ພະແນກ ການເງິນແຂວງ ບໍ່ແກ້ວ ເປິດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I .

ຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ,ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I,ໃນວັນທີ 6 ພຶດສະພາ 2026 ນິ້.ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ,ວຽກພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາ ແຂກຖືກເຊີນຈາກພະແນກການທີ່ກ່ຽວຂ້ອງ,ຄະນະພັກຮາກຖານ,ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ສີສຸກ ຄຸນວີທອງ  ເລຂາຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ ປະທານກອງປະຊຸມໄດ້ມີຄໍາເຫັນວ່າ.ກອງປະຊຸມໃຫຍ່ ຄັ້ງນິ້.ແມ່ນມີຄວາມສໍາຄັນຍິ່ງ ທັງເປັນບາດລ້ຽວປະຫວັດສາດໃນການກໍານົດທິດທາງ, ໜ້າທີ່ ສໍາລັບການພັດທະນາໃນຂົງເຂດວຽກງານການຈັດຕັ້ງກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກ ເພື່ອກ້າວໄປສູ່ຈຸດໝາຍທີ່ວາງໄວ້ດ້ວຍທ່ວງທ່າໃໝ່ ແລະຈະໄດ້ສະຫຼຸບ ຕີລາຄາຢ່າງຮອບດ້ານເລິກເຊິ່ງຕໍ່ການນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກການເງິນແຂວງ ແລະ ກຳນົດທິດທາງໜ້າທີ 05 ປີຕໍ່ໜ້າ ແຕ່ປີ 2026-2030 ໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.ຂໍຮຽກຮ້ອງມາຍັງ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງຕັ້ງໜ້າເຊີດຊູຄວາມຮັບຜິດຊອບສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕຂອງຕົນຢ່າງເຕັມປ່ຽມຮອບດ້ານ, ຖີ່ຖ້ວນ ແລະ ພາວະວິໄສ ຮັບປະກັນໃຫ້ກອງປະຊຸມໃຫຍ່ຂອງພວກເຮົາ ບັນລຸຜົນສຳເລັດຢ່າງສະຫງ່າງາມ.

ສະຫາຍ ນາງ ອ່ອນສີ ສໍຍະວົງ  ຮອງເລຂາ ຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ.ໄດ້ຜ່ານຮ່າງບົດລາຍງານການເມືອງ ການຈັດຕັ້ງປະຕິບັດ ໄລຍະ 5 ປີ ຜ່ານມາ (2020-2024) ແລະ ທິດທາງແຜນການ 5 ປີ (2025-2029)ຜ່ານມາ ຄະນະພັກຮາກຖານແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກພະນັກງານ-ລັດຖະກອນເປັນວຽກສໍາຄັນ ໃນການເຄື່ອນໄຫວນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍການດຳເນີນຊີວິດການເມືອງເປັນປົກກະຕິ ເພື່ອຍົກສູງສະຕິຕໍ່ການຈັດຕັ້ງ, ໃນການຄົ້ນຄວ້າກໍາແໜ້ນແນວທາງຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກໍານນົດບົດແນະນໍາຂອງສູນກາງພັກ ແລະ ຂອງແຂວງ ບັນດານິຕິກຳຕ່າງໆ ໃຫ້ແກ່ພະນັກງານ ສະມາຊິສະມາຊິກພັກ,ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ, ພ້ອມກັນເດັດດ່ຽວຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນຮາກຖານພັກ ແລະ ພາຍໃນກົມກອງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ດໍາລົງຊິວິດປອດໃສ ເພື່ອເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ຕິດພັນກັບວຽກງານວິຊາສະເພາະສາມາດມາດຍາດໄດ້ຜົນງານຫຼາຍດ້ານ,ພ້ອມທັງຜ່ານທິດທາງແຜນການຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ.

ສະຫາຍ ສີສຸກ ຄຸນວີທອງ  ເລຂາຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ,ໄດ້ຜ່ານບົດສໍາຫຼວດ ການນໍາພາລວມ ຂອງຄະນະພັກຮາກຖານພະແນກການເງິນແຂວງໄລຍະ 5 ປີຜ່ານມາ 2020-2024,ຜ່ານມາຄະນະພັກແມ່ນໄດ້ເອົາໃຈໃສ່ ນໍາພາ-ຊີ້້ນໍາ ບັນດາສະຫາຍສະມະຊິກພັກພາຍໃນຮາກຖານພັກຂອງຕົນ, ໄດ້ນໍາເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໄຫຍ່ໄປຜັນຂະຫຍາຍຈັດຕັ້ງປະຕິບັດ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VI ຂອງອົງຄະນະພັກແຂວງບໍ່ແກ້ວ, ແລະ ມິຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ມາຜັນຂະຫຍາຍ ເປັນແຜນການ, ແຜນງານ, ໂຄງການ ອັນລະອຽດເຂົ້າໃນວຽກງານ ຂົງເຂດຄວາມຮັບຜິດຊອບຂອງຄະນະພັກ, ເປັນຕົ້ນແມ່ນດ້ານການເມືອງ, ການນໍາພາດ້ານແນວຄິດ.ດ້ານການຈັດຕັ້ງ, ແບບແຜນນຳພາ ແລະ ວິທີເຮັດວຽກ,ການປະຕິບັດພາລະບົດບາດ, ໜ້າທີ, ສິດ ແລະ ຄວາມຮັບຜິດຊອບ ແລະ ດ້ານວຽກງານອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດແລະ ມີຜົນສໍາເລັດ. ຈາກນັ້ນ,ຄະນະພັກຮາກຖານຊຸດເກົ່າໄດ້ຂຶ້ນກ່າວລາໜ້າທີ່,

ສະຫາຍ ສົມບູນ ໄຊສາມາດ ຮອງເລຂາໜ່ວຍພັກ ຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ສະໝັກຮັບເລືອກຕັ້ງ ເປັນຄະນະພັກຮາກຖານຊຸດໃໝ່ ແລະ ຜ່ານມະຕິຕົກລົງ, ແນ່ນໍາລະບຽບການ ວິທີການປ່ອນບັດໃຫ້ຖືກຕ້ອງ ແລະ ອື່ນໆ, ກອງປະຊຸມ ບັນດາສະມາຊິກພັກສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ບົນພື້ນຖານມາດຖານ,ເງື່ອນໄຂ ທີ່ໄດ້ກຳນົດໄວ້, ເຊິ່ງມີຜູສະໝັກ 9 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກເອົາ 7 ສະຫາຍ,ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ສີສຸກ ຄຸນວີທອງ ເປັນເລຂາຄະນະພັກຮາກຖານ ພະແນກການເງິນແຂວງບໍ່ແກ້ວ,ສະຫາຍ ນາງ ອ່ອນສີ ສໍຍະວົງ  ເປັນຮອງເລຂາ ຄະນະພັກຮາກຖານ,ສະຫາຍ ສິງຄໍາ ສີລິປັນຍາ ເປັນກຳມະການຄະນະພັກຮາກຖານ,ສະຫາຍ ບຸນແອ່ງ ພັນທະວົງ ເປັນກຳມະການຄະນະພັກຮາກຖານ,ສະຫາຍ ທອງລໍາ ຜູບົວວົງ ເປັນກຳມະການຄະນະພັກຮາກຖານ, ສະຫາຍ ໄວຄູນ ຂັນທະພົນ ເປັນກຳມະການຄະນະພັກຮາກຖານ ແລະ ສະຫາຍ ສົມຈັນ ຈັນທະລານົນ ເປັນກຳມະການຄະນະພັກຮາກຖານ ພະແນກການເງິນແຂວງ

ໂອກາດນິ້.ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາຄະນະບໍລິຫານງານພັກແຂວງ,ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ນໍາພາຊີ້ນໍາພະນັກງານ, ສະມາຊິກພັກປະຕິບັດໜ້າທີ່ວຽກງານການເມືອງ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມທັງມີຄໍາເຫັນໃຫ້ທິດຊີ້ນໍາຫຼາຍບັນຫາໃຫ້ຄະນະພັກຮາກຖານເອົາໃຈໃສ່ ສືບຕໍ່ເພີ່ມທະວີການສືກສາອົບຮົມການເມືອງແນວຄິດ-ການເມືອງ ດ້ວຍຫຼາຍຮູບແບບ ແລະ ວິທີການທີ່ແທດເໝາະ ເຂົ້າເຖິງເປົ້າໝາຍການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຕິດພັນກັບພຶດຕິກໍາຕົວຈິງ,ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ໃຫ້ຮີບຮ້ອນຈັດຕັ້ງ ຜັນຂະຫຍາຍຫັນເປັນອັນລະອຽດ ໃນແຕ່ລະວຽກ ແລະ ນໍາໄປຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບຜົນສໍາເລັດໃນແຕ່ລະຄາດໝາຍ, ເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານຂອງຕົນ ໃຫ້ໄປຕາມທິດກະທັດຮັດ, ຮັບປະກັັນຄຸນນະພາບໃໝ່, ຄະນະພັກ, ຄະນະນໍາ ແຕ່ລະຂັ້ນຕ້ອງໄດ້ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ມີຈຸດສຸມ, ປະຕິບັດຫຼັກການລວມສູນປະຊາທິໄຕຂອງພັກຢ່າງເຂັ້ມງວດ, ການຄົ້ນຄວ້າຕົກລົງບັນຫາສຳຄັນຕ່າງໆຕ້ອງເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ,ມີການຕິດຕາມກວດກາ ເເທດເຖິງຕົວຈິງຫຼຸດຜ່ອນຂອດຂັ້ນບໍລິຫານ, ເຄື່ອນໄຫວເປັນລະບົບຮັດກຸມ, ໂປ່ງໃສ ວ່ອງໄວ, ນຳໃຊ້ຮູບການ ແລະ ວິທີການເຮັດວຽກແບບໃໝ່ ດ້ວຍການນຳໃຊ້ເຕັກໂນໂລຊີອັນທັນສະໄໝເຂົ້າຊ່ວຍໃນການນຳພາ-ຊີ້ນຳວຽກງານວິຊາສະເພາະ ກໍ່ຄື ການພັດທະນາວຽກງານຂະແໜງການເງິນ (ໃນຮູບແບບຫັນເປັນດີຈີຕ່ອນ )ເອົາໃຈໃສ່ເຮັດວຽກງານປັບປຸງກໍ່ສ້າງພັກ-ພະນັກງານ ໃນນັ້ນ, ໃຫ້ເລັ່ງໃສ່ກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມແຜນການທີ່ໄດ້ຮັບຮອງແລ້ວ; ໃຫ້ຮັບປະກັນທັງປະລິມານ ແລະ ຄຸນນະພາບປະຕິບັດຢ່າງຖືກຕ້ອງຕາມຫຼັກການນໍາພາຂອງພັກ ນັ້ນແມ່ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ,ການເຕົ້າໂຮມຄວາມສາມັກຄີເປັນເອກະພາບ ພາຍໃນພັກຢ່າງແຂງແຮງ. ສ່ວນສະຫາຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ຕ້ອງເປັນເຈົ້້າການໃນການນໍາພາເຮັດວຽກເປັນໝູ່ຄະນະ ແລະ ເສີມຂະຫຍາຍຄວາມຮັບຜິດຊອບຂອງບຸກຄົນໃຫ້ກວ້າງຂວາງ, ມີທັດສະນະມະຫາຊົນຢ່າງຖືກຕ້ອງ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດຂອງມະຫາຊົນ ແລະ ໃຫ້ມະຫາຊົນມີສ່ວນຮ່ວມຢ່າງເປັນເຈົ້າການໃນທຸກວຽກງານ ແລະ ດ້ານດ້ານວຽກງານອື່ນໆ

ຂ່າວ: ເງິນຫຼົງ ຈິດພູວົງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa