ປະກາດຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ.

ວັນທີ 25  ພຶດສະພາ 2026 ນີ້. ຢູ່ທີ່ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະກາດຍົກລະດັບພະແນກຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນ ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານຂອງສະຫາຍ ພົນຕີີ ແສງມະນີວອນ ຄຳມະນີ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ມີຫົວໜ້າກົມ, ຮອງກົມ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ 6 ຫ້ອງ ແລະ ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນເອກ ແສງເພັດ ແສງມະນີ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ໄດ້ຂື້ນຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ກຳລັງທະຫານຊາຍແດນໃນໄລຍະຜ່ານມາ, ພະແນກທະຫານຊາຍແດນ ເຊິງເປັນພະແນກໜຶ່ງທີ່ຂື້ນກັບຫ້ອງເສນາທິການ ທະຫານແຂວງບໍ່ແກ້ວ ແລະ ມີ 05 ກອງຮ້ອຍທະຫານຊາຍແດນຂື້ນກັບ, ທັງເປັນເສນາທິການໃຫ້ຫ້ອງ ແລະ ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍຄະນະພັກ – ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳແຕ່ ລະກົມກອງຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມແບບມູນເຊື້ອຂອງກອງທັບນຳເອົາແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ – ລັດ ແລະ ນິຕິກຳດ້ານຕ່າງໆຈັດຕັ້ງເຊື່ອມຊຶມໃຫ້ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າລຽບຕາມຊາຍແດນມີຄວາມຮັບຮູ້ເຂົ້າໃຈເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຮ່ວມກັບກໍາລັງຂອງພວກເຮົາສາມາດເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ຈາກນັ້ນ, ສະຫາຍ ພັນເອກ ບຸນເພັງ ເທບພາພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນທະຫານແຂວງບໍ່ແກ້ວ, ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ແລະ ເຄື່ອນໄຫວຂອງຫ້ອງທະຫານຊາຍແດນກອງບັນຊາການທະຫານ ນະຄອນຫຼວງ-ແຂວງ, ຂໍ້ຕົກລົງວ່າດ້ວຍໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນ ຂອງຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ໃນພິທີ ສະຫາຍ ພັນເອກ ຄຳເອຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຫ້ອງທະຫານຊາຍແດນ ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນນອງ ອະໄພ ເປັນຫົວໜ້າຫ້ອງທະຫານຊາຍແດນ, ສະຫາຍ ພັນໂທ ຄຳພັນ ດາລາສັກ, ສະຫາຍ ພັນໂທ ວົງໄຊ ແກ້ວບຸນມີ, ສະຫາຍ ພັນໂທ ສົມສະໜິດ ແກ້ວມະນີ ເປັນຮອງຫົວໜ້າຫ້ອງທະຫານຊາຍແດນ. ແຕ່ງຕັ້ງ ສະຫາຍ ພັນຕີ ທອງຄຳ ແສງຈັນທາ ເປັນຫົວໜ້າພະແນກເສນາປ້ອງກັນຊາຍແດນ, ສະຫາຍ ພັນໂທ ຄຳເມິງ ແສນແກ້ວ ເປັນຮອງຫົວໜ້າພະແນກເສນາປ້ອງກັນຊາຍແດນ, ສະຫາຍ ຮ້ອຍເອກ ສີປະເສີດ ແສງຈັນທາ ຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍ ຮ້ອຍເອກ ສົມສີ ດາລາແກ້ວ ເປັນຮອງຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍ ພັນຕີ ວຽງສະຫວັນ ໃຍປະສິດ ເປັນຫົວໜ້າພະແນກບໍລິຫານ-ສັງລວມ, ສະຫາຍ ພັນຕີ ຄຳຂອດ ແສງຄຳ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມຫ້ອງທະຫານຊາຍແດນ. ໂອກາດດຽວກັນນີ້ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງຄະນະພັກຮາກຖານຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໃນນີ້ຕົກລົງ: ບົ່ງຕົວ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນນອງ ອະໄພ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຄຳພັນ ດາລາສັກ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ວົງໄຊ ແກ້ວບຸນມີ, ສະຫາຍ ພັນໂທ ສົມສະໜິດ ແກ້ວມະນີ, ສະຫາຍ ພັນຕີ ທອງຄຳ ແສງຈັນທາ ເປັນກຳມະການ.

ຕອນທ້າຍ ປະທານ ໄດ້ມີຄຳເຫັນໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດໃນໜ້າທີ່ໄລຍະຜ່ານມາພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບໜ້າທີ່ວຽກງານທີ່ພັກ-ລັດ ຂັ້ນເທິງໄດ້ມອບໝາຍໃຫ້, ຄະນະພັກ-ຄະນະບັນຊາຫ້ອງທະຫານຊາຍແດນຕ້ອງເອົາໃຈໃສ່ໃກ້ສິດຕິດແທດກັບກົມກອງທ້ອງຖິ່ນ, ບັນດາບ້ານລຽບຕາມຊາຍແດນ, ບັນດາຈຸດປ້ອມຊາຍແດນ, ປ້ອມຍຸດທະສາດທີ່ທຸລະກັນດານຕາມຂອບດຂດຊາຍແດນ ແລະ ວຽກງານຊາຍແດນເປັນວຽກທີ່ມີຄວາມລະອຽດອ່ອນ ມີລະບຽບ, ຫຼັກການໃນການຄຸ້ມຄອງ. ສະນັ້ນ ຕ້ອງໄດ້ຈັດຕັ້ງອົບຮົມຫັດແອບວຽກງານຕ່າງໆ ໄປຄຽງຄູ່ກັບການເຮັດວຽກງານແນວຄິດການເມືອງສືກສາອົບຮົມໃຫ້ພະນັກງານ-ນັກຮົບໃຫ້ເປັນປົກກະຕິ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ປັບປຸງລະບຽບແບບແຜນພາຍໃນກົມກອງໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ວຽກງານຮັບປະກັນພະລາທິການ-ເຕັກນິກ ເລັ່ງໃສ່ການປູກ-ການລ້ຽງ, ບົນຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂດຍ: ພາກ ສຸທິປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa