ໃນວັນທີ 24 ເມສາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນເມືອງຕົ້ນເຜິ້ງ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະ ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ ພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ ປະທານຄະນະກຳມະການປົກຄອງແຂວງ ມີບັນດາຄະນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າຫ້ອງການອ້ອມຂ້າງ ສອງກອງບັນຊາການທະຫານ-ຕຳຫຼວດເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນຈັນ ສີທະບູນ ຫົວໜ້າຫ້ອງການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍແກ້ວໄດ້ຜ່ານມະຕິຕົກລົງຂອງຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວວ່າດ້ວຍ ການແຕ່ງຕັ້ງປະທານ ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳ ມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ.
#ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບແຂວງ ຕົກລົງ: ແຕ່ງຕັ້ງ:
- ສະຫາຍ ອຸ່ນຄຳ ທຳມະເລີດ ເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ.
- ສະຫາຍ ຄຳລຸນ ລໍມີໄຊ ເປັນຮອງປະທານ.
- ສະຫາຍ ພັນໂທ ສັນຕິສຸກ ແຫວນວົງປະເສີດ ເປັນຮອງປະທານທັງເປັນຜູ້ປະຈຳການ.
- ສະຫາຍ ພັນໂທ ແສງຄຳ ອິນທະນິນ ເປັນກຳມະການ. 5. ສະຫາຍ ອານຸຫວັດ ໝື່ນແກ້ວມະນີ ເປັນກຳມະການ.
ສະຫາຍ ຄຳລຸນ ລໍມີໄຊ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຕົ້ນເຜິ້ງ ໄດ້ລາຍງານສະ ພາບການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະຜ່ານມາ, ໂດຍໄດ້ຮັບ ການຊີ້ນໍາໂດຍກົງຈາກສູນກາງ, ແຂວງ ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນເມືອງຕົ້ນເຜິ້ງໄດ້ຮັບໝາກຜົນສູງ, ໄດ້ເຄື່ອນໄຫວວຽກງານຕາມພາລະບົົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດ, ເຊິ່ງໄດ້ສຸມທຸກສະຕິບັນຍາ ແລະ ເຫື່ອແຮງ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ, ຜ່ານການເຄື່ອນໄຫວເຮັດໜ້າທີ່ຢ່າງຕັ້ງໜ້າຂອງພວກ ເຮົາໃນໄລຍະຜ່ານມາ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທົ່ວເມືອງໄດ້ຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ສະພາບລວມ ມີຄວາມສະຫງົບປອດໄພ.
ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງເມືອງກໍຄືຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເມືອງ ທີ່ໄດ້ນໍາພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ອັນໄດ້ ສ້າງພື້ນຖານໃຫ້ແກ່ຊີວິດການເປັນຢູ່; ພ້ອມທັງໄດ້ເນັ້ນໜັກໃຫ້ ສະຫາຍທີ່ຖືກແຕ່ງຕັ້ງເປັນປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະ ການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຕົ້ນເຜິ້ງ ຕ້ອງເປັນເຈົ້າການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ສອດຫ້ອຍເຂົ້າໃນຂະບວນການການຕົວຈິງໃຫ້ກວ້າງຂວາງ ແລະ ເລິກເຊິງ, ພ້ອມທັງເປັນໃຈກາງປະສານສົມທົບສຸມທຸກກໍາລັງແຮງເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັບປະກັນການນໍາພາເດັດຂາດ, ໂດຍກົງຮອດດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນທັນສະໄໝ, ຍົກສູງສະຕິກຽມພ້ອມສູ້ຮົບໃນທຸກພາວະ, ພົວພັນຮ່ວມມືຢ່າງຖືກຕ້ອງກັບຕ່າງປະເທດ, ເອົາໃຈໃສ່ຮັບປະກັນທາງດ້ານພະລາທິການ, ເຕັກນິກ ປັບປຸງຊີວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.







ຂ່າວ: ພາກ ສຸທິປັນຍາ
ຈ.ຈັນທະລິດ
ແອດມິນ: ທອງຈັນ ວົງປັນຍາ



