວຢ້ຽມຢາມ ເຮັດວຽກຢູ່ເມືອງຜາອຸດົມ ໂດຍໃຫ້ການຕ້ອນຮັບຂອງສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງທີ່ກອງພັນໃຫຍ່ 302
#ການມາພົບປະຢ້ຽມຢາມເຮັດວຽກຄັ້ງນີ້: ສະຫາຍໄດ້
ເຂົ້າໂອ້ລົມ ຄະນະປະຈຳພັກເມືອງ ພ້ອມທັງຮັບຟັງການ ລາຍງານ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສະເພາະແມ່ນ: ການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິຂອງພັກ, ກົດໝາຍຂອງລັດ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ, ພື້ນຖານໂຄງລ່າງ, ວຽກງານເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ, ການຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຄົບຊຸດຕະຫຼອດ 24 ຊົ່ວໂມງ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ.
ໂອກາດ ດຽວກັນນີ້ ອະດີດຜູ້ປະຈຳການ ຄະນະເລຂາທິ ການສູນກາງພັກ, ອະດີດຮອງປະທານປະເທດແຫ່ງ ສປປ ລາວ ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນຊີ້ນຳເພື່ຶອເປັນທິດເຍືອງທາງ ໃຫ້ຄະນະພັກ ຄະນະນຳເມືອງຜາອຸດົມ 1. ສືບຕໍ່ຊຸກຍູ້ສົ່ງເສີມ ພື້ນທີ່ ທີ່ຫຍັງບໍ່ໄດ້ຮັບການພັດທະນາຄົງທີໄດ້ຢ່າງສົມບູນ;
- ເລັ່ງດ່ວນຊອກໃຫ້ເຫັນສາເຫດ ພື້ນທີການຈັດສັນໃໝ່ ພ້ອມທັງໃຫ້ທິດຊີ້ນຳການປູກ-ການລ້ຽງໃຫ້ແກ່ປະຊາຊົນ ໃຫ້ຫັນສູ່ອາຊີບໃໝ່;
- ພ້ອມກັນຊອກຫາແຫຼ່ງທຶນເພື່ອເຂົ້າມາຫຼົງທຶນພາຍໃນເມືອງ ໂດຍສະເພາະແມ່ນຊ່ວຍເຫຼືອປະຊາຊົນໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ;
- ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວສະມາຊິກພັກ-ພະນັກງານລັດຖະກອນ ແລະປະຊາຊົນບັນດາເຜົ່າ ຫັນປ່ຽນທາງດ້ານແນວຄິດ, ຈິນຕະນາການ ເພື່ອໃຫ້ບັນລຸ 4 ບຸກທະລຸຂອງພັກ;
- ພ້ອມກັນລົງມືປະຕິບັດເຮັດແທ້ທຳຈິງ ຕາມແຜນການ ແຜນງານ ຂອງແຂວງ, ເມືອງທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມໃຫ້ມີຜົນສຳເລັດ ແລະບັນລຸຕາມຈຸດປະສົງ.
#ໃນໂອກາດທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຄັ້ງນີ້
ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ມອບເຂົ້າສານໜຽວໃຫ້ຄະນະນຳເມືອງຜາອຸດົມ ເພື່ອນຳໄປແຈກຍາຍຕໍ່ໃຫ້ກັບປະ ຊາຊົນ ຄອບຄົວຜູ້ທຸກຍາກຂາດເຂີນ ຫ່າງໄກຊອກຫຼີກອີກດ້ວຍ.





#ຂ່າວ-ພາບ: ພອນສະຫວັນ ມະນີສີ.
#ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.
#ກວດແກ້: ຈ.ຈັນທະລິດ
#ແອດມິນ: ທອງຈັນ ວົງປັນຍາ



