









ໃນວັນທີ 5-6 ພຶດສະພາ 2026 ຜ່ານມານິ້, ຢູ່ທີ່ສະໂມສອນ ເມືອງເມິງ ແຂວງບໍ່ແກ້ວ ພະແນກກະສີກໍາ ແລະສິງແວດລ້ອມແຂວງ ສົມທົບກັບຫ້ອງການກະສີກໍາ ແລະ ສິງແວດລ້ອມເມືອງ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍຢາງພາລາ ສະບັບເລກທີ 18/ລບ, ລົງວັນທີ 26 ກຸມພາ 2026 ແລະ ຝຶກອົບຮົມກ່ຽວກັບເຕັກນິກການປູກ, ການກິດຢາງ ແລະ ການບົວລະບັດຮັກສາຢາງພາລາໃຫ້ແກ່ປະຊາຊົນ ເມືອງເມິງ. ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຈຍະສັກ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ພັດ ນາເຂດ ກໍາມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ມີຫ້ອງການທີ່ກ່ຽວຂ້ອງ, ຫົວໜ້າບໍລິສັດ ແລະ ຜູ້ປະກອບການຢາງພາເຂົ້າຮ່ວມ.
ກອງປະຊຸມ ທ່ານ ພອນ ວົງສະຫວັດ ຫົວໜ້າຂະແໜ່ງປ່າໄມ້ແຂວງ ໄດ້ຂຶ້ນຜ່ານດຳລັດວ່າດ້ວຍຢາງພາລາ ສະບັບເລກທີ 18/ລບ, ລົງວັນທີ 26 ກຸມພາ 2026, ດຳລັດດັ່ງກ່າວປະກອບມີ 11 ໝວດ ແລະ 57 ມາດຕາ ເຊິ່ງມີເນື້ອໃນຄື: ໄດ້ກຳນົດຈຸດປະສົງ, ຄວາມໝາຍ, ນິຍາມຂອງຢາງພາລາ, ຫຼັກການ, ການຄຸ້ມຄອງຢາງພາລາ, ການຊື້-ຂາຍ ຢາງພາລາ, ການນຳເຂົ້າ-ສົ່ງອອກ ຢາງພາລາ, ການເຄື່ອນຍ້າຍ ຢາງພາລາ, ການປົກປັກຮັກສາ ຢາງພາລາ, ການພັດທະນາ ຢາງພາລາ, ລະບົບຂໍ້ມູນ-ຂ່າວສານ ກ່ຽວກັບຢາງພາລາ, ທຸລະກິດກ່ຽວກັບຢາງພາລາ, ຄະນະກຳມະການ ຢາງພາລາ, ຂໍ້ຫ້າມ, ການຄຸ້ມຄອງ ແລະ ກວດກາ ວຽກງານຢາງພາລາ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ໃນກອງປະຊຸມຕ່າງໜ້າບໍລິສັດ ແລະ ຜູ້ປະກອບການ ຍັງໄດ້ປະກອບຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ໄດ້ຝຶກອົບຮົມກ່ຽວກັບເຕັກນິກການປູກຢາງພາລາ, ການກີດຢາງພາລາ ແລະ ການບົວລະບັດຮັກສາຢາງພາລາ ຢູ່ກຸ່ມບ້ານຊຽງດາວ ປະກອບມີ 4 ບ້ານຄື: ບ້ານຊຽງດາວ, ບ້ານປຸງຈອມແສງ, ບ້ານມອນແຫຼມ ແລະ ບ້ານຫ້ວຍອໍ ມີອົງການປົກຄອງບ້ານທັງ 4 ບ້ານເຂົ້າຮ່ວມ ຈາກນັ້ນແຕ່ລະພາກສວນທີ່ເຂົ້າຮ່ວມໄດ້ພ້ອມກັນລົງຈັດຕັ້ງປະຕິບັດຕົວຈິງຢູ່ພາກສະໜາມເປັນຕົ້ນແມ່ນ: ການກີດຢາງພາ ແລະ ການຕໍ່ຕາຢາງພາລາ ທີຖືກວິທີ.
ໂອກາດດ່ຽວກັນນິ້ ທ່ານ ຄໍາແພງ ໄຈຍະສັກ ຮອງຫົວໜ້າພະແນກກະສີກໍາ ແລະ ສິງແວດລ້ອມແຂວງ ປະທານໄດ້ມີຄຳເຫັນຕໍ່ກອງປະຊຸມໃນຄັ້ງນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງຫົວໜ້າບໍລິສັດ ກໍ່ຄືຜູ້ປະກອບການ ໃຫ້ກໍາໄດ້ເນື້ອໃນຈິດໃຈຂອງດໍາລັດສະບັບນີ້ ກ່ຽວກັບວຽກງານຢາງພາລາ ໃນການກຳນົດລາຄາຢາງພາລາ ແລະ ໃຫ້ເປັນເຈົ້າການນໍາກັນໃນການຊຸກຍູ້, ສົ່ງເສີມ, ການປູກຢາງພາລາ, ການພັດທະນາຢາງພາລາ ໃຫ້ມີຄວາມຍືນຍົງ, ເຮັດໃຫ້ພໍ່ແມ່ປະຊາຊົນ ມີລາຍຮັບຈາກການປູກຢາງພາລາ ແລະ ຊ່ວຍໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ ແລະ ໄດ້ຮຽກຮ້ອງມາຍັງອົງການປົກຄອງບ້ານທັງ 4 ບ້ານທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ຈົ່ງນໍາເອົາຄວາມຮູ້ທີໄດ້ຝຶກອົບຮົມໄປແລ້ວນັ້ນໄປໝູນໄຊ້ເຂົ້າໃນຄອບຄົວ ແລະ ນໍາໄປເຜີຍແຜ່ໃຫ້ກັບປະຊາຊົນບັນດາເຜົ່າພຍໃນບ້ານຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມອີ່ກ.
ຂ່າວ: ສ່ອງແກ້ວ ທຳມະວົງ



