
















ໃນວັນທີ 15 ພຶດສະພາ 2026 ນິ້,ພະນັກງານລັດຖະກອນ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ,ໄດ້ສົມທົບກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ,ອົງການພັດທະນາ ແລະ ບໍລິຫານຕົວເມືອງ ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມ ເກັບມ້ຽນຂີ້ເຫຍື້ອ ແລະ ອະນາໄມຕາມເສັ້ນທາງຫຼວງຢູ່ທີ່ເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຢ່າງເປັນຂະບວນການຟົດຟື້ນ ເພື່ອຮັກສາຄວາມສະອາດ ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼວງ.ນຳພາໂດຍ ທ່ານ ຄຳແພງ ໃຈຍະສັກ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, ການອອກແຮງງານແມ່ນເລີ່ມແຕ່ບ້ານນໍ້າຫໍໃຕ້ (ຈຸດຫໍຫຼັກເມືອງ) ໄປຕາມເສັ້ນທາງຫຼວງຂົວມິດຕະພາບ 4 (ລາວ-ໄທ) ຈົນເຖິງບ້ານຫົວຂົວ. ນອກຈາກເຂດເທດສະບານແລ້ວ ຍັງໄດ້ແບ່ງກຳລັງອອກເປັນ 4 ຈຸ ເພື່ອລົງສົມທົບກັບປະຊາຊົນຕາມບ້ານແຄມທາງ ໃນການຖາກຫຍ້າ ແລະ ເກັບຂີ້ເຫຍື້ອໄປຮອດບ້ານຄົກຫຼວງ.
ທ່ານ ຄຳແພງ ໃຈຍະສັກ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ,ຍັງກ່າວອີກວ່າ: ການອອກແຮງງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການເຮັດໃຫ້ບ້ານເມືອງມີຄວາມສະອາດຈົບງາມເທົ່ານັ້ນ, ແຕ່ຍັງມີຄວາມໝາຍສຳຄັນ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 35 ປີ, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ທີຈະມາເຖິງນິ້.ທັງເປັນການສືບຕໍ່ຈັດຕັ້ງປະຕິບັດການຜັນຂະຫຍາຍເນື້ອໃນ ຕາມຄຳຂວັນ 3 ສະອາດຂອງເມືອງຫ້ວຍຊາຍ ໃຫ້ປາກົດຜົນເປັນຈິງ. ເປັນການທຳລາຍແຫຼ່ງເພາະພັນຂອງພະຍາດຕາມລະດູການ (ໂດຍສະເພາະແມ່ນຍຸງລາຍໃນລະດູຝົນ) ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ສັງຄົມ ແລະ ການຮ່ວມແຮງຮ່ວມໃຈໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພະນັກງານພາກລັດ ແລະ ປະຊາຊົນບັນດາເຜົ່າ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງໃບໜ້າໃໝ່ໃຫ້ກັບເມືອງຫ້ວຍຊາຍ ໃຫ້ມີຄວາມຍືນຍົງ ແລະ ສະອາດງາມຕາ.
ຂ່າວ: ເງິນຫຼົງ ຈິດພູວົງ.



