ໃນວັນທີ 2 ມິຖຸນາ 2026 ນີ້, ຢູ່ກອງຮ້ອຍສ້ອມແປງປະສົມໄດ້ຈັດພິທີ ມອບ- ຮັບໜ້າທີ່ ລະຫວ່າງສະຫາຍ ພັນໂທ ຍຸດທະນາ ເຮືອນມີສະຫວັດ ຫົວໜ້າກອງຮ້ອຍສ້ອມແປງປະສົມ ຜູ້ເກົ່າ ກັບ ສະຫາຍ ພັນຕີ ວິໄຊ ສຸພາພອນ ຫົວໜ້າກອງຮ້ອຍສ້ອມແປງປະສົມ ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຄຳໄພ ທິບບົວວັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເຕັກນິກ ທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ,ພະແນກການ, ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ຍຸດທະນາ ເຮືອນມີສະຫວັດ ຫົວໜ້າກອງຮ້ອຍສ້ອມແປງປະສົມ ຜູ້ເກົ່າ ກໍ່ໄດ້ສະຫຼຸບຄືນຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໂດຍຫຍໍ້ ເປັນຕົ້ນແມ່ນ ວຽກງານພະຫະນະເຕັກນິກລົດ, ອາວຸດລູກກະສູນ, ອຸປະກອນຮັບໃຊ້ໂດຍປະຕິບັດຄໍາສັ່ງຂອງຜູ້ບັນຊາ, ວຽກງານພັກ, ພະນັກງານ, ພາລາທິການ ແລະ ການກໍ່ສ້າງເຄຫະສະຖານຕ່າງໆ ໃນຄົງເຂດວຽກງານເຕັກນິກສ້ອມແປງ ແລະ ມອບໃຫ້ສະຫາຍ ພັນຕີ ວິໄຊ ສຸພາພອນ ຫົວໜ້າກອງຮ້ອຍສ້ອມແປງປະສົມ ຜູ້ໃໝ່ ສືບຕໍ່, ພ້ອມທັງລົງນາມເຊັ່ນບົດບັນທຶກ ມອບ-ຮັບ ໂດຍຊ່ອງໜ້າກັບພະນັກງານ-ຫຼັກແຫຼ່ງ ແລະ ພະແນກການທີ່ກ່ຽວຂ້ອງເພື່ອເປັນສັກຂີພິຍານ.
ໂອກາດນີ້ສະຫາຍ ພັນໂທ ຄຳໄພ ທິບບົວວັນ ປະທານພິທີ ກໍ່ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສະຫາຍຫົວໜ້າກ້ອງຮ້ອຍຜູ້ເກົ່າ ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະຜ່ານມາຢ່າງສຸດກົກສຸດປາຍ ແລະ ໄດ້ເຮັດສຳເລັດໜ້າທີ່ອັນໃຫຍ່ຫຼວງຕາມການມອບໝາຍຂອງພັກ-ລັດຂັ້ນເທິງ ກໍ່ຄືການຈັດຕັ້ງມອບໝາຍໃຫ້, ພ້ອມທັງຮຽກຮ້ອງໃຫ້ສະຫາຍຫົວໜ້າກ້ອງຮ້ອຍສ້ອມແປງປະສົມ ຜູ້ໃໝ່ ໃຫ້ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ ເພີມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນ, ເປັນເຈົ້າການໃນການຊີ້ນຳ-ນໍພາ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເອກກະພາບພາຍໃນໝູ່ຄະນະ ແບ່ງໃຫ້ບຸກຄົນຮັບຜິດຊອບ, ຕັ້ງໜ້າປັບປຸງໃນຂົງເຂດວຽກງານເຕັກນິກ ສ້ອມແປງ ໃຫ້ມີຄຸນນະພາບດີຂື້ນກວ່າເກົ່າ.




ໂດຍ: ພາກ ສຸທິປັນຍາ



