ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຫ້ວຍຊາຍຈັດພິທີເປີດການນຳໃຊ້ຕະຫຼາດນັດແຫ່ງໃໝ່ຢູ່ ບ້ານນ້ຳຈ້ວມ.

ທ້າຍອາທິດຜ່ານມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຫ້ວຍຊາຍ ຈັດພິທີເປີດການນຳໃຊ້ຕະຫຼາດນັດແຫ່ງໃໝ່ຢູ່ບ້ານນ້ຳຈ້ວມ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ກອງໄຫວ ປັນຍາສອນ ກໍາມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຫ້ວຍຊາຍ, ມີບັນດາຄະນະພັກຮາກຖານ, ອໍານາດການປົກບ້ານ, ແຂກຖຶກເຊີນ, ຜູ້ປະກອບການຕະຫຼາດນັດ ຕະຫຼອດຮອດປະຊາຊໄນເຂົ້າຮ່ວມ.

ທ່ານ ຈັນດາວອນ ສຸກສົມຫວັງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຫ້ວຍຊາຍ ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການອະນຸມັດເປີດນຳໃຊ້ຕະຫຼາດນັດນ້ຳຈ້ວມແຫ່ງໃໝ່, ຈາກນັ້ນ ທ່ານ ບຸນມີ ອຸ່ນອິນແປງ ຜູ້ປະກອບການຕະຫຼາດນັດ, ໄດ້ຜ່ານບົດລາຍງານຫຍໍ້ໃນການປຸກສ້າງຕະຫຼາດນັດບ້ານນ້ຳຈ້ວມແຫ່ງໃໝ່, ໂດຍອີ່ງໃສ່ນະໂຍບາຍໃນການພັດທະນາເສດຖະກິດສັງຄົມທີ່ພັກ-ລັດຂັ້ນເທີງວາງອອກ, ເວົ້າລວມເວົ້າສະເພາະກໍ່ຄືການພັດທະນາພື້ນຖານໂຄງລ່າງເສດຖະກິດຢູ່ເຂດບ້ານນ້ຳຈ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດດັ່ງກ່າວມີຄວາມເປັນຢູ່ທີ່ດີຂຶ້ນ ໂດຍສະເພາະແມ່ນການແລກປ່ຽນການຊື້-ຂາຍສິນຄ້າຢູ່ຈຸດດັ່ງກ່າວໃຫ້ມີຄວາມສະດວກສະບາຍ ປະຊາຊົນສາມາດເຂົ້າເຖີງຕະຫຼາດໄດ້ງ່າຍ – ສິນຄ້າຕອບສະໜອງໄດ້ຕາມຄວາມຕ້ອງການ, ຍ້ອນເຫັນໄດ້ຄວາມສຳຄັນຄືແນວນັ້ນ, ຕົນເອງຈື່ງຕັດສິນໃຈຫັນມາປະກອບທຸລະກິດກ່ຽວກັບການບໍລິການຈັດສັນສະຖານທີ່ຕະຫຼາດດັ່ງກ່າວ ເພື່ອຕອບສະໜອງຄວາມຕ້ອງການຂອງພໍ່ແມ່ປະຊາຊົນຜູ້ປະກອບການທຸລະກິດຄ້າຂາຍທັງພາຍໃນບໍລິເວນເຂດນໍ້າຈ້ວມ, ເລີ່ມລົງມືບຸກເບີກ,ເນື້ອທີ່ ປຸກສ້າງແຕ່ເດືອນ 12/2025 ເປັນຕົ້ນມາ, ບຸກເບີກເນື້ອທີ່, ກໍ່ສ້າງອາຄານຕະຫຼາດ ຈຳນວນ 2 ຫຼັງ, ລ້ອມຮົ້ວເຫຼັກໜາມ, ສ້າງກຳແພງຮົ້ວ, ເຈາະນ້ຳບາດານເພື່ອຊົມໃຊ້ພາຍໃນຕະຫຼາດ, ຕິດຕັ້ງໄຟຟ້າເຂົ້າຕະຫຼາດ ( ອາຄານຫ້ອງຂາຍເຄື່ອງຕ່າງໆ )ເຊີ່ງມາຮອດທ້າຍເດືອນ 3 / 2026 ເຫັນວ່າບັນດາໜ້າວຽກຕ່າງໆແມ່ນສຳເລັດປະມານ 90% ເຊີ່ງລວມມູນຄ່າໃນການກໍ່ສ້າງ ທັງໝົດແມ່ນ 873.900,000 ກີບ.

ໂອກາດນີ້, ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ກັບບັນດາຜູ້ປະກອບການທີມີຄວາມຕັດສີນໃນການເປີດບໍລິການຕະຫຼາດນັດ ທ່ານ ໄດ້ເນັ້ນໜັກໃຫ້ຜູ້ປະກອບການຕ້ອງໄດ້ເອົາໃຈໃສ່ກ່ຽວກັບການປະຕິບັດກົດລະບຽບການຄຸ້ມຄອງຂອງ ພັກ-ລັດ ຢ່າງເຂັ້ມງວດການດໍາເນີນກິດຈະການການບໍລິການກ່ຽວກັບຕະຫຼາດນັດ ກໍ່ຕ້ອງອິງຕາມລະບຽບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ, ການພັດທະນາຊຸມຊົນ ແລະ ທ້ອງຖິ່ນ, ໂດຍສະເພາະຢູ່ເຂດບ້ານນໍ້າຈ້ວມຂອງພວກເຮົາ. ເພື່ ່ ອໃຫ້ມີຕະຫຼາດ, ມີບ່ອນແລກປ່ຽນຊື້- ຂາຍ ເຮັດໃຫ້ປະຊາຊົນມີຊີວິດທີດີຂຶ້ນໄປເທື່ອລະກໍ້າວ. ພ້ອມທັງກ່າວເປີດປ້າຍການນຳໃຊ້ບໍລິການຕະຫຼາດນັດສາຍນ້ຳຈ້ວມຢ່າງເປັນທາງການ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa