ສໍາເລັດກອງປະຊຸມພົບປະແລກປ່ຽນບົດຮຽນ 2 ແຂວງ, 3 ເມືອງ,ເມືອງຜາອຸດົມເປັນເຈົ້່າພາບ.

ກອງປະຊຸມພົບປະແລກປ່ຽນບົດຮຽນ 2 ແຂວງ, 3 ເມືອງ ,ເມືອງປາກທາ ແຂວງບໍ່ແກ້ວ ແລະເມືອງຄອບ ແຂວງໄຊຍະບູລີ ແລະ ເມືອງຜາອຸດົມເປັນເຈົ້າພາບ ແມ່ນໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ນີ້. ຢູທີ່ສະໂມສອນຫ້ອງວ່າການເມືອງຜາອຸດົມ ແຂວງບໍ່ແກ້ວ. ພາຍໃຕ້ຫົວຂໍ້ແລກປ່ຽນບົດຮຽນທີ່ວ່າ ການນໍາພາເລຂາພັກເມືອງກັບອົງການປົກຄອງເມືອງ, ການສ້າງຕັ້ງຕາແສງຂອງບັນດາເມືອງ, ການຈັດເກັບລາຍຮັບເຂົ້າງົບປະມານໃນສະພາບປັດຈຸບັນ ແລະການແລກປ່ຽນບົດຮຽນໃນດ້ານອື່ນໆຂອງແຕ່ລະຂະແໜງການ ໂດຍການເປັນປະທານຮ່ວມຂອງທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ທ່ານ ສາລີ ວັນນະສານ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປາກທາ ແຂວງບໍ່ແກ້ວ ແລະ ທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຄອບ ແຂວງໄຊຍະບູລີ, ມີ ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ 3 ເມືອງ, ສອງກອງບັນຊາການທະຫານ-ຕໍາຫຼວດ, ກອງພັນໃຫຍ່ 302, ອົງການໄອຍະການປະຊາຊົນເຂດ II, ສານປະຊາຊົນເຂດ II ແຂວງບໍ່ແກ້ວແລະພະນັກງານນໍາຄຸ້ມຄອງຫ້ອງການອ້ອມຂ້າງເມືອງທັງ3ເຂົ້າຮ່ວມ.

ກອງປະຊຸມ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງເມືອງ, ພາລະບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະບໍລິຫານງານພັກເມືອງກັບອົງການປົກຄອງເມືອງ, ການສ້າງຕັ້ງຕາແສງ, ການຈັດເກັບລາຍຮັບເຂົ້າງົບປະມານ ຜ່ານມາເລຂາຄະນະບໍລິຫານງານພັກເມືອງໄດ້ຍຶດໝັ້ນຫຼັກການນໍາພາຂອງພັກ, ຫຼີກເວັ້ນການເຮັດວຽກແທນອົງການບໍລິຫານລັດ, ທຸກໆວຽກງານບໍລິຫານລັດຕ້ອງໄດ້ຜ່ານ ສະຫາຍ ເລຂາພັກເມືອງ ເພື່ອຮັບຮູ້ ແລະເປັນຜູ້ ຊີ້ນໍາ ໃນການຕິດຕາມ, ກວດກາ, ຊຸກຍູ້ໃຫ້ອົງການປົກຄອງເມືອງ ປະຕິບັດສິດ ແລະໜ້າທີ່ເຊິ່ງໄດ້ກຳນົດໄວ້ໃນກົດໝາຍ ຢ່າງເຂັ້ມງວດ, ເມືອງຜາອຸດົມໄດ້ມີການຮັບຮອງໃຫ້ສ້າງຕັ້ງຕາແສງ 5 ຕາແສງ, ໄດ້ຊັບຊ້ອນປະກອບບຸກຄະລາກອນລົງປະ ຈໍາຕາແສງໃນແຕ່ລະຈຸດຂົງເຂດການສ້າງຕັ້ງຕາແສງ ເປັນຕົ້ນສະຖານທີ່ບ່ອນເຮັດວຽກ, ຫ້ອງການ ແລະບ່ອນພັກເຊົາຂອງ ພະນັກງານ, ປະຈຸບັນສາມາດບັນຈຸພະນັກງານເຂົ້າຊ່ວຍວຽກຕາມວິຊາສະເພາະຕາມແຕ່ລະຕຳ ແໜ່ງງານ ແລະຜົນສໍາເລັດຂອງວຽກງານດ້ານອື່ນໆ, ຈາກນັ້ນ, ທ່ານ ສາລີ ວັນນະສານ ເລຂາຄະນະບໍລິຫານງານພັກເມືອງປາກທາ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງເມືອງ, ເຊິ່ງຍົກໃຫ້ເຫັນບົດບາດການນໍາພາ-ຊີ້ນໍາ ຂອງອົງນະນະບໍລິຫານງານພັກເມືອງ ປາກທາ ຜ່ານມາໄດ້ຍົກສູງຄວາມສາມາດໃນການນໍາພາ ຕິດພັນກັບການເສີມຂະຫຍາຍຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ບຸກຄົນຕ້ອງປະຕິບັດຕາມການຈັດຕັ້ງ, ສຽງສ່ວນໜ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ທົ່ວພັກຕ້ອງປະຕິບັດຕາມມະຕິຂອງຄະນະບໍລິຫານງານພັກເມືອງ ແລະມະຕິຂອງຄະນະພັກຂັ້ນເທິງ, ມີຄວາມຮັບຜິດຊອບ ແລະເຂັ້ມງວດໃນການພິຈາລະນາຕັດສິນບັນຫາເປັນໝູ່ຄະນະ, ຕ້ານການເຮັດວຽກແບບອາດຍາສິດ, ອຸ້ມວຽກ-ອ້າຍດຽ່ວ, ໃນຕົວ ແລະສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ,ການສ້າງຕັ້ງຕາແສງໄດ້ມີການຈັດຕັ້ງຜັນຂະຫຍາຍໃຫ້ຄະນະພັກແຕ່ລະຂັ້ນ, ຄະນະຮັບຜິດຊອບສ້າງຕັ້ງຕາແສງ ແລະການຊີ້ນໍາຈາກຂັ້ນແຂວງ ແລະຂັ້ນເມືອງ, ໃນການໃຫ້ຄວາມຮ່ວມມື, ການເອື້ອອໍານວຍຄວາມສະດວກ ແລະໃຫ້ການສະໜັບສະໜູນຈາກບັນຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກກຸ່ມບ້ານ ຕະຫຼອດຮອດປະຊາຊົນໃນຂອບເຂດຈຸດສ້າງຕັ້ງຕາແສງທີ່ກ່ຽວຂ້ອງ ສະຖານທີ່ບ່ອນເຮັດວຽກ, ຫ້ອງການ ແລະບ່ອນພັກເຊົາຂອງພະນັກງານ ແລະສາມາດບັນຈຸພະນັກງານເຂົ້າຊ່ວຍວຽກຕາມວິຊາສະເພາະ ເມືອງປາກທາໄດ້ມີການຮັບຮອງໃຫ້ສ້າງຕັ້ງຕາແສງ 4 ຕາແສງ, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ມີການກວດກາ, ຊຸກຍູ້ ແລະ ຕິດຕາມ ບັນດາທົ່ວຫົວໜ່ວຍລາຍຮັບທີ່ຢູ່ໃນຄວາມຮັບຜິດຊອບ, ໃຫ້ມີຄວາມຊັດເຈນ, ຕາມສະພາບຂອງການຂະຫຍາຍຕົວທາງດ້ານເສດຖະກິດ, ສ້າງຖານລາຍຮັບໃຫ້ເປັນແຫຼ່ງລາຍຮັບທີ່ໝັ້ນຄົງ ສ້າງມາດຕະຖານ ແລະກົນໄກ ການຈັດຕັ້ງປະຕິບັດ ເພື່ອຄຸມຄອງລາຍຮັບໃຫ້ມີຄວາມສະດວກ, ວ່ອງໄວມີປະສິິດທິຜົນ, ພ້ອມທັງຜົນສໍາເລັດຂອງວຽກງານດ້ານອື່ນໆ, ທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງຄອບ ແຂວງໄຊຍະບູລີ, ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງເມືອງຄອບ, ເຊິ່ງທ່ານໃຫ້ຮູ້ວ່າ ເມືອງຄອບມີທັງໝົດ 28 ບ້ານ ມີພົນລະເມືອງ 21.662 ຄົນ, ຍິງ 10.432 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນ ສ່ວນໃຫຍ່ແມ່ນຊາວກະສິກອນ ປູກຝັງ-ລ້ຽງສັດ ແລະການບໍລິການຄ້າຂາຍ, ການປູກພຶດພັກຕ່າງໆ, ການປູກຢາງພາລາ, ຜ່ານມາເມືອງ ໄດ້ຮັບຕົວເລກມອບເໝົາຈາກແຂວງແມ່ນ 3 ຕື້ 622.85 ລ້ານກີບ ມາຮອດຈຸບັນສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1 ຕື້ 502.29 ລ້ານກີບ = 41.47% ຂອງແຜນການ, ທົ່ວເມືອງຄອບ ໄດ້ກໍານົດເອົາ 3 ຕາແສງຄື: ຕາແສງນໍ້າພ້າວ, ຕາແສງມ່ວງມີໄຊ ແລະ ຕາແສງປາກຄອບ ແລະ ໄດ້ກໍານົດບຸກຄະລາກອນຕາແສງໜຶ່ງບໍ່ໃຫ້ເກີນ 12 ທ່ານ, ປັດຈຸບັນໄດ້ປະກາດສ້າງຕັ້ງສໍາເລັດແລ້ວ 1 ຕາແສງ ຄື ຕາແສງປາກຄອບ ແລະຜົນສໍາເລັດຂອງວຽກງານອື່ນໆ.  ກອງປະຊຸມ ຜູ້ແທນຕາງໜ້າໃຫ້ການນໍາທັງ 3 ເມືອງໄດ້ປະກອບຄໍາຄິດເຫັນຕາມຄໍາຖາມເຈາະຈີ້ມກ່ຽວກັບການນໍາພາຊີ້ນໍາຂອງເລຂາພັກເມືອງກັບອົງການປົກຄອງເມືອງ, ການສ້າງຕັ້ງຕາແສງຂອງບັນດາເມືອງ, ການຈັດເກັບລາຍຮັບເຂົ້າງົບປະມານໃນສະພາບປັດຈຸບັນ ແລະການແລກປ່ຽນບົດຮຽນໃນດ້ານອື່ນໆຂອງແຕ່ລະຂະແໜງການເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະກັນລະຫວ່າງ 3 ເມືອງ ເພື່ອຈະໄດ້ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປນໍາໃຊ້ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃນເມືອງຂອງຕົນໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນສູງ  ກອງປະຊຸມໄດ້ມີການ ມອບ-ຮັບ ທຸງມິດຕະພາບເພື່ອພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມຮ່ວມໃນຕໍ່ໜ້າ.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 10.5.2026.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa